ຝ່າຍສົມເດັດພະເຈົ້າອະນຸວົງ ຕັ້ງແຕ່ກັບມາແຕ່ບາງກອກເມື່ອປີ ຄ.ສ 1827 ນັ້ນແລ້ວ ກໍທົງຮຳ່ເພີງຫາທາງທີ່ຈະທຳການກູ້ອິດສະລະພາບຢູ່ສະ ເໝີແລະເມື່ອທົງຮຳ່ເພີງເຖິງເຫດການທີ່ພະເຈົ້າແຜ່ນດິນສະຫຍາມ ໄດ້ໃຫ້ໄປ ຕັດຕົ້ນຕານກັບການທີ່ພະອົງຂໍເອົາເຈົ້າຍິງດວງຄຳ, ພວກນາງລະຄອນ ແລະ ຄອບຄົວລາວຊາວເມືອງສະລະບຸລີຂຶ້ນມາວຽງຈັນບໍ່ໄດ້ນັ້ນ ກໍຍິ່ງໂທມະນັດ ຄັດແຄ້ນໃນພະໄທຫຼາຍ ດັ່ງນັ້ນພະອົງຈຶ່ງຕັດສິນພະໄທທຳການກູ້ອິດສະລະ ພາບ ປະກາດຕົວເປັນເອກະລາດຂາດຈາກຄວາມເປັນປະເທດສະລາດຂອງ ສະຫຍາມ ໃນປີ ຄ.ສ 1827. ເມື່ອປະກາດຕົວເປັນເອກະລາດແລ້ວພະອົງ ຈຶ່ງໄດ້ປະຊຸມເສນາມຸນຕີທັງຫຼາຍ.
ບັນດາເຈົ້ານາຍເສນາອຳມາດທີ່ເຂົ້າໄດ້ ປຶກສາຫາລືກັນຄາວນັ້ນ ມີເຈົ້າອຸປະຮາດຕິດສະ1 , ເຈົ້າສຸດທິສານ, ເຈົ້າລາ ຊະບຸດ (ໂຢ້ເຈົ້ານະຄອນຈຳປາສັກ), ເຈົ້າລາຊະວົງ (ເຫງົ້າ), ພະຍາເມືອງ ຈັນ, ພະຍາເມືອງແສນ, ພະຍາເມືອງກາງ, ພະຍາເມືອງຊ້າຍ, ພະປະຫຼັດ ເມືອງແສນ, ພະປະຫຼັດເມືອງຈັນ, ຊານົນເຈົ້າກົມສັດສະດີ.
ສົມເດັດພະເຈົ້າອະນຸ ມີພະລາຊະອາຍາວ່າ ເວລານີ້ໃນບາງກອກ ພວກ ເຈົ້ານາຍມີແຕ່ຄົນ ໜຸ່ມນ້ອຍ ຂຸນນາງເສນາຜູ່ໃຫຍ່ກໍບໍ່ມີຫຼາຍ ສີໄມ້ລາຍມື ການເສິກກໍອ່ອນແອບໍ່ແຂງແຮງ ທັງເຈົ້າພະຍາເມືອງນະຄອນລາຊະສີມາກໍບໍ່ ຢູ່ ຫົວເມືອງຕາມທາງກໍບໍ່ມີເມືອງໃດພໍຈະຂັດຂວາງເຮົາໄດ້ແລະອີກປະການນຶ່ງ ໄດ້ຊາບຂ່າວວ່າ ພວກອັງກິດກໍເຂົ້າມາກໍ່ກວນຢູ່ທາງພາກໃຕ້ຂອງປະເທດ ຊີວະປະຫວັດ ສົມເດັດພະເຈົ້າອະນຸວົງ 23 ສະຫຍາມເຮົາພະອົງເຫັນວ່າເປັນການສົມຄວນແລ້ວ ທີ່ຈະຕ້ອງລົງມືທຳການ ແກ້ແຄ້ນຕໍ່ເມືອງສະຫຍາມ.
ຝ່າຍອຸປະຮາດຕິດສະໄດ້ທູນຄັດຄ້ານວ່າ ເມືອງສະຫຍາມເປັນເມືອງ ໃຫຍ່ເຖິງແມ່ນວ່າເຮົາຕີໄດ້ແລ້ວ ກໍເຫັນຈະໄປຕັ້ງເປັນເຈົ້າຢູ່ທີ່ນັ້ນບໍ່ໄດ້ພວກ ໄພ່ພົນເມືອງຈະໂຮມກັນເຂົ້າເປັນກະບົດ ພວກເຮົາກໍເໜືອນນອນຢູ່ເທິງໜາມ.
ສົມເດັດພະເຈົ້າອະນຸມີພະລາຊະອາຍາຕອບວ່າ ຖ້າເຫັນວ່າຈະຕັ້ງຢູ່ ບໍ່ໄດ້ເຮົາກໍຈະກວາດເອົາຄອບຄົວຜູ່ຄົນຂຶ້ນມາໄວ້ໃນເມືອງເຮົາ ແລ້ວເຮົາຈັດການປ້ອງກັນຮັກສາດ່ານຊ່ອງແຄບໄວ້ ກອງທັບສະຫຍາມຄົງຈະມາທຳອັນ ຕະລາຍເຮົາບໍ່ໄດ້ ປະການນຶ່ງທາງທີ່ຈະສົ່ງສະບຽງອາຫານກໍລຳບາກແລະ ໄກຍິ່ງແມ່ນຈະທຳເສິກຢູ່ເປັນປີເຮົາກໍບໍ່ຢ້ານ ລາສະດອນຫົວເມືອງໃຫຍ່ນ້ອຍ ທີ່ຂຶ້ນກັບເຮົາຢູ່ເວລານີ້ກໍມີເຖິງ 79 ຫົວເມືອງ.