ແຂວງ​ສາ​ລະ​ວັນ ເຂັ້ມງວດ ກວດກາສານພິດເຈືອປົນໃນອາຫານ ຕາມທ້ອງຕະຫຼາດ

ພາກສ່ວນທີ່ກ່ຽວຂ້ອງແຂວງສາລະວັນ ລົງເຄື່ອນໄຫວກວດສານພິດເຈືອປົນໃນອາຫານຄື: ປະເພດອາຫານທະເລ, ພືດ, ຜັກ ແລະສິ້ນສ່ວນສັດ ທີ່ນໍາເຂົ້າຈາກປະເທດເພື່ອນບ້ານ ມາວາງຂາຍຢູ່ຕະຫຼາດເມືອງ ແລະ ແຂວງສາລະວັນ. ນໍາພາໂດຍ ທ່ານ ນາງ ຄໍາພຽນ ພັນທະບູລີ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ແລະ ວິຊາການ (ນັກວິໄຈ) ເຂົ້າຮ່ວມ.

ການລົງກວດກາສານຕົກຄ້າງ, ເຈືອປົນ ນໍາສິນຄ້າປະເພດພືດຜັກ ແລະ ສັດ ທີ່ນໍາເຂົ້າຈາກປະເທດເພື່ອນບ້ານ ແລະ ນໍາມາວິໄຈ, ມີອາຫານທະເລ, ປາມຶກ, ກຸ້ງ ແລະ ອື່ນໆ,

ໃນນັ້ນສິນສ່ວນສັດທີ່ນໍາມາກວດແມ່ນ ລິ້ນໝູ, ເຄື່ອງໃນໄກ່ພັນ ໂດຍໃຊ້ເວລາວິໄຈ 15 ນາທີ. ຜ່ານການກວດກາ-ວິໄຈ ແມ່ນພົບສານ ຟຣໍມາລິນ ຕົກຄ້າງຢູ່ນໍາປາມຶກ ໃນຈໍານວນ 2 ກິໂລ, ເຊີ່ງເປັນອາຫານທີ່ນໍາເຂົ້າຈາກ ສສ ຫວຽດນາມ ແລະ ສິ້ນສ່ວນສັດປະເພດລີ້ນໝູ ແມ່ນນໍາເຂົ້າຈາກປະເທດໄທ.

ສໍາລັບການວິໄຈພືດຜັກ, ໝາກໄມ້ ທີ່ນໍາເຂົ້າຈາກພາຍໃນ ແລະ ປະເທດເພື່ອນບ້ານ ແມ່ນໄດ້ນໍາມາວິໄຈມີຢູ່ 11 ຊະນິດຄື: ຜັກບົວຫົວໃຫຍ່, ຜັກກາດດອກ, ຜັກກາດຫໍ່, ຜັກກະລໍ່າ, ຜັກບົ່ວໃບ, ຜັກຊີ, ໝາກເລັ່ນ, ໝາກນາວ, ໝາກສີດາ, ໝາກກ້ຽງ, ໝາກແອັບເປິ້ນ. ຜ່ານການວິໄຈ ແມ່ນກວດພົບສານເຈືອປົນ ເກີນຄາດໝາຍທີ່ບໍ່ສາມາດບໍລິໂພກໄດ້ແມ່ນມີ: ໝາກເລັ່ນ, ໝາກນາວ, ຜັກກາດຫໍ່ ແລະ ຜັກຊີ ເຊິ່ງໃຊ້ເລວາວິໄຈ 2 ຊົ່ວໂມງ ຈຶ່ງຮູ້ຜົນ ທັງເປັນສິນຄ້ານໍາເຂົ້າຈາກປະເທດໄທ ແລະ ຫວຽດນາມ.

ພາຍຫຼັງທີ່ກວດພົບແລ້ວເຈົ້າໜ້າທີ່ ແລະພາກສ່ວນທີ່ກ່ຽວຂ້ອງແມ່ນໄດ້ເຮັດບົດບັນທຶກຕັກເຕືອນເຈົ້າຂອງຮ້ານ ແລະ ຖ້າມີການກວດພົບເທື່ອທີ 2 ແມ່ນຈະໄດ້ປັບໃໝຕາມມູນຄ່າຂອງສິນຄ້າ.

ເຊິ່ງສານດັ່ງກ່າວນີ້ໃຊ້ສໍາລັບດອງຊາກສົບບໍ່ໃຫ້ເໜົ່າ ແລະ ຂ້າເຊື້ອໂລກ, ແຕ່ຫາກຄົນ-ສັດ ຫາຍໃຈເອົາ ຫຼື ກິນເຂົ້າໄປ ມັນຈະໄປທໍາລາຍລະບົບຫາຍໃຈ, ຕັບ, ໝາກໄຂ່ຫຼັງ ຫຼື ກໍ່ໃຫ້ເກີດເປັນໂລກມະເລັງ ເປັນຕຸ່ມເປື່ອຍຕາມຜິວໜັງ ແລະ ທໍາລາຍທຸກລະບົບໃນຮ່າງກາຍຂອງຄົນ ແລະ ສັດ. ສຳລັບອາຫານທີ່ກວດພົບສານພິດ ເຈົ້າໜ້າທີ່ຈະໄດ້ນຳໄປທຳລາຍຖິ້ມ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...