ເຈົ້າ​ອະ​ນຸ​ວົງ ​ພ້ອມແມ່ທັບໄປຕີ​ເສິກ​ກັບພະມ້າ ທາງເມືອງລະແຫງແລະ​ເມືອງ​ຊຽງ​ແສນ

ໃນປີ ຄ.ສ 1798 ທາງປະເທດສະຫຍາມໄດ້ຊາບວ່າ ພວກພະມ້າຈະ ຍົກທັບລົງມາຕີເອົາເມືອງຊຽງໃໝ່ ແລະຫົວເມືອງລາວທັງຫຼາຍ ທາງຕາເວັນ ອອກແມ່ນຳ້ຂອງ ພະເຈົ້າແຜ່ນດິນສະະຫຍາມຈິ່ງສັ່ງໃຫ້ຫົວເມືອງຝ່າຍເໜືອ ຍົກທັບໄປປ້ອງກັນເມືອງຊຽງໃໝ່ ແລະໄປລັດດ່ານທາງພະມ້າ ຈະຍົກເຂົ້າມາ.

ດັ່ງນັ້ນ ສົມເດັດພະເຈົ້າອິນທະວົງຈຶ່ງທົງແຕ່ງຕັ້ງໃຫ້ເຈົ້າມະຫາອຸປະຮາດອະນຸ ເປັນແມ່ທັບລາວ ຄຸມທະຫານລາວໄປຕັ້ງຄ້າຍຮັບພະມ້າ ຢູ່ເມືອງລະແຫງ. ຝ່າຍພວກພະມ້າ ຍົກພົນລົງ ມາຕັ້ງຢູ່ເມືອງຕອງອູ ຕະຫຼອດລະດູຝົນກໍບໍ່ຍົກ ລົງມາ ແຕ່ພໍໝົດລະດູຝົນແລ້ວກໍຍົກຖອຍຄືນໄປ ຈຶ່ງບໍ່ໄດ້ມີການສູ້ຮົບກັນ ໃນ ຄາວນັ້ນ ຝ່າຍພະເຈົ້າອະນຸຄັນໄດ້ຊາບວ່າພະມ້າຖອຍຄືນໄປແລ້ວກໍເລີກທັບ ກັບມານະຄອນວຽງຈັນ.

ເປັນແມ່ທັບໄປຮົບພະມ້າທີ່ເມືອງຊຽງແສນ

ເຖິງປີ ຄ.ສ. 1802 ພວກພະມ້າຍົກທັບລົງມາຕີເອົາເມືອງຊຽງແສນ ໄດ້ແລ້ວເລີຍຍົກລົງມາຕັ້ງຄ້າຍລ້ອມເມືອງຊຽງໃໝ່ໄວ້ເຖິງ 7 ກອງ ແຕ່ຈະເຂົ້າ ຫັກເອົາເມືອງຍັງບໍ່ໄດ້ດ້ວຍວ່າເຈົ້າກາວິລະເຈົ້ານະຄອນຊຽງໃໝ່ໄດ້ທຳ ການ ຮັກສາເມືອງໄວ້ຢ່າງແຂງແຮງ ແລ້ວມີໜັງສືບອກລົງໄປບາງກອກ.

ສົມເດັດ ພະເຈົ້າແຜ່ນດິນບາງກອກໄດ້ຊາບໜັງສືນັ້ນ ແລ້ວຈຶ່ງແຕ່ງໃຫ້ເຈົ້າຟ້າກົມມະ ຫຼວງເທບຫະຣິຣັກ ກັບ ພະຍາຍົມມະຣາດ ເກນຄົນສະຫຍາມເມືອງເໜືອ 8 10 ຊຸດມໍລະດົກແຫ່ງວຽງຈັນ ຫົວເມືອງເປັນທັບນຶ່ງ ແລະໃຫ້ເຈົ້າອະນຸຄຸມທະຫານລາວວຽງຈັນເປັນທັບນຶ່ງ ຍົກຂຶ້ນໄປຕີພະມ້າທີ່ເມືອງຊຽງໃໝ່ ແຕ່ກອງທັບຂອງພະເຈົ້າອະນໄປບໍ່ທັນ ກອງທັບສະຫຍາມໄດ້ເຂົ້າຕີພະມ້າແຕກໄປກ່ອນແລ້ວເຖິງ 7 ວັນກອງທັບ ເຈົ້າອະນຸຈຶ່ງໄປເຖິງ. ດັ່ງນັ້ນ ພະເຈົ້າອະນຸຈຶ່ງຂໍອາສາໄປຕີພະມ້າທີ່ເມືອງຊຽງ ແສນ.

ເຈົ້າອະນຸວົງ

ກົມພະຣາຊະວັງບໍວອນສະຖານມົງຄົນແມ່ທັບໃຫຍ່ຂອງສະຫຍາມຈິ່ງ ສັ່ງໃຫ້ກອງທັບຂອງເຈົ້າຟ້າກົມຫຼວງເທບຫະຣິຣັກ, ທັບເມືອງນະຄອນລຳປາງ ແລະ ທັບເມືອງຊຽງໃໝ່ ຍົກຂຶ້ນໄປຕີຊຽງແສນຊ່ອຍພະເຈົ້າອະນຸ.

ແມ່ທັບທັງ 5 ນະຄອນ ພັກເຊົາລ້ຽງໄພ່ພົນຢູ່ປີນຶ່ງ ເຖິງປີ ຄ.ສ.1804 ຈຶ່ງພ້ອມກັນຍົກຂຶ້ນໄປຕັ້ງຄ້າຍອ້ອມເມືອງຊຽງແສນໄວ້ ຝ່າຍພວກພະມ້າທີ່ ຢູ່ໃນເມືອງຊຽງແສນ ບໍ່ໄດ້ຍົກອອກມາຮົບເປັນແຕ່ຮັກສາເມືອງໄວ້ຢ່າງແຂງ ແຮງກອງທັບທັງຫ້າຫົວເມືອງບໍ່ສາມາດເຂົ້າຕີເອົາເມືອງໄດ້ ພໍເຖິງລະດູເດືອນ 6 ຝົນຕົກລົງມາຫຼາຍໄພ່ພົນ ໃນກອງທັບເກີດໄຂ້ເຈັບລົ້ມຕາຍລົງເປັນອັນມາກ ທັງສະບຽງອາຫານກໍໜ້ອຍລົງ ອີກປະການນຶ່ງໄດ້ຊາບຂ່າວວ່າກອງທັບພະ ມ້າເມືອງອັງວະຈະຍົກລົງມາຕີເປັນເສິກຂະໜາບ ດັ່ງນັ້ນແມ່ທັບເມືອງອື່ນໆ ຈຶ່ງພາກັນເລີກຄືນໝົດ ສ່ວນພະເຈົ້າອະນຸບໍ່ຍອມຖອຍຄືນທົງມາດໝາຍພະ ໄທຈະຕີເອົາເມືອງຊຽງແສນໃຫ້ໄດ້ ຈຶ່ງຕັ້ງຄ້າຍອ້ອມເມືອງໄວ້ຢ່າງແໜ້ ຊີວະປະຫວັດ ສົມເດັດພະເຈົ້າອະນຸວົງ 11 ພະເຈົ້າອະນຸຈິ່ງໃຫ້ກວາດເອົາຄອບຄົວຊາວເມືອງໄດ້ 23.000 ຄົນປາຍ ແລ້ວທົງສັ່ງໃຫ້ທຳລາຍກຳແພງເມືອງ ແລະເອົາໄຟເຜົາເມືອງເສຽ, ສຳເລັດ ບໍລະບວນແລ້ວ ກໍເລີກທັບກັບຄືນມາແລະຄອບຄົວຊາວເມືອງຊຽງແສນນັ້ນ ໄດ້ແບ່ງເປັນຫ້າສ່ວນ, ສ່ວນນຶ່ງໃຫ້ພະເຈົ້າຊຽງໃໝ່ ສ່ວນນຶ່ງໃຫ້ເມືອງນະຄອນ ລຳປາງ ສ່ວນນຶ່ງໃຫ້ເມືອງນ່ານ ສ່ວນນຶ່ງເອົາຖວາຍພະເຈົ້າແຜ່ນດິນບາງ ກອກ ອີກສ່ວນນຶ່ງເອົາມາໄວ້ວຽງຈັນ.

ຝ່າຍພະເຈົ້າແຜ່ນດິນບາງກອກ ໄດ້ທົງຊາບດັ່ງນັ້ນກໍທົງພິໂລດໃຫ້ເຈົ້າ ຟ້າກົມຫຼວງເທຫະຣິ ຣັກ ແລະພະຍາຍົມມະຣາດຜູ່ເປັນແມ່ທັບສະຫຍາມວ່າ ບໍ່ຫຼັກທໍ່ລາວແລະເປັນຄົນຂີ້ຢ້ານຕາຂາວ ຈຶ່ງໃຫ້ລົງພະລາຊະອາຍາແມ່ທັບ ທັງສອງເອົາໃສ່ຄຸກໄວ້ ແຕ່ນັ້ນມາພະກຽດຕິ ຍົດຂອງພະເຈົ້າອະນຸ ກໍລືຊາປາ ກົດເປັນອັນມາກວ່າ ເປັນນັກຮົບຜູ່ມີສີມືຍອດຍິ່ງໃນບັນດາແມ່ທັບຫົວເມືອງ ປະເທດສະລາດທັງຫຼາຍ ຈົນແມ່ທັບຝ່າຍສະຫຍາມເອງກໍໄດ້ຍອມຮັບສີມື ຂອງພະອົງ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...