ຈົດໝາຍ​ຈາກພະຍາຈັກກຣີ​ແຫ່ງ​ສະ​ຫຍາມ ສົ່ງມາເຖິງ ພະເຈົ້າອະນຸ​ແຫ່ງ​ລ້ານ​ຊ້າງວຽງ​ຈັ​ນ

ໜັງສືເຈົ້າພະຍາຈັກກຣີມາເຖິງເຈົ້າອະນຸວຽງຈັນ ດ້ວຍທົງພະກະລຸນາ ຕັດເໜືອເກົ້າສັ່ງວ່າ ໃຫ້ຂຸດສະແລະປຸກພະທີ່ນັ່ງ ທຳເກ໋ງໃນພະລາຊະວັງເປັນ ທີ່ທົງປະພາດສະບາຍພະໄທ ແລະ ເຊິ່ງເຈົ້າວຽງຈັນໄດ້ລົງໄປຊ່ວຍທຳການ ຂຸດສະຄັ້ງກ່ອນເຫັນຍັງຄັບແຄບຢູ່ ບັດນີ້ໄດ້ຂະຫຍາຍກຳແພງພະລາຊະວັງ ດ້ານໃຕ້ອອກໄປອີກ ຈຶ່ງໄດ້ຂຸດສະປະຈົບສະເກົ່າຕໍ່ລົງໄປໃຫ້ຍາວ ແລະກວ້າງ ຊີວະປະຫວັດ ສົມເດັດພະເຈົ້າອະນຸວົງ 15 ວັດແທກໄດ້ 3 ເສັ້ນ 4 ວາ ທົງພະດຳລິທຽບທີ່ເປັນເກາະໃຫຍ່ເກາະເລັກລົງ ເຂື່ອນປູອິດທຳພະທີ່ນັ່ງເກ໋ງຈີນ ແລະຕຶກຢ່າງຝຣັ່ງຂຶ້ນອີກເປັນອັນມາກ ຫວ່າງ ເກ໋ງຫວ່າງຕຶກນັ້ນໄດ້ປູກຕົ້ນໄມ້ມີດອກມີຜົນເອນຊາຍອອກໄປ.

ດ້ານຂອບສະຮົ່ມແສງແດດໃຫ້ເອົາສິລາແທ່ງໃຫຍ່ເລັກ ມາທຳເປັນມໍເປັນແຫຼມ ແລະ ຫາດປິດບັງຮື້ເຂື່ອນເສຽສິ້ນ. ໃນທ້ອງສະນັ້ນ ປູດ້ວຍອິດໃຫຍ່ໃຫ້ນ້ຳໄຫຼ ສະອາດ ປູກບົວຫຼວງບົວເຜື່ອນທີ່ຊາຍແຫຼມຊາຍຫາດທຸກແຫ່ງແລ້ວລ້ຽງປາ ສາລະພັນ.

ເວລາເຊົ້າເວລາເຢັນ ສະເດັດອອກພະທີ່ນັ່ງເກ໋ງ ໂປຍເຂົ້າຕອກ ບ້າງສະເດັດພະແທ່ນສິລາ ໃຕ້ຮົ່ມໄມ້ບ້າງ ທົງໂປຍເຂົ້າຕອກພະລາຊະທານ ປາທັງປວງ ທອດພະເນດມັກໃນຣີ້ສັດແຂກເຕົ້າກະຕົ້ວຊຶ່ງແຂວນໄວ້ທີ່ກິ່ງໄມ້ ນົກເປັດນ້ຳນົກແຄບແຄລອຍຫຼິ້ນນ້ຳຢູ່ ອັນນົກນອກກວ່ານີ້ກໍລ້ຽງປ່ອຍລ້ຽງ ແຂວນ ລ້ຽງໃນສວນເປັນຫຼາຍຊາດແລະເຊິ່ງພະລາຊະດຳລິສ້າງພະທີ່ນັ່ງເກ໋ງ ຂຸດສະໄວ້ໃນພະລາຊະວັງ ທັງນີ້ເພື່ອຈະໄດ້ໃຫ້ພະວົງສານຸວົງຝ່າຍໃນປະ ພາດຫຼິ້ນ ດ້ວຍບໍ່ໄດ້ໄປເຫັນພູເຂົາ ແລະ ທ່ານຳ້ແຫຼ່ງໃດ ແລະຈະເບິ່ງສະຕິ ປັນຍາຂ້າລາຊະການ ເຊິ່ງເປັນຊ່າງຂ້າງຈະໄວ້ຝີມືຊ່າງຈຳຫຼັກ ຊ່າງຂຽນ ຊ່າງປັ້ນ ຊ່າງປູນ ຊ່າງປາດໄມ້ ຊ່າງຕົ້ນໄມ້ ໄທ ຈີນ ໃຫ້ເປັນກຽດຕິຍົດ ປາກົດໃນແຜ່ນດິນແລ້ວ ກໍເປັນລາຊະກຸສົນຢ່າງນຶ່ງ ຄັນເຖິງເທດສະການ ຜົນລະໄມ້ຊຸກຊຸມກໍທົງພະລາຊະສັດທາ ໃຫ້ອາລາດທະນາພະລາຊາຄະນະ ເຂົ້າໄປຮັບພະລາຊະທານສັນ ໃນພະທີ່ນັ່ງເກ໋ງຕາມຂອບສະພະລາຊາຄະນະ ຮັບປະທານສັນປີຍະຈັງຫັນຫຼາຍກວ່າສັນທີ່ອື່ນ ເພາະໄດ້ເບິ່ງສີມືຊ່າງທີ່ເຮັດ ໄວ້ນັ້ນແລະໂຜດໃຫ້ພະເຈົ້າລູກເທີຫຼານເທີ ແລະ ຂ້າລາຊະການລ້ຽງດູດັ່ງນີ້:

 ເນື່ອງໆ ຖ້າເທດສະການຕຸດສົງການເຂົ້າວັດສາສາດທະອອກວັດສາວັນວິ ສາຂະບູຊາເພັງ ເດືອນ 11 ເດືອນ 12 ກໍຊົງພະລາຊະສັດທາໃຫ້ເຊີນພະພຸດ 16 ຊຸດມໍລະດົກແຫ່ງວຽງຈັນ ທະຮູບແກ້ວຜະລຶກ ແລະພະບໍຣົມມະສາລີລິກະທາດໄປສະຖິດໄວ້ພະທີ່ນັ່ງ ເກ໋ງຄົງຄາສະຫວັນກະທຳສົມໂພດ ພ້ອມດ້ວຍພະບໍລົມວົງສານຸວົງຝ່າຍ ໃນ ພັນລະຍາຂ້າທູນລະອອງຜູ່ໃຫຍ່ຜູ່ນ້ອຍເຂົ້າໄປຮ້ອງສັກກະວາດອກສ້ອຍ ມະໂຫລີເພງເຄິ່ງທ່ອນມອນທະແຍສັບພະການມະຫໍລະສົບຕ່າງໆ ໃຫ້ແຕ່ງ ເກ໋ງຕັ້ງເຄື່ອງແກ້ວແຂວນໂຄມແກ້ວໂຄມແພຫຼາຍຢ່າງ ຕາມບູຊາພະບໍລົມ ທາດຄັ້ງລະສາມຄືນບ້າງ ສີ່ຄືນບ້າງແລະເມື່ອເພັງເດືອນ 12 ປີເຖາະ ເອກສົກ ນີ້ ພະຍານະຄອນລຳປາງ ພະຍານ່ານລົງໄປເຝົ້າລະອອງນະກຸງເທບ ກໍໂປດ ໃຫ້ພາບຸດພະລິຍາເຂົ້າໄປຊົມພະທີ່ນັ່ງເກ໋ງເຊິ່ງຕົກແຕ່ງ ແລະ ການມະຫໍລະ ສົບສົມໂພດສິ້ນທຸກຄົນ ຖ້າເທດສະການແຕ່ງເກ໋ງ ແລະ ລ້ຽງດູຂ້າທູນລະອອງ ຄັ້ງໃດ ກໍມີພະລາຊະຫະລຶໄທຄິດເຖິງເຈົ້າວຽງຈັນ ທຸກຄັ້ງດ້ວຍມິໄດ້ລົງໄປເຫັນ ຈຶ່ງໂປດໃຫ້ຖ່າຍຢ່າງແຜນທີ່ສະແດງເກ໋ງເກົ່າໃໜ່ພະລາຊະທານຂຶ້ນມາໃຫ້ ເຈົ້າວຽງຈັນ ດູພໍເປັນສຳເນົາພາງ ຖ້າເຈົ້າວຽງຈັນຫວ່າງລາຊະການເມືອງເມື່ອ ໃດຈະລົງໄປເຝົ້າທູນລະອອງທີ່ກຸງເທບ ກໍໃຫ້ພາບຸດພະລິຍາມະໂຫລີລະ ຄອນກັບໃຫ້ຫາພາຍແລະນົກເຂົາຄາລົມລົງໄປດ້ວຍ ຈະໄດ້ຫຼິ້ນຕາມສະບາຍໃຈ ອັນເຮືອສຳລັບພາຍຫຼິ້ນແລະກິ່ງໄມ້ທີ່ໜ້າແຂວນນົກນັ້ນມີຢູ່ເປັນອັນມາກ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...