ຂໍຂອບໃຈນຳຜູ້ສະໜັບສະໜູນ

ບໍລິສັດ BROTHER COMMERCIAL (ປະເທດໄທ) ຈໍາກັດ ຜູ້ນໍານະວັດຕະກໍາເຄື່ອງພິມ, ເຄື່ອງພິມເລເບວ, ສະແກນເນີ ແລະ ຈັກຫຍິບເຄື່ອງອິເລັກໂຕນິກ ປະກາດຄວາມພ້ອມມາຂະຫຍາຍຕົວທີ່ຕະຫຼາດ ສປປ ລາວ ດ້ວຍການຕອບໂຈດໃນການພິມ ແລະ ການຈັດການພ້ອມທັງນຳສະເໜີການຕອບໂຈດທີ່ຫຼາກຫຼາຍ ແລະ ເພີ່ມຊ່ອງທາງໃຫ້ຜູ້ບໍລິໂພກເຂົ້າຫາຜະລິດຕະພັນໄດ້ໃນທຸກລະດັບ ເພື່ອສະໜັບສະໜູນ ແລະ ເພີ່ມສັກກະຍະພາບອົງກອນລັດ ແລະ ເອກະຊົນ ໃນການປ່ຽນຜ່ານເຂົ້າສູ່ຍຸກ Digital Transformation ໄດ້ຢ່າງສົມບູນແບບ.

ທ່ານ ທີຣະວຸດ ສຸພະພັນພິນໂຍ ຜູ້ອຳນວຍການຝ່າຍຂາຍ ແລະ ການຕະຫຼາດ ບໍລິສັດ BROTHER COMMERCIAL (THAILAND) LTD ທ່ານໄດ້ກ່າວວ່າ: ຄວາມຈິງແລ້ວເຮົາມີຜະລິດຕະພັນຂອງ BROTHER ຢູ່ໃນຕະຫຼາດຂອງ ສປປ ລາວ ມາຫຼາຍກວ່າ 10 ປີ ແລະ ໃນຊ່ວງປີທີ່ຜ່ານມາ ກໍໄດ້ມີການຈັດສຳມະນາ ແລະ ເຮັດກິດຈະກຳທາງການຕະຫຼາດໃນ ສປປ ລາວ ຢູ່ແລ້ວ.

ແຕ່ເນື່ອງຈາກພວກເຮົາເບິ່ງເຫັນວ່າ ສປປ ລາວ ເປັນຕະຫຼາດທີ່ມີສັກກະຍະພາບ ແລະ ມີການເຄື່ອນໄຫວປ່ຽນແປງຢ່າງຕໍ່ເນື່ອງ​ ຕາມການປ່ຽນແປງຂອງໂລກດິຈິຕອນຍຸກໃໝ່ ເຊິ່ງເປັນຊ່ວງເວລາທີ່ພວກເຮົາກຳລັງເກີດການປ່ຽນຜ່ານດ້ານເຕັກໂນໂລຊີດິຈິຕອນ ໃນການໃຊ້ຊີວິດທຸກລະດັບ ຫຼື ເອີ້ນໄດ້ວ່າ Digital Transformation ນັ້ນເອງ. ທັງສະຖາບັນເອກະຊົນ ແລະ ໜ່ວຍງານລັດຖະບານໃນ ສປປ ລາວ ຕ່າງກໍໃຫ້ຄວາມສຳຄັນ ແລະ ຕື່ນຕົວໃນການນຳເຕັກໂນໂລຊີເຂົ້າມາໃຊ້ຫຼາຍຂຶ້ນ ພວກເຮົາຈຶ່ງຕ້ອງການເຂົ້າມາເຮັດກິດຈະກຳການຕະຫຼາດຕ່າງໆໃຫ້ຫຼາຍຂຶ້ນເພື່ອຕອບສະໜອງຄວາມຕ້ອງການນີ້

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ໃນຕອນນີ້ ເຕັກໂນໂລຊີດິຈິຕອນສະໄໝໃໝ່ ໄດ້ເຮັດໃຫ້ການດຳເນີນຊີວິດປະຈໍາວັນຂອງພວກເຮົາປ່ຽນໄປໄວວາ ດັ່ງນັ້ນ. ດິຈິຕອນຈຶ່ງເຂົ້າມາມີບົດບາດ ແລະ ມີຄວາມຈຳເປັນໃນການແກ້ໄຂບັນຫາ ແລະ ຊ່ວຍຕອບໂຈດການນຳໃຊ້ຂອງເຮົາໄດ້ຫຼາຍຍິ່ງຂຶ້ນ

ທ່ານ ພົງພັນ ສຸຣະວັດຈະເລີນ ຜູ້ຈັດການອາວຸໂສຝ່າຍການຕະຫຼາດ ໄດ້ກ່າວວ່າ: ໃນປີ 2019 ບໍລິສັດ BROTHER ມີແຜນທີ່ຈະນຳສະເໜີຜະລິດຕະພັນຂອງເຮົາເຂົ້າສູ່ຕະຫຼາດ ສປປ ລາວ ຫຼາຍຂຶ້ນ ແລະ ມີຄວາມຫຼາກຫຼາຍຍິ່ງຂຶ້ນ ບໍວ່າຈະເປັນ ເຄື່ອງພິມເລເຊີອິງເຈັດ, ສະແກນເນີ, ເຄື່ອງພິມເລເບວ ແລະ ຈັກຫຍິບເຄື່ອງອີເລັກໂຕນິກ ໂດຍເຮົາຈະເນັ້ນໜັກໃນດ້ານຄວາມຮູ້ ແລະ ຄວາມເຂົ້າໃຈ ກ່ຽວກັບການນຳ ເຕັກໂນໂລຊີດິຈິຕອນ ມາໃຊ້ເພື່ອໃຫ້ສອດຄ່ອງກັບຍຸກ Digital Transformation ໄດ້ຢ່າງໄວວາ ແລະ ເກີດປະສິດທິຜົນຕໍ່ອົງກອນ ຫຼື ໜ່ວຍງານໄດ້ສູງສຸດ

ປັດຈຸບັນ BROTHER ມີຕົວແທນຈຳໜ່າຍ ແລະ ສູນບໍລິການຫຼັງການຂາຍຄົບວົງຈອນຢູ່ໃນ ສປປ ລາວ ຢູ່ 5 ແຫ່ງດ້ວຍກັນກໍ່ຄື: ບໍລິສັດ Jiro Corporation, ຫ້າງສັບພະສິນຄ້າ K-Plaza, ບໍລິສັດ CS Intellect (Lao), Kevin Computer ແລະ Souphaxay Computer ນອກຈາກນີ້, ຍັງມີຄູ່ຮ່ວມທຸລະກິດຈາກໄທ ທີ່ຮ່ວມເຮັດຕະຫຼາດໃນ ສປປ ລາວ ອີກສອງບໍລິສັດຄື: ບໍລິສັດ ຊິນເນັກ (ປະເທດໄທ) ຈຳກັດ (ມະຫາຊົນ) ແລະ ບໍລິສັດ ແອັດໄວ໋ ໄອທີ ອິນຟິນິກ ຈຳກັດ.

Hits: 28

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້