Friday, April 18, 2025

ການຮ່ວມມືດ້ານການຄ້າຈີນ-ແມ່ນໍ້າຂອງບັນລຸ 260 ຕື້ກວ່າໂດລາ

ການພົວພັນການຄ້າລະຫວ່າງ ສປ ຈີນກັບ 5 ປະເທດສະມາຊິກແມ່ນໍ້າຂອງ(ລາວ,ມຽນມາ,ກໍາປູເຈຍ,ຫວຽດ ນາມ ແລະ ໄທ) ບັນລຸຫລາຍກວ່າ 260 ຕື້ໂດລາສະຫະລັດໃນປີ 2018 ຂະນະທີ່ການຮ່ວມມືໃນຂອບແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຕະຫລອດໄລຍະ 3 ປີລະຫວ່າງສປ ຈີນ ແລະ ສະມາຊິກແມ່ນໍ້າຂອງໄດ້ເກີດດອກອອກຜົນ ແລະ ມີຄວາມສໍາເລັດຢ່າງພົ້ນເດັ່ນ.

ການສະເຫລີມສະຫລອງຄົບຮອບ 3 ປີຂອບການຮ່ວມມືລະຫວ່າງແມ່ນໍ້າຂອງ ແລະ ແມ່ນໍ້າລ້ານຊ້າງໄດ້ຈັດຂຶ້ນໃນວັນທີ 22 ກຸມພາ 2019 ທີ່ນະຄອນປັກກິ່ງ ສປ ຈີນໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ເຈີນ ຊຽວດົງ, ຜູ້ຊ່ວຍລັດຖະມົນຕີຕ່າງປະເທດ ສປ ຈີນ (Mr. Chen Xiaodong, the Assistant Minister of Foreign Affairs), ທ່ານ ນາງ ວັນດີ ບຸດທະສະວົງ (Mrs. Vandy Bouthasavong ) ເອກອັກຄະລາຊະທູດ ສປປ ລາວປະຈໍາ ສປ ຈີນ ພ້ອມ ບັນດາທູດຕານູທູດ,ຜູ້ປະກອບການ,ສື່ມວນຊົນ ແລະ ເຈົ້າຫນ້າທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ເຈີນ ຊຽວດົງ, ຜູ້ຊ່ວຍລັດຖະມົນຕີຕ່າງປະເທດ ສປ ຈີນໄດ້ກ່າວຢູ່ພິທີເປີດງານລ້ຽງຄົບຮອບ 3 ປີຂອບການຮ່ວມມືລະຫວ່າງແມ່ນໍ້າຂອງ ແລະ ແມ່ນໍ້າລ້ານຊ້າງວ່າການຮ່ວມມືຕະຫລອດ 3 ປີນັ້ນໄດ້ສະທ້ອນໃຫ້ເຫັນຄວາມພະຍາຍາມທີ່ຫມາຍຫມັ້ນ ແລະ ເກີດດອກອອກຜົນຢ່າງພົ້ນເດັ່ນໃນການຮ່ວມມືລະຫວ່າງ ສປ ຈີນ ແລະ ສະມາຊິກແມ່ນໍ້າຂອງໂດຍສະເພາະມູນຄ່າການຄ້າຂອງຈີນກັບ 5 ປະເທດສະມາຊິກບັນລຸກວ່າ 260 ຕື້ໂດລາສະຫະລັດໃນປີ 2018, ຮຸ້ນສ່ວນລົງທຶນໂດຍກົງຈາກຕ່າງປະເທດຂອງຈີນໃນບັນດາສະມາຊິກແມ່ນໍ້າຂອງບັນລຸ 32 ຕື້ກວ່າໂດລາສະຫະລັດ ແລະ ປະມານ 18.000 ກວ່າຄົນໄດ້ຮັບການຝຶກອົບຮົມດ້ານທັກສະວິຊາຊີບພາຍຫລັງ ສປ ຈີນສ້າງພື້ນຖານຝຶກອົບຮົມ ແລະ ສ້າງວິຊາຊີບໃນບັນດາປະເທດສະມາຊິກແມ່ນໍ້າຂອງ.

ບັນດາປະເທດສະມາຊິກແມ່ນໍ້າຂອງຄື: ເພື່ອນບ້ານທີ່ດີ,ຄູ່ຮ່ວມມືທີ່ດີ ແລະ ເພື່ອນທີ່ດີ, ສປ ຈີນພ້ອມຈະຮ່ວມມືກັບບັນດາທ່ານຢ່າງຫ້າວຫັນໂດຍສະເພາະຮ່ວມກັນສ້າງແລວພັດທະນາເສດຖະກິດ, ສ້າງເປັນປະຊາຄົມຮ່ວມໂຊກຊະຕາກໍາໃນຂົງເຂດແມ່ນໍ້າຂອງໃຫ້ເບັ່ງບານ ແລະ ສີວິໄລຂຶ້ນເປັນກ້າວໆ.

ທ່ານ ນາງ ວັນດີ ບຸດທະສະວົງ (Mrs. Vandy Bouthasavong ) ເອກອັກຄະລາຊະທູດ ສປປ ລາວປະຈໍາ ສປ ຈີນຍັງໄດ້ກ່າວຈາກການຮ່ວມມື ແລະ ເພື່ອນທີ່ໄກ້ຊິດລະຫວ່າງສປ ຈີນກັບບັນດາປະເທດສະມາຊິກແມ່ນໍ້າຂອງໂດຍຜ່ານລັກສະນະພູມີປະເທດ,ວັດທະນະທໍາ, ການໄປມາຫາສູ່ລະຫວ່າງກັນ ແລະ ອື່ນໆ ເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ,ການຄ້າ,ການລົງ, ຄົມມະນາຄົມ, ທອ່ງທ່ຽວຢ່າງພົ້ນເດັ່ນໃນຕະຫລອດ 3 ປີຜ່ານມາໂດຍສະເພາະຫມາກຜົນຂອງການຈັດຕັ້ງປະຕິບັດຖະແຫລງການຊັນຍາ, ຖະແຫລງການພະນົມເປັນ ແລະ ແຜນໄລຍະ 5 ປີຂອງການຈັດຕັ້ງປະຕິບັດກ່ຽວກັບການຮ່ວມມືຂອງເອັມແອວຊີ 2018-2022. ນອກຈາກນັ້ນ ໂຄງການກອງທຶນພິເສດເອັມແອວຊີ,ໂຄງການເກັບກ່ຽວສຸກເສີນ ແລະ ອື່ນໆໄດ້ປະກອບສ່ວນ ແລະ ເພີ່ມທະວີການປັບປຸງຊີວິດການເປັນຂອງປະຊາຊົນບໍ່ຫນ້ອຍໃນບັນດາສະມາຊິກແມ່ນໍ້າຂອງເປັນຕົ້ນຂໍ້ລິເລີ່ມຫນຶ່ງແລວຫນຶ່ງເສັ້ນທາງ ແລະ ແລວພັດທະນາເສດຖະກິດເອັມແອວຊີ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.