Saturday, July 19, 2025
Kbank Laos โอน รับ จ่าย

ຕ້ອງ​ຮູ້! ປະ­ເພ­ນີ​ລົງ​ຂ່ວງ ໜຶ່ງ​ໃນ 19 ປະ​ເພ​ນີ​ທີ່​ສຳ​ຄັນ​ຂອງ​ບູ​ຮານ​ລາວ

ນີ້​ແມ່ນ​ໜຶ່ງ​ໃນ 19 ປະ­ເພ­ນີ​ໃຫຍ່ໆ​ທີ່​ຄົນ​ລາວ​ບູ­ຮານ​ແຕ່​ກີ້​ແຕ່​ກ່ອນ​ເພິ່ນ​ພາ­ກັນ​ເຮັດ​ເປັນ​ປະ­ຈຳ ເຊິ່ງ​ໃນ​ປັດ­ຈຸ­ບັນ​ກໍ​ຍັງ​ມີ​ຫລາຍ​ປະເພ­ນີ ໄດ້​ຈັດ​ຕັັ້ງ​ປະ­ຕິ­ບັດ​ກັນ​ຢູ່​ໂດຍ ສະ­ເພາະ​ຢູ່​ເຂດ​ຊົນ­ນະ­ບົດ ແລະ ຜູ້ຂຽນ​ກໍ​ເຄີຍ​ໄດ້​ເຫັນ​ພາບ​ແຫ່ງ​ການດຳ­ລົງ​ຊີ­ວິດ​ແບບ​ບູ­ຮານ​ຂອງ​ຊາວ ບ້ານ ແລະ ຂໍ​ເຊື່ອມໂຍງ​ການ​ດຳ­ລົງ ຊີ­ວິດ​ດັ່ງ­ກ່າວ​ເຂົ້າ​ໃນ​ເລື່ອງ “ປະ­ເພ­ນີ​ການ​ລົງ​ຂ່ວງ “ເພື່ອ​ເຮັດ​ໃຫ້ເຫັນບັນ­ຍາ­ກາດເກົ່າໆ​ຂອງ​ປູ່​ຍ່າ​ຕາຍາຍ​ພວກ​ເຮົາ ໃນ​ສະ­ໄໝ​ກ່ອນ​ກີ້.

ການ​ລົງ​ຂ່ວງ​ໝາຍ​ເຖິງ​ການ​ເຕົ້າ­ໂຮມ​ຊາວ­ບ້ານ ເຊິ່ງ​ຄຳ​ວ່າ “ຂ່ວງ” ນີ້​ໝາຍ​ເຖິງ​ເດີ່ນ​ບ້ານ, ເດີ່ນ​ວັດ…ການ​ລົງ​ຂ່ວງ​ນັບ​ວ່າ​ເປັນ​ອີກ​ໜຶ່ງ​ກິດ­ຈະ­ກຳ​ສ່ວນ​ລວມ​ຂອງ​ຊາວ­ບ້ານ ເພື່ອ​ການ​ພົບ​ປະ​ສ້າງ­ສັນ, ການ​ຟັງຂ່າວ​ສະ­ພາບ​ການ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ,ວຽກ​ງານ​ສາ­ສະ­ໜາ, ການ​ເລົ່າ​ນິ­ທານ​ພື້ນ­ເມືອງ, ການ​ເສຍຫຍ້າ​ເດີ່ນ​ວັດ, ການ​ສ້ອມ­ແປງ​ວັດ…ແລະທີ່​ພົ້ນ​ເດັ່ນ​ອີກ​ດ້ານ​ໜຶ່ງ​ໃນ​ການ​ລົງ​ຂ່ວງ​ຄື​ການ​ອອກ­ແຮງ​ງານ​ລວມ ບໍ່​ວ່າ​ຈະ​ເປັນ​ການ​ເຂັນ­ຝ້າຍ, ການ​ອິ້ວ​ຝ້າຍ, ການ​ຝັ້ນ​ເຊືອກ, ການ​ຫຍິບ​ປັກ​ຖັກ​ແສ່ວ​ຂອງ​ຊາວ ໜຸ່ມ​ບ່າວ-​ສາວ, ຜູ້​ເຖົ້າ​ຜູ້​ແກ່.

ເຖິງ​ວ່າ​ໃນ​ປັດ​ຈຸບັນ​ປະ­ເພ­ນີ​ນີ້​ພວກ​ເຮົາ​ເຈົ້າ​ຂ້ອຍ​ບໍ່ຄ່ອຍ​ໄດ້​ເຫັນ​ແລ້ວ​ກໍ​ດີ, ແຕ່​ການ​ທີ່ຊາວ­ບ້ານ​ຈັດ​ກິດ­ຈະ­ກຳ​ຕ່າງໆ ໃນ​ມື້ເລີກ​ງາມ​ຍາມດີ​ລ້ວນ​ແຕ່​ເປັນ​ການສະ­ແດງ​ອອກ​ເຖິງ​ວິ­ຖີ​ການ​ດຳ­ລົງຊີ­ວິດ​ຂອງ​ຄົນ​ລາວ​ບູ­ຮານ​ເຊັ່ນ ຢູ່ ແຕ່​ລະ​ຜາມ ສ່ວນ​ຫລາຍ​ແລ້ວ​ແມ່ນຜູ້​ເຖົ້າ​ຜູ້​ແກ່​ເພິ່ນ​ຕັ້ງ­ໜ້າ​ຕັ້ງ​ຕາ​ເຂັນ ຝ້າຍ, ອິ້ວ​ຝ້າຍ, ຕ່ຳ­ຫູກ ເພື່ອ​ເປັນການ​ອວດ​ອ້າງ, ເປັນ​ການ​ສ່ອງ​ແສງໃຫ້​ເຫັນ​ເຖິງ​ຈິດ​ວິນ​ຍານ​ການ​ອະ­ນຸ​ມັກ​ມູນ​ມໍ­ລະ­ດົກ​ວັດ­ທະ­ນະ­ທຳ​ຂອງ​ຊາດ​ລາວ, ຄົນ​ລາວ​ເຮົາ​ເອົາ​ໄວ້​ໃຫ້ ລູກໆ​ຫລານ​ທີ່​ເກີດ​ໃໝ່​ໃຫຍ່​ລຸນ​ຮຽນ​ຮູ້ ຫວັງ​ໃຫ້​ພວກ​ເຂົາ​ສືບ​ທອດ​ກັນ​ຕໍ່ໆ ໄປ.

ອີກ​ບັນ­ຍາ­ກາດ​ໜຶ່ງ​ສຳ­ລັບ​ກິດຈະ​ກຳ​ໃນ​ປະ­ເພ­ນີ​ການ​ລົງ​ຂ່ວງ​ນີ້​ກໍ ຄື​ການ​ມ່ວນ­ຊື່ນ​ລື່ນ­ເລີງ​ເຊິ່ງ ກໍ​ປະກອບ​ດ້ວຍ​ການ​ເປົ່າ​ແຄນ​ດ່ຽວ, ການຂັບ​ລຳ​ທ້ອງ­ຖິ່ນ, ການ​ເສບ​ດົນ­ຕີ​ພື້ນເມືອງ ແລະ ການ​ວາງ​ລວດ­ລາຍ​ລີ­ລາ ການ​ຟ້ອນ​ເພື່ອ​ສ່ອງ​ແສງ​ໃຫ້​ເຫັນ​ວິຖີ​ການ​ດຳ­ລົງ​ຊີ­ວິດ, ການ​ທຳ​ມາ​ຫາກິນ ເຊັ່ນ ການ​ຫາ​ໜໍ່­ໄມ້, ໜໍ່​ແຍ້… “ຄື​ຈັ່ງ​ວ່າ​ຂ້ອຍ​ໄດ້​ຢູ່​ໃນ​ສະ­ໄໝ​ອະ ດີດ​ວາດ­ໃດ­ວາດ­ໜຶ່ງ​ນີ້​ແຫລະ”.  

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.