ທ່ານ​ໄກ​ສອນ ພົມ​ວິ​ຫານ

ເປັນເວລາຕັ້ງ 20 ປີທີ່ ທ່ານ ໄກສອນ ( ເຊິ່ງປັດຈຸບັນ ມີອາຍຸ 70 ປີ ) ໄດ້ຮວມມືຢ່າງສະຫນິດແຫນ້ນກັບ ຫວຽດນາມ ເພື່ອຂັບໄ​ລ່​ຝະລັ່ງເສດອອກຈາກດິນອິນດູຈີນ ແລະ ຫລັງຈາກນັ້ນມາ ກໍເພື່ອຕ້ານກັບບັນດາພັກຝ່າຍລາວ ທີ່ໄດ້ຮັບການອູ້ມຊູຊ່ວຍເຫລືອຈາກສະຫະລັດອາເມລິກາ.

ສົງຄາມຮຸກຮານ ຄັ້ງທີ 2 ນີ້, ໄດ້ເຮັດໃຫ້ປະເທດລາວຖືກທຳລາຍ່ຳາງຫນັກ . ​ທ່ານ ໄກສອນ ກ່າວວ່າ ” ປັດຈຸບັນຊາວຊົນນະບົດ ຍັງສືຕໍ່ເສຍຊີວິດຍ້ອນລູກບົມບີ້ ( ໃນປີ 1985 ປະເທດລາວເປັນເປັນປະເທດທໍາອິດ ໃນກຸ່ມປະ ເທດອິນດູຈີນ ທີ່ຫັນເສດຖະກິດໄປສູ່ຕະຫລາຍເສລີ ໂດຍພື້ນຖານ ແລະ ເປີດປະຕູໃຫ້ໂລກຕາເວັນຕົກ. ກອນທີ່ເພີ່ນ ຈະອອກເດີນທາງຈາກວຽງຈັນ (ໄປຝະລັ່ງ), ເພີ່ນໄດ້ໃຫ້ສໍາພາດ ແກ່ນັກຂາວ (ອັນເປັນໂອກາດທີ່ຫາຍາກສົມ ຄວນ , ໂດຍໄດ້ສະຫລຸບ ເຖິງຜົນສໍາເລັດຂອງການປະຕິຮູບ ໃນ 4 ປີຜ່ານມາ. ໃນການສໍາພາດເທື່ອນີ້ , ເພິ່ນໃຊ້ພາ ສາຝະລັ່ງ, ພາສາທີ່ເພິ່ນເວົ້າໄດ້ດີ, ເຖິງວ່າບໍ່ຄ່ອຍໄດ້ໃຊ້ມັນມາຕັ້ງ 40 ປີແລ້ວກໍຕາມ . ຕໍ່ຄໍາຖາມ ທີ່ວ່າ : ” ທ່ານສາມາດສະຫລຸບຕີລາຄາການປະຕິຮູບໃນເບື້ອງຕົ້ນແລ້ວບໍ່ ?.

​ພາບ​ປະ​ກອບ

ເພິ່ນຕອບວ່າ : –

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

– ອັນທໍາອິດແມ່ນປະຊາຊົນດີອົກດີໃຈ. ໃນເບື້ອງຕົ້ນ , ຍ້ອນພວກເຮົາຂາດບົດຮຽນ ແລະ ນຳໃຊ້ກົນໄກຄຸ້ມຄອງ ອາດຍາສິດ ຈິ່ງເຮັດໃຫ້ບໍ່ໄດ້ຮັບຫມາກຜົນດີປານໃດ . ຕໍ່ມາພວກເຮົາ ຈຶ່ງນໍາໃຊ້ກົດເກນຕະຫລາດ, ເຮັດໃຫ້ມີການຈໍລະຈອນສິນຄ້າ ຢ່າງເສລີ–ຖືກກົດຫມາຍ, ພວກເຮົາຍັງຈະຕ້ອງໄດ້ອອກເຫື່ອເທແຮງໃນທຸກຂົງເຂດ, ແຕ່ເຖິງຢ່າງໃດກໍຕາມ ຂະບວນວິວັດແຫ່ງການປ່ຽນແປງໃຫມ່ນີ້ ຍັງຢູ່ໃນໄລຍະທົດລອງຢູ່, ແລະ ມັນກໍມີຫລາຍອັນຫຍຸ້ງຍາກ . . ..

– ອັນໃດ ພວກທານເອົາໃຈໃສ່ກ່ອນຫມູ່ ?

– ປະເທດລາວນອນຢູ່ໃນ 4 ປະເທດ ທີ່ຂະຫຍາຍຕົວຊ້າທີ່ສຸດໃນໂລກ. ພວກເຮົາເປັນປະເທດທີ່ຮັງມີແຕ່ກໍຍັງທຸກຍາກ ພວກເຮົາມີຊັບພະຍາກອນຫລາຍຢູ່, ແຕພັດຍັງບໍ່ທັນໄດ້ຊຸດຄົ້ນມັນເທື່ອ..

ສະນັ້ນ, ພວກເຮົາຕ້ອງເຄື່ອນໄຫວຢ່າງມີປະສິດທິຜົນທີ່ສຸດ. ພວກເຮົາກໍານົດ 4 ບັນຫາ ທີ່ຕ້ອງເອົາໃຈໃສ່ກວ່າຫມູ່ຕາມລຳດັບດັ່ງນີ້:

ລະດັບການສຶກສາ, ການສະສົມທຶນ , ການນໍາໃຊ້ເຕັກໂນ ໂລຊີ ແລະ ການກໍ່ສ້າງພະນັກງານຄຸມຄອງ

– ການເປີດປະຕູຕໍ່ໂລກພາຍນອກ,ຈະສືບຕໍ່ດໍາເນີນໄປບໍ່? ,

– ພວກເຮົາໃຫ້ຄວາມສໍາຄັນເປັນພິເສດຕໍ່ການປ່ຽນແປງໃຫມ່ ໃນດ້ານການພົວພັນເສດຖະກິດກັບຕ່າງປະເທດ, ເພື່ອຍາດເອົາການຊ່ວຍເຫລືອທາງດ້ານການເງິນ ແລະ ດ້ານເຕັກໂນໂລຊີຈາກ​ຕ່າງປະເທດ, ພວກເຮົາເພິ່ງພໍໃຈ ທີ່ສັງເກດເຫັນວ່າ ການຮ່ວມມືກັບປະເທດຕ່າງໆ ໄດ້ມີການຂະຫຍາຍຕົວໃຫ​ມ່ ແລະ ມັນເປັນບັນຫາຍາກ ທີ່ພວກເຮົາຈະຫລີກລ້ຽງຂີ້ຂາດຕົກບົກພ່ອງ ແລະປະກົດການທີ່ຕ່າງໆໄດ້, ເພາະມັນເປັນເລື່ອງໃຫມ່ສໍາລັບພວກເຮົາ.

ຮີບ​ໂຮມ ແລະ​ນຳ​ມາ​ຮຽງ​: ເພ​ຈ ແລະ​ເວບ​ໄຊ ອິນ​ໄຊ​ລາວ

ຈາກ​ປຶ້ມ ໄກ​ສອນ ລູກ​ຂອງ​ປະ​ຊາ​ຊົນ ຄະ​ນະ​ກຳ​ມະ​ການ​ວິ​ທະ​ຍາ​ສາດສັງ​ຄົມ​ແຫ່ງ ສ​ປ​ປ​ລາວ 1991

Hits: 201

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້