Sunday, January 19, 2025

ຮອງນາຍົກ ຮຽກຮ້ອງສືບຕໍ່ປະຕິບັດ 19 ຈຸດສຸມ ຕໍ່ແມ່ຍິງ ແລະແມ່-ເດັກ

ກອງປະຊຸມປຶກສາຫາລື ການຈັດຕັ້ງຜັນຂະຫຍາຍຂໍ້ສະເໜີແນະນໍາ ສປຊ ຕໍ່ບົດລາຍງານແຫ່ງຊາດປະຈໍາໄລຍະທີ 3-6 ກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ແລະບົດລາຍງານແຫ່ງຊາດປະຈໍາໄລຍະທີ 8-9 ກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາຊີດໍ ກັບບັນດາຄູ່ຮ່ວມພັດທະນາໄດ້ຈັດຂຶ້ນ ໃນວັນທີ 19 ມີນາ 2019 ທີ່ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານ ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະແມ່-ເດັກ (ຄຊກມດ), ມີທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕິປະຈໍາສໍານັກງານາຍົກລັດຖະມົນຕີ, ຮອງປະທານ (ຄຊກມດ), ທ່ານ ດຣ. ອົກຕາວຽນ ບີໂວນ ຜູ້ຕາງໜ້າອົງການ ສປຊ ສໍາລັບເດັກ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ກ່າວວ່າ: ເພື່ອ​ປັບປຸງ​ວຽກ​ງານຄວາມ​ກ້າວໜ້າ​ຂອງ​ແມ່ຍິງ, ການ​ປົກ​ປ້ອງ​ສິດ ​ແລະຜົນ​ປະ​ໂຫຍ​ດຂອງ​ແມ່ຍິງ ​ແລະ​ແມ່-ເດັກ​​ ສະນັ້ນ, ຂໍ​ຮຽ​ກຮ້ອງ​ມາ​ຍັງ​ບັນດາ​ ທ່ານຄະນະ​ກຳມາ​ທິການ​​ແຫ່ງ​ຊາດ​ເພື່ອ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ ​ແລະເດັກ, ບັນດາ​ທ່ານ​ຄະນະ​ກຳມາ​ທິການ​ບັນດາ​ກະຊວງ-ອົງການ, ແຂວງ ​ແລະນະຄອນຫຼວງ​ວຽງ​ຈັນ ລວມທັງ​ຫ້ອງການ​ກອງ​ເລຂາ ຄຊກມດ ຈົ່ງ​ສືບ​ຕໍ່​ຍົກ​ສູງ​ຄວາມ​ຮັບຜິດ​ຊອບ ​ແລະເອົາ​ໃຈ​ໃສ່​ໃນ​ການຈັດ​ຕັ້ງ​ປະຕິບັດ​ບາງ​ວຽກ​ງານ​ຈຸດສຸມ​​ໃຫ້​​ມີ​ປະສິດ​ທິຜົນ​ສູງ​ໃນຕໍ່ໜ້າຂອງແມ່ຍິງ ແລະແມ່-ເດັກຄື:

1. ເອົາໃຈໃສ່ເປັນເຈົ້າການຈັດຕັ້ງຜັນຂະຫຍາຍບັນດາຂໍ້ສະເໜີ ສປຊ ໃນການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກ ລວມທັງ ສອງອານຸສັນຍາ ຕາມໜ້າວຽກຂອງຂະແໜງການ ແລະທ້ອງຖິ່ນ ໃຫ້ເປັນແຜນວຽກ, ແຜນຄົນ ແລະແຜນເງິນ, ເພື່ອຈັດຕັ້ງປະຕິບັດຕົວຈິງ ແລະເພື່ອປັບປ່ຽນພຶດຕິກຳຂອງສັງຄົມ ໃນການລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກ

2. ຄົ້ນຄວ້າ, ປັບປຸງບັນດາກົດໝາຍ ແລະນິຕິກຳຕ່າງໆ ໃຫ້ສອດຄ່ອງກັບເນື້ອໃນຂອງສົນທິສັນຍາວ່າດວ້ຍສິດທິເດັກ ລວມທັງ ສອງອານຸສັນຍາ;

3. ເກັບກຳ ແລະສ້າງຖານຂໍ້ມູນສະຖິຕິ ໃນລະບົບຍຸຕິທໍາ ສໍາລັບເດັກ;

4. ຄົ້ນຄວ້າປັບປຸງລະບົບ ແລະກົນໄກການປົກປ້ອງເດັກທີ່ມີຢູ່ໃຫ້ເຊື່ອມຈອດກັນ, ສາມາດປະສານງານກັນຢ່າງກົມກຽວ ແລະມີປະສິດທິຜົນ

 5. ການຢຸດຕິການໃຊ້ຄວາມຮຸນແຮງຕໍ່ເດັກໃນໂຮງຮຽນ ໂດຍສະເພາະແມ່ນການລົງໂທດດ້ວຍການຂ້ຽນຕີ, ການນຳໃຊ້ສືື່ອອນລາຍ ທີ່ປອດໄພສຳລັບເດັກ ແລະສຸຂະພາບໄວຈະເລີນພັນ;

6. ຄົ້ນຄວ້ານິຕິກຳພາຍໃນກ່ຽວກັບການໃຫ້ຖືພາ, ການກ່ານສາຍພັນ ແລະການລຸລູກ;

7. ຄົ້ນຄວ້າປະກອບບຸກຄະລາກອນ ແລະສ້າງຄວາມເຂັ້ມແຂງຂອງກອງເລຂາຊ່ວຍວຽກຂັ້ນສູນກາງ, ຂັ້ນແຂວງ ແລະຂັ້ນເມືອງ ໃຫ້ສາມາດເຄື່ອນໄຫວຕາມພາລະບົດບາດ-ໜ້າທີ່ເປັນເສນາທິການຢູ່ຂັ້ນຕ່າງໆ,

8. ຈັດຕັ້ງໂຄສະນາ ເຜີຍແຜ່ໃຫ້ສັງຄົມຮັບຮູ້ ຢ່າງກວ້າງຂວາງ ກ່ຽວກັບການປົກປ້ອງສິດ ແລະຜົນປະໂຫຍດຂອງເດັກ ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ແກ່ເຂົາເຈົ້າເພື່ອການກັບຄືນສູ່ສັງຄົມ;

9. ປັບປຸງລະບຽບການຄຸ້ມຄອງຜູ້ປະກອບການ ດ້ານການບໍລິການໂຮງແຮມ, ເຮືອນພັກ, ທຸລະກິດທ່ອງທ່ຽວ, ສະຖານບັນເທີງ, ອິນເຕີເນັດ ແລະໂທລະຄົມມະນາຄົມ ແລະການສື່ສານ ເພື່ອໃຫ້ມີສ່ວນຮ່ວມໃນການປົກປ້ອງເດັກ

10. ເຜີຍແຜ່ກົດໝາຍ ວ່າດ້ວຍການຕ້ານ ແລະສະກັດກັ້ນອາຊາຍາກຳທາງລະບົບຄອມພິວເຕີ ເພື່ອເຮັດໃຫ້ການນຳໃຊ້ສື່ສັງຄົມອອນລາຍທີ່ຖືກຕ້ອງ ແລະມີປະສິດທິຜົນ.

11. ຕິດຕາມກວດກາສະຫຼຸບລາຍງານ ການຈັດຕັ້ງປະຕິບັດກົນໄກການຮ້ອງທຸກ ເພື່ອຮັບປະກັນວ່າເດັກ ສາມາດເຂົ້າເຖິງຂະບວນຍຸຕິທຳຢ່າງແທ້ຈິງ;

12. ເຮັດບົດສຳຫຼວດ, ສຶກສາຄົ້ນຄວ້າ ແລະສ້າງຖານຂໍ້ມູນ ທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ.

13. ກະກຽມສ້າງບົດລາຍງານການຈັດຕັ້ງປະຕິບັດສົນທິສັນຍາສິດທິເດັກໃນ ສປປ ລາວ ເພື່ອສົ່ງບົດລາຍງານດັ່ງກ່າວໃຫ້ຄະນະກຳມະການສິດທິເດັກ ສປຊ ໃນປີ 2023.

14. ກະກຽມສະເຫຼີມສະຫຼອງວັນເດັກສາກົນ 01 ມິຖຸນາ 2019 ແລະສະເຫຼມສະຫຼອງ ຄົບຮອບ 30 ປີຂອງສົນທິສັນຍາ ວ່າດ້ວຍສິດທິເດັກ 20 ພະຈິກ 2019 ໃນຂອບເຂດທົ່ວປະເທດ,

15. ປັບປຸງ​ແບບ​ຟອມປະ​ເມີນ​ຜົນ​​ໂຄງການ​ກ່ອນ​ອະນຸມັດ​ເຂົ້າ​ແຜນ ​ແລະພາຍຫຼັງ​ສຳ​ເລັດ​ໂຄງການ​ ໃຫ້​ມີ​ມາດຖານ​ກ່ຽວກັບການ ​ເອົາ​ໃຈ​ໃສ່​ບົດບາດ​ ຍິງ-ຊາຍ,

16. ຄົ້ນຄ້ວາພິຈາລະນາເພື່ອໃຫ້ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະແມ່-ເດັກ

17. ອອກຂໍ້ແນະນຳປະຕິບັດກົດໝາຍວ່າ​ດ້ວຍ​ງົບປະມານ​ແຫ່ງ​ລັດ (ມາດຕາ 6 ຂໍ້ 11) ກ່ຽວ​ກັບ​ການ​ສ້າງ ​ແລະການຈັດຕັ້ງປະຕິບັດ​ແຜນ​ງົບປະມານ​ແຫ່ງ​ລັດ​ຕ້ອງ​ຮັບປະກັນ​ຄວາມ​ສະ​ເໝີ​ພາບ​ບົດບາດ ຍິງ-ຊາຍ

18. ສ້າງບົດ​ລາຍ​ງານ​ຢ່າງ​ເປັນ​ລາຍ​ລັກ​ອັກສອນ​ກ່ຽວ​ກັບ​ບາດ​ກ້າວ​ທີ່​ຈັດ​ຕັ້ງ​ປະຕິບັດ​​​​ບັນດາ​ຄຳ​ແນະນຳ ​ໃນ​ວັກ​ທີ 36 , 40 ​ແລະ46 ໃຫ້ສາມາດສົ່ງໃຫ້ຄະນະກໍາມະການຊີດໍສາກົນ ພາຍ​ໃນ 2 ປີ.

19. ສ້າງບົດລາຍງານແຫ່ງຊາດ ປະຈຳໄລຍະທີ 10 ກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາ ຊີດໍ ໃນ ສປປ ລາວ ແລະໃຫ້ສາມາດສົ່ງບົດລາຍງານດັ່ງກ່າວໃຫ້ຄະນະກຳມະການຊີດໍສາກົນ ໃນປີ 2022.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

Airline Ratings ຢືນຢັນ Vietjet ເປັນສາຍການບິນທີີ່ປອດໄພທີີ່ສຸດໃນໂລກປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ມັງກອນ 2025) – Vietjet ໄດ້ຮັບການຍອມຮັບອີກຄັັ້ງວ່າເປັນໜື່ງໃນສາຍການບິນທີີ່ ປອດໄພທີີ່ສຸດໃນໂລກໂດຍ Airline Ratings ເວັບໄຊຈັດອັນດັບຄວາມປອດໄພ ແລະ ຜະລິດຕະພັນສາຍການບິນຊືີ່ ດັງ ໃນການຈັດອັນດັບປະຈໍາປີ 2025

Vietjet ຂະຫຍາຍເຮືອບິນສຳເລັດໃນປີ 2024 ຄົບ 10 ລໍາ ພ້ອມກ້າວຂຶ້ນສູ່ປີ 2025

(ນະຄອນຫຼວງວຽງຈັນ, ມັງກອນ ວັນທີ 14.2025) – Vietjet ຕ້ອນຮັບເຮືອບິນ A321neo ACF (Airbus Cabin Flex) ໃໝ່ 2 ລໍາ ຈາກ Airbus ຮອດທ້າຍປີ 2024. ສາຍການບິນຍັງໄດ້ເພີ່ມເຮືອບິນ Charter ຕື່ມອີກ 4 ລຳ ໃຫ້ແກ່ຝູງເຮືອບິນໃນວັນທີ 8 ມັງກອນນີ້ ເພື່ອຮອງຮັບຄວາມຕ້ອງການການເດີນທາງທີ່ສູງໃນຊ່ວງເທດສະການກຸດຈີນ ເຊິ່ງ​ແມ່ນ​ງານ​ເທດສະການທີ່ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ. ຄວາມສໍາເລັດນີ້ກວມເອົາປີຂອງການຂະຫຍາຍຕົວຢ່າງຕໍ່ເນື່ອງແລະການຂະຫຍາຍຕົວຂອງເຄືອຂ່າຍເສັ້ນທາງຂອງພວກເຮົາ. ​ເຊິ່ງຈະ​ຊຸກຍູ້​ສາຍ​ການບິນ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ໃນ​ປີ 2025.

ທ່ຽວຊ່ວງທ້າຍປີ ດີແນວໃດ?

ເຈົ້າເປັນຄົນໜຶ່ງບໍ ທີ່ມັກວາງແຜນການທ່ອງທ່ຽວໃນຊ່ວງທ້າຍປີ? ເຊື່ອວ່າຫຼາຍຄົນຈະຕອບວ່າ “ແມ່ນ” ເພາະຊ່ວງທ້າຍປີ ແມ່ນຊ່ວງທີ່ມີຄວາມພິເສດຫຼາຍຢ່າງ ທັງເທສະການ, ຄວາມງາມຂອງບັນຍາກາດ ບວກກັບອາກາດທີ່ດີເໝາະແກ່ການເດີນທາງໄປພັກຜ່ອນຢ່ອນໃຈທີ່ສຸດ; ແຕ່ຮູ້ບໍ່ວ່າ ມັນມີຫຼາຍເຫດຜົນກວ່ານັ້ນ ທີ່ເຮັດໃຫ້ຄົນສ່ວນຫຼາຍມັກພາຕົນເອງອອກເດີນທາງທ່ອງທ່ຽວໃນຊ່ວງທ້າຍປີ ລອງມາເບິ່ງນຳກັນວ່າມີຫຍັງແດ່: