Sunday, March 23, 2025

ທະນາຄານໂລກອະນຸມັດເງິນລົງທຶນ 72 ລ້ານໂດລາສຳ​ລັບ 3 ໂຄງການໃໝ່ໃຫ້ແກ່ ສປປລາວ

ສະ​ພາບໍລິຫານຂອງທະນາຄານໂລກອະນຸມັດເງິນລົງທຶນ 72 ລ້ານໂດລາສຳ​ລັບ 03 ໂຄງການໃຫມ່ໃຫ້ແກ່ ສປປລາວ: (1) ໂຄງການຂະຫຍາຍນໍ້າປະປາ, ສຸຂາພິບານ ແລະ ອະນາໄມ, (2) ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ຂາດໂພຊະນາການໃນຊົນນະບົດ ສປປລາວ ແລະ (3) ໂຄງການສົ່ງເສີມ ຄວາມອາດສາມາດ ໃນການຄຸ້ມຄອງການເງິນແຫ່ງລັດ ຜ່ານລະບົບອີເລັກໂທຣນິກ.”

ທ່ານຜູ້ອໍານວຍການທະນາຄານໂລກ ປະຈຳ ມຽນມາ, ກໍາປູເຈຍ ແລະ ສປປລາວ ກ່າວວ່າ:


1. ເດັກນ້ອຍລາວໜຶ່ງໃນສາມຄົນຍັງມີບັນຫາການຂາດສານອາຫານຊໍ້າເຮື້ອ,
2. ບັນຫາການຂາດໂພຊະນາການໃນແມ່ຍິງ ແລະ ເດັກນ້ອຍ ຄິດເປັນມູນຄ່າປະມານ 2,4% ຂອງລາຍຮັບແຫ່ງຊາດຕໍ່ປີ,
3. ພວກເຮົາຕ້ອງການທີ່ຈະສະໜັບສະໜູນ ສປປລາວ ໃນການພັດທະນາຊັບພະຍາກອນມະນຸດອັນລໍ້າຄ່າຂອງລາວ ດ້ວຍການແກ້ໄຂບັນຫາການຂາດໂພຊະນາການ,
4. ພວກເຮົາໄດ້ນໍາໃຊ້ວິທີການເຮັດວຽກຮ່ວມກັນຫຼາຍຂະແໜງການ ແລະ ການເຮັດວຽກໂພຊະນາການແບບໜຶ່ງດຽວໃນໄລຍະຍາວ,
5. ມີຫຼາຍໂຄງການຂອງຂະແໜງການສໍາຄັນຫຼັກໆຂອງທະນາຄານໂລກ ຮ່ວມກັນສຸມໃສ່ແກ້ໄຂບັນຫາໂພຊະນາການໃນກຸ່ມຄົວເຮືອນໃນພື້ນທີ່ພູມສັນຖານອັນດຽວກັນ,
6. ພວກເຮົາຄາດຫວັງວ່າການເຮັດວຽກຮ່ວມກັນແບບນີ້ຈະເຮັດໃຫ້ສາມາດລຶບລ້າງການຂາດສານອາຫານຊໍ້າເຮື້ອ ( ເຕ້ຍ ) ຢ່າງມີປະສິດທິຜົນ,
7. ບັນດາຄົວເຮືອນໃນ 04 ແຂວງພາກເໜືອຂອງລາວ ທີ່ມີອັດຕາການຂາດສານອາຫານສູງ ຈະໄດ້ຮັບຜົນປະໂຫຍດຈາກໂຄງການສະໜອງນໍ້າປະປາ-ນໍ້າສະອາດ, ສຸຂາພິບານ ແລະ ສຸຂະອະນາໄມ ທີ່ມີມູນຄ່າ 25 ລ້ານໂດລາສະຫະລັດ,
8. ຈະຊ່ວຍໃຫ້ສາມາດເຂົ້າເຖິງການບໍລິການສະໜອງນໍ້າ, ສຸຂາພິບານ ແລະ ສຸຂະອະນາໄມທີ່ດີຂຶ້ນ,
9. ບັນດາຄອບຄົວເຫຼົ່ານີ້ໄດ້ຖືກກຳນົດໃຫ້ເປັນເປົ້າໝາຍຂອງໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນຊົນນະບົດ ສປປລາວ ຈຳນວນ 27 ລ້ານໂດລາສະຫະລັດ,
10. ສະໜັບສະໜູນໃຫ້ແກ່ລັດຖະບານ ສປປລາວ ເພື່ອເສີມສ້າງຄວາມເຂັ້ມແຂງທີ່ເປັນພື້ນຖານຂອງລະບົບການປົກປ້ອງສັງຄົມແຫ່ງຊາດ ແລະ ຈັດຕັ້ງປະຕິບັດໂຄງການໂອນເງິນສົດແບບມີເງື່ອນໄຂໃຫ້ກຸ່ມເປົ້າໝາຍ ແນໃສ່ເຮັດໃຫ້ວຽກງານໂພຊະນາການໄດ້ມີການປັບປຸງນັບມື້ດີຂຶ້ນກວ່າເກົ່າ,
11. ວິທີການປັບປຸງໂພຊະນາການແບບຫຼາຍຮູບຫຼາຍສີທີ່ມີສ່ວນຮ່ວມຂອງຫຼາຍພາກສ່ວນ ຫຼື ເອີ້ນວ່າໂພຊະນາການແບບໜຶ່ງດຽວຫຼາຍຂະແໜງການຢູ່ແຂວງຊຽງຂວາງ, ຫົວພັນ, ຜົ້ງສາລີ ແລະ ອຸດົມໄຊ,
12. ໃນບັນດາແຂວງເຫຼົ່ານີ້ການຂາດສານອາຫານແບບຊໍ້າເຮື້ອໄດ້ສົ່ງຜົນກະທົບຕໍ່ເດັກນ້ອຍທີ່ມີອາຍຸຕໍ່າກວ່າ 05 ປີ ຫຼາຍກວ່າ 40 ສ່ວນຮ້ອຍ,
13. ມີຜົນກະທົບທາງລົບໄລຍະຍາວຕໍ່ຄວາມສູງ, ການພັດທະນາດ້ານມັນສະໝອງ ແລະ ຄວາມສາມາດໃນການປະສົບຜົນສໍາເລັດໃນຊີວິດ,
14. ທັງສອງໂຄງການນີ້ຍັງໄດ້ເອື້ອອຳນວຍໃຫ້ອີກສາມໂຄງການອື່ນທີ່ໄດ້ຮັບການສະໜັບສະໜູນຈາກທະນາຄານໂລກທາງດ້ານສຸຂະພາບ, ການສຶກສາ ແລະ ການຜະລິດອາຫານທີ່ຫຼາກຫຼາຍ,
15. ໂຄງການສົ່ງເສີມຄວາມອາດສາມາດໃນການຄຸ້ມຄອງການເງິນແຫ່ງລັດ ຜ່ານລະບົບເອເລັກໂຕຣນິກ ໂຄງການນີ້ຈະໃຊ້ງົບປະມານ ຈຳນວນ 20 ລ້ານໂດລາສະຫະລັດ ເປັນໂຄງການທີ່ຊ່ວຍການປະຕິຮູບການເງິນແຫ່ງລັດ ທີ່ກຳລັງຈັດຕັ້ງປະຕິບັດຢູ່ເພື່ອວາງຂອບການຄຸ້ມຄອງ-ບໍລິຫານດ້ານການເງິນຂັ້ນພື້ນຖານ,
16. ໂຄງການນີ້ສະໜັບສະໜູນລະບົບຂໍ້ມູນ-ຂ່າວສານການຄຸ້ມຄອງການເງິນແບບໃໝ່ ເຊິ່ງຈະຊ່ວຍປັບປຸງການຄວບຄຸມ, ກົງຕໍ່ເວລາ ແລະ ໂປ່ງໃສໃນການລາຍງານການເງິນໃນ ສປປລາວ,
17. ນອກຈາກນັ້ນ, ໂຄງການຍັງສະໜັບສະໜູນແຜນງານສົ່ງເສີມຄວາມອາດສາມາດໃນການຄຸ້ມຄອງການເງິນອີກດ້ວຍ,
18. ການຄຸ້ມຄອງການເງິນທີ່ມີປະສິດທິພາບ ແລະ ໂປ່ງໃສຂຶ້ນກວ່າເກົ່າເປັນປະໂຫຍດຕໍ່ປະຊາຊົນທັງໝົດໃນໄລຍະຍາວ ໂດຍການປັບປຸງການໃຫ້ການບໍລິການຈາກພາກລັດ ແລະ ນໍາໃຊ້ທຶນຂອງລັດໃຫ້ດີຂຶ້ນ,
19. ການກະກຽມ ແລະ ການຈັດຕັ້ງປະຕິບັດໂຄງການນີ້ ໄດ້ຮັບການສະໜັບສະໜູນຈາກແຜນງານປະຕິຮູບການຄຸ້ມຄອງການເງິນແຫ່ງລັດ ທີ່ມີທຶນຊ່ວຍເຫຼືອທາງດ້ານເຕັກນິກວິຊາການ ແລະ ສ້າງຂີດຄວາມສາມາດຈາກສະຫະພາບເອີຣົບ.

The World Bank Board of Executive Directors approved today $72 million in financing for Lao PDR, through 03 new projects. These include: (1) the Scaling-Up Water Supply, Sanitation, and Hygiene Project, (2) the Reducing Rural Poverty and Malnutrition Project, and (3) the Enhancing Public Finance Management through ICT and Skills Project.

ທີ່​ມາ: Sourioudong Sundara
InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່