ຊາດລາວ ເປັນຊາດໜື່ງ ທີ່ມີພາສາ ແລະ ຕົວອັກສອນເປັນຂອງຕົນເອງມີຊື່ຮຽກວ່າ ພາສາລາວ ແລະ ຕົວອັກສອນລາວ. ສຳລັບພາສາລາວນັ້ນ ມັນກຳເນີດຂື້ນພ້ອມໆກັບການກຳເນີດຂອງຊາດລາວ ເປັນພາສາທີ່ເກົ່າແກ່ພາສາໜື່ງຢູ່ໃນອາຊີອາຄະເນ. ສ່ວນຕົວອັກສອນລາວມີໃຊ້ແລ້ວໃນສະໄໝຂຸນຫລວງສີເມົາ ເຈົ້າປົກຄອງເມືອງງາຍລາວ. ທັງພາສາ ແລະ ຕົວອັກສອນລາວ ໄດ້ຮັບການພັດທະນາເລື້ອຍໆ. ໃນອະດີດອັນຍາວນານຊົນຊາດລາວມີອຳນາດ ມີອິດທິພົນ ແຜ່ຂະຫຍາຍກວ້າງໄກ. ພາສາ ແລະ ຕົວອັກສອນລາວກໍໄດ້ຮັບການພັດທະນາ ໃຫ້ດີຂື້ນເພື່ອຮັບໃຊ້ໃຫ້ແກ່ ການຂະຫຍາຍຕົວທາງດ້ານເສດຖະກິດ, ວັດທະນະທຳສັງຄົມ ຢ່າງກວ້າງຂວາງ.
ໃນສະໄໝ ພຣະເຈົ້າສຸລິຍະວົງສາທຳມິກະຣາດ (ຄ.ສ 1638) ພະອົງໄດ້ສ້າງອານາຈັກລາວໃຫ້ເຂັ້ມແຂງດ້ານການເມືອງ, ເສດຖະກິດ, ວັດທະນະທຳ ແລະ ສັງຄົມ ໃນສະໄໝນີ້ ພາສາ, ວັນນະຄະດີ ແລະ ຕົວອັກສອນລາວ ນັບວ່າໄດ້ຮັບການພັດທະນາສູ່ລະດັບສູງສົມຄວນ. ການພັດທະນາພາສາ, ວັນນະຄະດີ ແລະ ຕົວອັກສອນລາວໃນສະໄໝນີ້ສ່ວນໃຫຍ່ແມ່ນອີງໃສ່ພາສາວັນນະຄະດີ ແລະ ຕົວອັກສອນ ບາລີ – ສັນສະກິດ ເປັນຫຼັກສຳຄັນ ສ່ວນພາສາຂອງຊົນຊາດ ອ້ອມຂ້າງເປັນສຳຮອງ. ດັ່ງນັ້ນໃນສະໄໝ ເຈົ້າສຸລິຍະວົງສານີ້ ອັກສອນລາວໄດ້ຮັບການພັດທະນາ ໃຫ້ກ້າວສູ່ລະດັບສູງ.
ມາໃນສະໄໝລາວ ສູນເສຍເອກະລາດ ໂດຍສະເພາະ ແມ່ນເລີ່ມສະໄໝເຈົ້າອະນຸວົງເປັນຕົ້ນມາ ພາສາວັນນະຄະດີ ແລະ ຕົວອັກສອນລາວໄດ້ອັບເສົ້າມົວໝອງ. ໃນເມື່ອຊາດເສຍເອກະລາດທຸກສິ່ງທຸກຢ່າງມັນກໍຕ້ອງສູນເສຍໄປນຳ. ຕຳລາວັນນະຄະດີ ແລະ ອັກສອນລາວໄດ້ຖືກສັດຕູປຸ້ນເອົາໄປເກືອບໝົດສີ້ນ. ເວລານັ້ນເສັ້ນທາງອັກສອນສາດ ແລະ ວັນນະຄະດີລາວພົບກັບຄວາມມຶດມົນ ຈົນເກືອບວ່າບໍ່ມີທາງຟື້ນຟູຂື້ນມາໄດ້. ແຕ່ຊະຕາຍັງບໍ່ຂາດຊາດລາວຍັງບໍ່ສິ້ນ ແຜ່ນດີນລາວຍັງບໍ່ກາຍເປັນນ້ຳທະເລ ມະຫາສະໝຸດຍັງຜຸດພົ້ນເກີດຂື້ນມາເປັນຊາດລາວຢູ່ຄູ່ຟ້າດີນ, ແຜ່ນດີນລາວຍັງບໍ່ສິ້ນນັກປາດ, ພູມປັນຍາລາວໄດ້ພົ້ນເດັ່ນຂື້ນມາອີກ ດັ່ງນັ້ນ ພາສາລາວ, ອັກສອນລາວ, ວັນນະຄະດີລາວ ກໍໄດ້ຟື້ນຄືນມາ ດ້ວຍຊີວິດເລືອດເນື້ອ ຢາດນ້ຳຕາ ແລະ ພູມປັນຍາຂອງປະຊາຊົນລາວ
ພຸດທະບັນດິດສະພາຈັນທະບູລີ ໄດ້ຖືກສ້າງຕັ້ງຂື້ນໃນປີ 1932 ໂດຍການເປັນປະທານຂອງ ສະເດັດເຈົ້າເພັດຊະລາດ ມີພາລະບົດບາດໃນການຟື້ນຟູພາສາ, ອັກສອນ, ວັນນະຄະດີ ແລະ ປະຫວັດສາດລາວ. ອາຈານມະຫາສີລາວີລະວົງ ນັກຄົ້ນຄວ້າຜູ້ສະຫລາດຮູ້ໃນນາມເປັນເລຂາຂອງພຸດທະບັນດິດ ສະພາຈັນທະບູລີ ໄດ້ທຸ່ມເທແຮງກາຍ ແຮງໃຈ ສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດຂອງເພີ່ນເຂົ້າໃນການຄົ້ນຄວ້າ. ເພິ່ນສາມາດເຂົ້າໄປຄົ້ນຄວ້າພາສາ, ອັກສອນ, ວັນນະຄະດີ ແລະ ປະຫວັດສາດລາວ ຈາກຕົ້ນສະບັບເກົ່າແກ່ດັ້ງເດີມຂອງລາວ ທີ່ສັດຕູໄດ້ປຸ້ນເອົາໄປຊຸກເຊື່ອງໄວ້ໃນຫໍສະໝຸດກຸງເທບ. ຈາກຜົນງານການຄົ້ນຄວ້າຂອງອາຈານ ມະຫາ ສີລາ ວີລະວົງສ໌ ນັ້ນ, ໄວຍະກອນລາວທັງ 4 ເຫຼັ້ມ ທຳອິດຖືກພິມຂື້ນໂດຍ ພຸດທະບັນດິດສະພາຈັນທະບູລີ ໃນປີພ.ສ 2478 ກົງກັບ ຄ.ສ 1935 ໄວຍາກອນທັງ 4 ເຫຼັ້ມຄື ອັກຂະຫລະວິທີ, ວະຈີວິພາກ, ວາກາຍະສຳພັນ ແລະ ສັນທະລັກສະນະ ຖືເປັນຫຼັກ ແລະ ເປັນແມ່ແບບ ໃນການຟື້ນຄືນຊີບ ຂອງອັກສອນສາດລາວ ຫຼື ອາດເວົ້າໄດ້ວ່າ ຫລັກພາສາລາວໃນສະໄໝຟື້ນຄືນຊີບ.
ຕໍ່ມາໄວຍະກອນລາວ ໄດ້ຖືກດັດແປງແກ້ໄຂຫລາຍເທື່ອ ຈົນມາຮອດສະໄໝ ປົດປ່ອຍທົ່ວປະເທດ ແລະ ໄດ້ສ້າງຕັ້ງລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂື້ນ ຄືສະໄໝປັດຈຸບັນນີ້ໄດ້ນຳໃຊ້ຫລັກພາສາລາວຕາມໄວຍະກອນຂອງ ລຸງ ພູມີ ວົງວິຈິດ ທີ່ກະຊວງສຶກສາຮັບຮອງໃຊ້ຢູ່, ອາດຈະເປັນຍ້ອນການດັດແປງແກ້ໄຂຫລັກພາສາລາວ ຫລາຍເທື່ອນີ້ບໍ ຈີ່ງເຮັດໃຫ້ການຂຽນ, ການປາກເວົ້າພາສາລາວຂອງຄົນລາວ ບໍ່ມີລັກສະນະເປັນເອກະພາບກັນ ຕ່າງຄົນຕ່າງຂຽນ ຕ່າງຄົນຕ່າງເວົ້າ ໂດຍສະເພາະແມ່ນຄຳສັບທີ່ມາຈາກຄຳພາສາບາລີ-ສັນສະກິດ ຫລື ຄຳສັບມາຈາກພາສາຕ່າງປະເທດອື່ນໆ ຫລື ແມ່ນແຕ່ຄຳລາວເດີມເຊັ່ນ: ປັດຈຸບັນ ເປັນ ປະຈຸບັນ ; ອະດີດ, ອະນາຄົດ, ອະນຸບານ ເປັນ ອາດີດ, ອານາຄົດ, ອານຸບານ; ເຕັກໂນໂລຊີ, ເຕັກໂນໂລຢີ, ເທັກໂນໂລຢີ, ເທັກໂນໂລຈີ; ໂຮງຮຽນ, ຮຽບຮ້ອຍ, ຮ້ອຍກີບ ເປັນໂລງລຽນ, ລຽບລ້ອຍ, ລ້ອຍກີບ ເປັນຕົ້ນ. ລັກສະນະສັບສົນ ບໍ່ເປັນເອກະພາບກັນແນວນີ້ມັນໄດ້ຮຽກຮ້ອງໃຫ້ບັນດານັກປາດ ອາຈານລາວ ຕ້ອງໄດ້ຮ່ວມແຮງຮ່ວມໃຈ ໃຫ້ສະຕິປັນຍາຄວາມຮູ້ ຄວາມສາມາດ ສະຫລາດແຫລມຄົມ ປະສົມປະສານກັນ ພັດທະນາອັກສອນສາດລາວ ເຮັດແນວໃດໃຫ້ປະຊາຊົນລາວໄດ້ຂຽນໄດ້ເວົ້າ ໃຫ້ຖືກຕ້ອງເປັນເອກະພາບກັນ ແລະ ໃຫ້ພາສາລາວກ້າວ ເພື່ອຮັບໃຊ້ແກ່ຄວາມກ້າວໜ້າຂອງໂລກໃນຍຸກປະຈຸບັນ ແລະ ອະນາຄົດ