Friday, July 11, 2025
Kbank Laos โอน รับ จ่าย

ຊີວິດຂອງ ພະເຈົ້າ ອະນຸວົງ ເມື່ອຕອນຊົງພະເຍົາ (ຍັງນ້ອຍ)

ສົມເດັດພະເຈົ້າອະນຸວົງ ກະສັດນະຄອນວຽງຈັນອົງສຸດທ້າຍ ແຫ່ງລາຊະວົງລ້ານຊ້າງວຽງຈັນ ເປັນກະສັດທີ່ມີພະນາມລືຊາຜາກົດ ມີຄົນຮູ້ຈັກພະນາມຂອງພະອົງ ຫຼາຍທີ່ສຸດພະອົງນຶ່ງ ເນື່ອງຈາກການທີ່ພະອົງໄດ້ຄິດທຳການກູ້ອິດສະລະພາບຂອງລາວ ໃນສະໄໜຂອງພະອົງ ແຕ່ການທຳການກູ້ອິດສະລະພາບໃນຄາວນັ້ນ ບໍ່ເປັນຜົນສຳເລັດຕາມພະປະສົງ ພະອົງຈິ່ງ
ຖືກປະນາມຈາກຝ່າຍກົງກັນຂ້າມວ່າ “ເປັນກະບົດ” ແລະຍ້ອນເຫດນີ້ອີກ ວົງກະສັດລ້ານຊ້າງວຽງຈັນ ຈິ່ງຖືກທຳລາຍແລະສູນສ້ຽງມາຈົນເຖິງທຸກວັນນີ້.

ເຖິງດັ່ງນັ້ນກໍດີ ພະນາມຂອງພະອົງ ກໍຍັງມີຄົນສ່ວນຫຼາຍກ່າວເຖິງຢູ່ຕະຫຼອດມາ ແຕ່ວ່າເຫດການທີ່ພະອົງໄດ້ເຮັດໃນຄາວນັ້ນ ແລະເຜົ່າພົງວົງສາຂອງພະອົງ ຍັງບໍ່ຄ່ອຍມີຄົນຮູ້ຈັກກວ້າງຂວາງພໍທໍ່ໃດ ຂ້າພະເຈົ້າຈິ່ງໄດ້ຊອກຄົ້ນຫາປະຫວັດຂອງພະອົງມາຂຽນໄວ້ ຕາມຫຼັກ ຖານເອກະສານຕ່າງໆ ດັ່ງກ່າວມາແລ້ວນັ້ນ ເພື່ອເປັນແນວທາງຄົ້ນຄວ້າຂອງນັກສຶກສາປະຫວັດສາດລາວຕໍ່ໄປ.

ສົມເດັດພະເຈົ້າອະນຸວົງ ເຊິ່ງຄົນທັງຫຼາຍຮຽກພະອົງວ່າ ພະເຈົ້າອະນຸ ຫຼືເຈົ້າອະນຸນັ້ນ ມີພະນາມຜາກົດຢູ່ໃນສິລາເລກວັດຊ້າງເຜືອກເມືອງສີຊຽງໃໝ່ຢູ່ໃນລາຊະອານາຈັກໄທປັດຈຸບັນ ແລະຢູ່ໃນສິລາເລກວັດສີສະເກດ ນະຄອນຫຼວງວຽງຈັນວ່າດັ່ງນີ້:

(ເບິ່ງຮູບ ສິລາເລກ)
ສົມເດັຈບໍຣົມບໍພິຕຣ ພຣະມະຫາທັມມິກະສີຫະພາບຸຕຣະຣາຊະທິຣາຊມຫາຈັກຣກະພັຕຕິພູມິນທຣະປະຕົລສະກົລໄຕຍພູວະນາຖຊາຕຍູພະໂຕ ວິສຸທທະມະກຸຕສັມພາລາພິບູລອຕຸລຍະໂພທິສັຕຣຂັຕຕິຍະພຸທທັງກູຣ ໂສຕຣນັຄຣາມຫາໂສພັສສັນໂຕຄັຊ ລັກຂະຣັຕຖາຣາຊາບຸຣີສຣີທັມມາທິຣາຊບໍຣົມນາຖບໍຣົມບໍພິຕຣ” ດັ່ງນີ້.

ພະເຈົ້າອະນຸວົງ ເປັນພະໂອລົດອົງຫຼ້າຂອງສົມເດັດພະເຈົ້າສິຣິິບຸນຍະສານ ພະເຈົ້າແຜ່ນດິນເອກະລາດລ້ານຊ້າງວຽງຈັນອົງສຸດທ້າຍ ຄືລຸນຫຼັງຈາກພະເຈົ້າສິຣິບຸນຍະສານມາແລ້ວ ກະ ສັດວຽງຈັນຕະຫຼອດຫຼວງພະບາງແລະຈຳປາສັກ ເປັນກະສັດຢູ່ພາຍໃຕ້ການປົກຄອງ ຂອງລາຊະອານາຈັກສະຫຍາມຈິ່ງນັບວ່າເປັນກະສັດປະເທດສະລາດ ບໍ່ແມ່ນກະສັດເອກະລາດຄືແຕ່ກ່ອນ.

ພະເຈົ້າອະນຸທົງສົມພົບເມື່ອປີກຸນ ຈຸລະສັກກະລາດ 1129 (ກົງກັບຄ.ສ.1767) ທີ່ີ່ມະຫາລາຊະວັງນະຄອນຫຼວງວຽງຈັນ ຕາມພະລາຊະພົງສາວະດານລ້ານຊ້າງວຽງຈັນມີກ່າວໄດ້ດັ່ງນີ້:

ພະເຈົ້າສິຣິບຸນຍະສານ ໂອລົດຂອງພະເຈົ້າໄຊຍະເຊດຖາທິລາດ ທີສອງ (ຄື ພະໄຊອົງເວ້) ໄດ້ຂຶ້ນສະເຫວີຍລາດໃນນະຄອນວຽງຈັນ ເມື່ອປີ ຄ.ສ. 1730 ຈົນມາເຖິງປີ ຄ.ສ.1778 ວຽງຈັນຈິ່ງໄດ້ເສຽເອກະລາດໃຫ້ແກ່ສະ ຫຍາມ.ໃນປີທີ່ເກີດຮົບກັບສະຫຍາມນັ້ນ ພະເຈົ້າສິຣິບຸນຍະສານມີໂອລົດ ແລະທິດາ ທີ່ມີພະນາມຜາກົດຕາມພົງສາວະດານ ຄື:

1.ເຈົ້ານັນທະເສນ

2.ເຈົ້າອິນທະວົງ

3.ເຈົ້ານາງແກ້ວຍອດຟ້າກັນລະຍານີສີກະສັດ,

4.ເຈົ້າພົມມະວົງ
ແລະ

5.ເຈົ້າອະນຸວົງ.

ໃນຂະນະທີ່ເກີດຮົບກັບສະຫຍາມ ໃນປີ ຄ.ສ 1779 ນັ້ນ ສົມເດັດພະເຈົ້າສິຣິບຸນຍະສານ ໄດ້ທົງມອບພາລະການສົງຄາມໃຫ້ເຈົ້ານັນທະເສນໂອລົດອົງໃຫຍ່ເປັນຜູ່ປ້ອງກັນນະຄອນ.

ເມື່ອຮົບກັນມາໄດ້ 4 ເດືອນປາຍ ສົມເດັດພະເຈົ້າສິຣິບຸນຍະສານ ເຫັນວ່າຈະຕ້ານທານໄວ້ບໍ່ໄດ້ຈິ່ງລົງເຮືອໜີໄປເມືອງຄຳເກີດໃນເວລາກາງຄືນ ພ້ອມດ້ວຍໂອລົດອົງນ້ອຍ ຄືເຈົ້າອິນທະວົງເຈົ້າພົມມະວົງ ແລະຄົນສະໜິດຫຼາຍຄົນ. ເຈົ້ານັນທະເສນ ຮູ້ວ່າພະລາຊະບິດາໜີໄປແລ້ວກໍເສຽພະໄທຈິ່ງຍອມໄຂຜັກຕູເມືອງ ອ່ອນນ້ອມຕໍ່ກອງທັບສະຫຍາມ ສະຫຍາມຈຶ່ງເຂົ້າວຽງ ຈັນໄດ້ ໃນເດືອນ 10 ແຮມ 3 ຄໍ່າ ປີກຸນ ຄ.ສ. 1778 ແລ້ວກອງທັບສະຫຍາມໄດ້ຈັບເອົາ ເຈົ້ານັນທະເສນ, ເຈົ້າອຸປະຮາດກອງໜ້າ ແລະພະນາງແກ້ວຍອດຟ້າກັນລະຍານີ ສີກະສັດ ພະລາຊທິດາຂອງພະເຈົ້າສິຣິບຸນຍະສານກັບເຈົ້າອະນຸວົງຜູ່ນ້ອງຫຼ້າ ເຊິ່ງມີພະຊົນ ໄດ້ພຽງ 11 ປີພ້ອມດ້ວຍພະຍາຕິວົງອື່ນໆລົງໄປກຸງເທບ ແລະຕັ້ງໃຫ້ ພະຍາສຸໂພເປັນຜູ່ຮັກສາພະນະຄອນວຽງຈັນ ແລ້ວກອງທັບສະຫຍາມກໍເລີກກັບຄືນໄປ.

ເມື່ອກອງທັບສະຫຍາມເລິກກັບຄືນໄປແລ້ວພະເຈົ້າສິຣິບຸນຍະສານ ຈຶ່ງໄດ້ກັບຄືນມາວຽງຈັນ ແລະຈັບພະຍາສຸໂພຜູ່ຮັກສາພະນະຄອນ ຂ້າເສຽແລ້ວກໍຂຶ້ນສະເຫວີຍເມືອງ ຕໍ່ມາໄດ້ 2 ປີ ກໍສະຫວັນນະຄົດ.

ຝ່າຍພະເຈົ້າແຜ່ນດິນສະຫຍາມ ເມື່ອໄດ້ຊາບຂ່າວວ່າພະເຈົ້າສິຣິບຸນຍະສານສະຫວັນນະຄົດແລ້ວ ຈິ່ງສົ່ງເຈົ້ານັນທະເສນຄືນມາເປັນພະເຈົ້າແຜ່ນດິນວຽງຈັນ ໃນນາມເປັນປະເທດສະລາດຂອງສະຫຍາມໃນປີ ຄ.ສ. 1781 ແລະພະເຈົ້ານັນທະເສນ ຈິ່ງໄດ້ທົງສະຖາປະນາ ເຈົ້າອິນທະວົງຂຶ້ນເປັນເຈົ້າອຸປະຮາດ ສ່ວນເຈົ້າພົມມະວົງແລະເຈົ້າອະນຸວົງນັ້ນ ຍັງຄົງຢູ່ໃນກຸງເທບ ດ້ວຍ.

ຄວາມອຸປະກາລະຂອງພະເຈົ້າແຜ່ນດິນສະຫຍາມ. ຕໍ່ມາເຖິງປີ ຄ.ສ.1794 ພະເຈົ້ານັນທະເສນ ຖືກພະເຈົ້າອະນຸລຸດທະແຫ່ງນະຄອນຫຼວງພະບາງ ຟ້ອງຕໍ່ພະເຈົ້າແຜ່ນດິນສະ ຫຍາມວ່າສົມຄົບກັບພະບໍຣົມຣາຊາ ເຈົ້າເມືອງນະຄອນພະນົມ ເປັນກະບົດຕໍ່ສະຫຍາມ, ພະເຈົ້ານັນທະເສນຈິ່ງໄດ້ລົງໄປແກ້ຄະດີຢູ່ກຸງເທບແລ້ວເລີຍສະເດັດສຸລະຄົດ(ຕາຍ) ຢູ່ກຸງເທບ ເມື່ອປີ ຄ.ສ. 1794 ແລ້ວຝ່າຍສະຫຍາມຈິ່ງໄດ້ສົ່ງເຈົ້າອິນທະວົງ ຂຶ້ນມາເປັນເຈົ້າແຜ່ນດິນນະ
ຄອນວຽງຈັນໃນປີນັ້ນເອງ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.