De Princess Hotel ແມ່ນໄດ້ເປີດບໍລິການໃຫ້ນັກທ່ອງທ່ຽວເຂົ້າມາພັກຕັ້ງແຕ່ 1 ພະຈິກ​ 2018 ເປັນຕົ້ນມາ ເຊິ່ງກໍໄດ້ການຕອບຮັບຈາກລູກຄ້າເປັນຢ່າງດີ ​ໂດຍສະເພາະແມ່ນລູກຄ້າຈາກທາງ ສປປ ລາວ​ ນັບມື້ນັບຫຼາຍຂື້ນ ໂຮງແຮມ ເດີ​ ພຣີ້ນເຊສ​ ອຸດອນທານີ​ ຕັ້ງຢູ່ໃຈການເມືອງອຸດອນທານີ ໃກ້ກັບເຂດທຸລະກິດທີ່ອ້ອມຮອບໄປດ້ວຍແຫຼ່ງຄ້າຂາຍ ແຫຼ່ງທ່ອງທ່ຽວ ແລະ​ ໂຮງໝໍ.​ ເດີ​ ພຣີ້ນເຊສ ເປັນໂຮງແຮມ ລະດັບ​ 4 ດາວ ການອອກແບບ​ໂຄງສ້າງທາງສະຖາປັດຕະຍະກຳແບບຝລັ່ງເສດ ແລະ​ ການຕົບແຕ່ງພາຍໃນດ້ວຍແນວຄິດໃນການນຳຄວາມສະດວກສະບາຍຂອງວິຖີຊີວິດສະໄໝໃໝ່ມາປະສົມເຂົ້າກັບເຟີນິເຈີເຄື່ອງໃຊ້ຮ່ວມສະໄໝຈັດວາງເຂົ້າກັນຢ່າງລົງຕົວ​

ສຳລັບການບໍລິການ ແມ່ນມີເອກະລັກສະເພາະ​ ພະນັກງານທຸກຄົນໄດ້ຜ່ານການ​ຝຶກຝົນໃຫ້ມີການບໍລິການທີ່ດີເລີດ ພ້ອມດຽວກັນນັ້ນຍັງໃຫ້ປະສົບການທີ່ແປກໃໝ່ ແລະ​ ບໍ່ຄືໃຜ,​ ຫ້ອງພັກຕົບແຕ່ງຢ່າງມີສະຕາຍ ແລະ​ ຫຼູຫຼາ ​ເຕັມໄປດ້ວຍ​ສິ່ງອຳນວຍຄວາມສະດວກຕ່າງໆ​ ສະລອຍນໍ້າ,​ ຫ້ອງອອກກຳລັງກາຍ,​ ຫ້ອງນວດ, ຫ້ອງສະໝຸດ, ຫ້ອງປະຊຸມສຳມະນາ, ຫ້ອງຈັດລ້ຽງ​ລວມໄປເຖິງ​ພື້ນທີ່ເຮັດວຽກສ່ວນຕົວ ທີ່ສາມາດປັບປ່ຽນຕາມຄວາມຕ້ອງການ. ທີ່ສ້າງແຮງບັນດານໃຈໃນການສ້າງສັນຜົນງານ​ສຳລັບ​ຄົນລຸ້ນໃໝ່ ແລະ ​ກຸ່ມ​ສະຕ໊າດອັບ
ນອກຈາກນີ້ ໂຮງແຮມ ເດີ​ ພຣີ້ນເຊສ ຍັງມີຫ້ອງອາຫານຊື້ DE NANG DE ໄວ້ບໍລິການສຳລັບແຂກທີ່ຕ້ອງການເຂົ້າມາຮັບປະທານອາຫານ ຫ້ອງອາຫານນີ້ ແມ່ນໄດ້ໂຮມເອົາອາຫານໄທຕົ້ນຕຳຫຼັບມາໄວ້ໃນນີ້ ແລະ ຍັງມີບຸບເຟ້ອາຫານເຊົ້າ ເຊິ່ງຈະເປີດໃຫ້ບໍລິການແຕ່ 6:30 ຫາ 11:00 ໂມງ ສຳລັບໃຜທີ່ບໍ່ໄດ້ມາພັກທີ່ ເດີ ພຣີ້ນເຊສ​ ກໍສາມາດແວ່ມາຮັບປະທານອາຫານໄດ້ເຊັ່ນກັນ.​ ພິເສດທາງໂຮງແຮມຍັງອຳນວຍຄວາມສະດວກສະບາຍໃຫ້ລູກຄ້າ​ ໂດຍການບໍລິການຮັບສົ່ງຈາກໂຮງແຮມໄປ ຢູດີທາວ,​ ສານເຈົ້າປູ່ຍ່າ ແລະ ​ເຊັນທຣັນພລາຊາອີກດ້ວຍ

ທ່ານ ນາງ​ນະຣະມົນ ພັນແສນ​ ​ຜູ້ຈັດການທົ່ວໄປ ໂຮງແຮມ​ ເດິ ​ພຣີ້ນເຊສ​ ອຸດອນທານີ ​ໄດ້ກ່າວວ່າ: ທາງໂຮງແຮມມີນະໂຍບາຍໃນການເຂົ້າໄປເຮັດຕະຫຼາດ​ໃນ ​ສປປ ລາວ​ໂດຍເລີ່ມທີ່ ນະຄອນຫຼວງວຽງຈັນ ເປັນແຫ່ງທຳອິດ ແລະ ຈະຂະຫຍາຍການຕະຫຼາດໄປທີ່ແຂວງອື່ນໆ ເນື່ອງຈາກໃນທີ່ຜ່ານມາຈະມີນັກທ່ອງທ່ຽວຈາກ ສປປລາວ ມາທ່ຽວທີ່ອຸດອນທານີ ເປັນຈຳນວນຫຼາຍໃນແຕ່ລະມື້ ມີທັງນັກທ່ອງທ່ຽວທີ່ມາເປັນຄູ່, ມາແບບກຸ່ມໝູ່ ແລະ ແບບຄອບຄົວ ໂດຍສ່ວນຫຼາຍແມ່ນມາຈັບຈ່າຍໃຊ້ສອຍ ແລະ ມາໂຮງໝໍ ເປັນປະຈຳໃນທຸກໆອາທິດ​
De Princess Hotel ຈຶ່ງໄດ້ເບິ່ງເຫັນໂອກາດທາງທຸລະກິດ ແລະ ​ໄດ້ວາງແຜນເຂົ້າມາເຮັດການຕະຫຼາດໃນ ສປປ ລາວ ເພຶ່ອທີ່ຈະດຶງດູດລູກຄ້າຊາວລາວເຂົ້າມາພັກໃຫ້ໄດ້ຫຼາຍຂຶ້ນໃນປີ 2019.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ໃຜທີ່ສົນໃຈເຂົ້າພັກເບີ່ງລາຍລະອຽດເພີ່ມຕື່ມ ໄດ້ທີ່ ເວບໄຊ www.deprincesshotel.com
ຫຼືສອບຖາມລາຄາຫ້ອງພັກໄດ້ທີ່ ເບີໂທ (+66) 42 204444

Hits: 7

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້