ຂໍຂອບໃຈນຳຜູ້ສະໜັບສະໜູນ
ພຣະອາຈານ ປອ ພວງປະເສີດ ພູມາວົງ

ການບູລະນະປະຕິສັງຂອນພຸດທະສິມມາ ວັດອົງຕື້ ມະຫາວິຫານ ແມ່ນສຳເລັດເປັນຂັ້ນທີສາມແລ້ວ ຍັງແຕ່ຂັ້ນທີສີ່ ເຊິ່ງຈະເປັນການລົງລວດລາຍຈາກກົມວິຈິດສິນ ແລະ ທີ່ຍັງຄົງຄ້າງ ຄາດວ່າຈະສຳເລັດພ້ອມຈັດສົມໂພດຄັ້ງໃຫຍ່ຕົ້ນປີ 2020.

ພຣະອາຈານ ປອ ພວງປະເສີດ ພູມາວົງ ເຈົ້າອາທິການ ວັດອົງຕື້ ມະຫາວິຫານ ໄດ້ບອກກັບອິນໄຊລາວວ່າ: ໃນຊ່ວງໄລຍະທີ່ອາດຕະມາໄດ້ຮັບຊ່ວງມາເປັນຜູ້ບູລະນະ, ເບິ່ງແຍງ ວັດອົງຕື້ ກໍ່ໄດ້ມີການບູລະນະປະຕິສັງຂອນຢູ່ຫຼາຍຢ່າງ ແລະ ບາງຢ່າງກໍ່ແມ່ນສ້າງຂຶ້ນໃໝ່ ຕາມຈຸດປະສົງຂອງ ພຣະ ອາຈານ ມະຫາຜ່ອງ ສະມາເລີກ ອະດິີດເຈົ້າອະທິການວັດອົງຕື້. ເປັນຕົ້ນກໍ່ແມ່ນ ການສ້າງຫໍພິພິທະພັນທີ່ກຳລັງຢູ່ໃນລະຫວ່າງກໍ່ສ້າງ ນອກຈາກນີ້ກໍ່ໄດ້ສ້າງຊ້າງເຜືອກຢູ່ໜ້າວັດ ເຊິ່ງມີລວດລາຍທີ່ແຕກຕ່າງຈາກຊ້າງທົ່ວໄປ ເພາະເປັນຊ້າງຂອງພຣະໂພທິສັດ.

ຊ້າງເຜືອກຢູ່ໜ້າວັດອົງຕື້
ຊ້າງເຜືອກຢູ່ໜ້າວັດອົງຕື້ ແມ່ນສາມາດພົ່ນນໍ້າໄດ້ ເຊິ່ງຈະເປີດໃນຊ່ວງປີໃໝ່ລາວ

ສຳລັບການບູລະນະປະຕິສັງຂອນ ທີ່ສຳເລັດເປັນຂັ້ນທີສາມແລ້ວ ແມ່ນ ການປ່ຽນໂຄງຫຼັງຄາໃໝ່, ການລົງສີສິມໃໝ່, ການບູລະນະປະຕິສັງຂອນພຸດທະສິມມາຫຼັງເກົ່າ, ສ້າງສວນທຳມະຈັກ, ສ້າງເສົາອະໂສກະສັດຕັງ, ແລະ ສ້າງຊ້າງເຜືອກຈຳນວນ 4 ເຊືອກ ເຊິ່ງຂັ້ນທີສີ່ ຈະເປັນການລົງລວດລາຍຈາກກົມວິຈິດສິນ ແລະ ທີ່ຍັງຄົງຄ້າງ ແມ່ນການຟອກລາຍຄຳດອກຜັກຕົບ ດອກຜັກກູດ ແລະ ປັ່ນປູນເປັນຮູບຕົ້ນໂພຢູ່ດ້ານຫຼັງຂອງພຣະເຈົ້າອົງຕື້ ເຊິ່ງຈະໃຫ້ມີຄວາມເປັນທຳມະຊາດທາງພຸດທະສາສາໜາຫຼາຍທີ່ສຸດ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ພາຍໃນສິມ ເດືອນມີນາ 201

ທັ້ງນີ້ ໃນໄລຍະ 3-4 ປີທີ່ຜ່ານມາ ວັດອົງຕື້ມະຫາວິຫານ ໄດ້ມີການບູລະນະປະຕິສັງຂອນ ແລະ ສ້າງຈຸດເດັ່ນທາງພຸດທະສາສະໜາຂຶ້ນໃໝ່ຫຼາຍຢ່າງ ເພື່ອເປັນການສົ່ງເສີມວັດທະນະທຳ ແລະ ການທ່ອງທ່ຽວ ໂດຍສິ່ງທີ່ເປັນຈຸດເດັ່ນໃໝ່ຂອງວັດແມ່ນ ສວນທຳມະຈັກ ເຊິ່ງປະກອບມີສາມສ່ວນຄື: ທຳມະຈັກ (ທັມມະຈັກ) 32 ຊີ່ (ດີ້ວ), ເສົາອະໂສກະສັດຕັງ, ແລະ ປ້າຍສັດທາ ຄູ່ປັນຍາ ເຊິ່ງແຕ່ລະສ່ວນ ລ້ວນມີຄວາມຫມາຍຕາມຫຼັກທຳ ໃນພຸດທະສາດສະໜາ ທັງສິ້ນ.

– ທຳມະຈັກ (ທັມມະຈັກ) 32 ຊີ່ (ດີ້ວ) ໝາຍເຖິງປະຕິຈະສະມຸປະບາດ ຝ່າຍສາຍເກີດ 12 ຂໍ້ ຝ່າຍສາຍດັບ 12 ຂໍ້ ແລະ ມັກມີອົງ 8 ລວມ 32 ຂໍ້ ທີ່ເປັນຫົວໃຈຂອງພຣະພຸດທະສາສະໜານັ້ນເອງ
– ເສົາອະໂສກະສັດຕັງ ມີຄວາມໝາຍມີຄວາມໝາຍວ່າ ເປັນເສົາຫີນບູຮານທີ່ສ້າງໂດຍ ພຣະອະໂສກມະຫາຣາດ ພຣະມະຫາກະສັດແຫ່ງຣາດຊະວົງເມົາລະຍະ ເສົາອະໂສກສ້າງຂື້ນເພື່ອຖວາຍເປັນພຸດທະບູຊາແດ່ພຣະສຳມາສຳພຸດທະເຈົ້າ (ພຣະສັມມາສັມພຸດທະເຈົ້າ) ແລະ ເພື່ອລະບຸບອກສະຖານທີ່ສຳຄັນທາງພຸດທະສາສະໜາ
– ປ້າຍ ສັດທາ ຄູ່ ປັນຍາ ແມ່ນເພື່ອເຕືອນສະຕິໃຫ້ຄົນໃຊ້ຊິວິດຢູ່ໃນ 2 ຫຼັກທຳ ຄື: ມີສັດທາແລ້ວຕ້ອງຕັ້ງໝັ້ນໃນປັນຍາ

Hits: 140

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້