Monday, November 10, 2025
Kbank Laos โอน รับ จ่าย

ເປີດ​ແລ້ວ!ຈຸດພັກລົດສາມແຍກເຊໂນ ທີ່ເມືອງອຸທຸມພອນ ແຂວງສະຫວັນນະເຂດ

ໂຄງການດັ່ງກ່າວນີ້ ໄດ້ຮັບງົບປະມານຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ, ໂດຍແຂວງສະຫວັນນະເຂດໄດ້ຮັບທຶນທັງໝົດ 2.220.000 ໂດລາສະຫະລັດ, ໃນນັ້ນໄດ້ຕົກລົງນຳໃຊ້ງົບປະມານຄັ້ງນີ້ປະກອບດ້ວຍ 03 ກິດຈະກຳຄື: 

1. ໂຄງການກໍ່ສ້າງຈຸດພັກລົດສາມແຍກເຊໂນ ຈຳນວນເງິນ 1.693.098 ໂດລາສະຫະລັດ, 
2. ໂຄງການສ້າງຄວາມປອດໄພຕາມທາງເລກ 09 (ສ້າງວົງວຽນ) ຈຳນວນເງິນ 193.148 ໂດລາສະຫະລັດ,
3. ທົດລອງສ້າງຕັ້ງຄະນະກຳມະການອຳນວຍຄວາມສະ ດວກດ້ານການຂົນສົ່ງຂັ້ນແຂວງຈຳນວນ 25.753 ໂດລາສະຫະລັດ, ນອກນັ້ນກໍ່ມີ ຄ່າບໍລິສັດທີ່ປຶກສາ ແລະຄຸ້ມ ຄອງໂຄງການ 298.000 ໂດລາສະຫະລັດ ແລະ ເງິນແຮ 10.000 ໂດລາສະຫະລັດ

ໂຄງການກໍ່ ສ້າງຈຸດພັກລົດສາມແຍກເຊໂນ:
1. ການອອກແບບໂຄງການແມ່ນ ອົງການ JICS ເປັນຜູ້ຈັດຕັ້ງປະຕິບັດ ແລະ ອອກແບບໂຄງການດັ່ງກ່າວເອງ, 
2. ບໍລິສັດທີ່ຊະນະການປະມູນ ເປັນຜູ້ຮັບເໝົາກໍ່ສ້າງໄດ້ແກ່ ບໍລິສັດ ຊາສີ ກຣຸບ, ເຊິ່ງໜ້າວຽກໃນການດຳເນີນໂຄງການປະກອບດ້ວຍ: ອາຄານຮ້ານອາຫານ, ຫ້ອງນໍ້າ ແລະ ບ່ອນພັກລົດ ພ້ອມທັງເສັ້ນທາງເຂົ້າອອກ ແລະ ຕິດຕັ້ງລະບົບໄຟຟ້າ, ປູກຫຍ້າ ແລະ ສິ່ງອຳນວຍຄວາມສະດວກອື່ນໆ,
3. ຜ່ານການຈັດຕັ້ງປະຕິບັດຕົກ ເປັນມູນຄ່າທັງໝົດ 2.548.135 ໂດລາສະຫະລັດ, ເກີນງົບທີ່ມີໄວ້ 763.602 ໂດລາສະຫະລັດ, ໃນນັ້ນສ່ວນເກີນ ຂອງງົບແມ່ນໄດ້ໃຊ້ເຂົ້າໃນວຽກເກັບກູ້ລະເບີດ, ຍົກຍ້າຍປະຊາຊົນ, ສຶກສາຜົນກະທົບ ຕໍ່ສິ່ງແວດລ້ອມ ແລະ ວຽກຖົມດິນ,
4. ມາຮອດປະຈຸບັນວຽກທຸກຢ່າງແມ່ນໄດ້ຈັດຕັ້ງປະຕິບັດສຳເລັດ ໂດຍມອບໃຫ້ ແຂວງສະຫວັນນະເຂດ ເປັນຜູ້ສືບຕໍ່ດຳເນີນປະມູນ ເພື່ອຊອກຫາຜູ້ດຳເນີນການບໍລິການຢູ່ຈຸດພັກລົດແຫ່ງນີ້ໃຫ້ມີ ປະສິດທິຜົນ.

ໃນພີທີຢ່າງເປັນທາງການດັ່ງກ່າວ:
1. ທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ກໍ່ໄດ້ຂຶ້ນກ່າວມອບໂຄງການດັ່ງກ່າວນີ້ໃຫ້ແຂວງສະຫວັນນະເຂດນຳໃຊ້ຕໍ່ໄປ,
2. ທ່ານ ທາເກຊິ ຮີກີຮາຣາ ເອກອັກຄະລັດຖະທູດປະເທດຍີ່ປຸ່ນປະຈຳ ສປປລາວ ກໍ່ໄດ້ກ່າວສະແດງຄວາມຂອບໃຈ ມາຍັງທຸກພາກສ່ວນທີ່ໄດ້ທຸ້ມເທເຫື່ອແຮງ ແລະ ເຮັດໃຫ້ວຽກງານຄັ້ງນີ້ປະສົບຜົນສຳເລັດ, 
3. ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ກໍ່ໄດ້ກ່າວຮັບໂຄງການດັ່ງກ່າວນີ້ ພ້ອມທັງໄດ້ສະແດງຄວາມຂອບໃຈມາຍັງທຸກພາກ ສ່ວນທີ່ເຮັດໃຫ້ຈຸດພັກລົດແຫ່ງນີ້ເກີດຂຶ້ນ ພ້ອມແລ້ວທີ່ຈະເຮັດ ໃຫ້ການບໍລິການທາງຜ່ານ ກໍ່ຄືຈຸດພັກລົດ ກາຍເປັນຈຸດຍຸດທະສາດທາງດ້ານເສດຖະກິດຕໍ່ໄປ,
4. ທັງສາມທ່ານ ກໍ່ໄດ້ຮ່ວມກັນຕັດແຖບຜ້າ ເພື່ອເປັນການຢັ້ງຢືນວ່າຈຸດພັກ ລົດສາມແຍກເຊໂນແຫ່ງນີ້ໄດ້ເປີດນຳໃຊ້ຢ່າງເປັນທາງການແລ້ວ.

ທີ່​ມາ: Souripudong Sundara

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.