
ໃນວັນທິີ 25 ມີນາ 2019 ທີ່ນະຄອນຫຼວງວຽງຈັນ, ຫ້ອງການກະຊວງການເງິນ ຮ່ວມກັບ ບໍລິສັດ ຫຼັກຊັບລ້ານຊ້າງ ມະຫາຊົນ, ບໍລິສັດ ຫຼັກຊັບ ທຄຕລ-ກທ ຈໍາກັດ ແລະບໍລິສັດ ຫຼັກຊັບລາວ-ຈີນ ຈໍາກັດ ຈັດພິທີຖະແຫຼງຂ່າວ ການເປີດຈອງຊື້ພັນທະບັດລັດຖະບານ ທີ່ອອກໂດຍກະຊວງການເງິນ ໂດຍຜ່ານຕະຫຼາດຫຼັກຊັບລາວ ໃນມູນຄ່າ 714 ຕື້ກວ່າກີບ, ໃຫ້ກຽດຖະແຫຼງຂ່າວມີທ່ານ ສົມບູນ ອິນທະປັດຖາ ຫົວໜ້າຫ້ອງການກະຊວງການເງິນ, ທ່ານ ອານຸກອນ ສຸທໍາມະວົງ ຮັກສາການຜູ້ອໍານວຍການ ບໍລິສັດຫຼັກຊັບລ້ານຊ້າງ ມະຫາຊົນ, ທ່ານ ເທບສະຫວັນ ດິຕິຍະວົງ ຮັກສາຜູ້ອໍານວຍການບໍລິສັດຫຼັກຊັບ ທຄຕລ-ກທ ຈໍາກັດ (BCEL-KT), ທ່ານ ລິນ ລີ ຜູ້ອໍານວຍການ ບໍລິສັດຫຼັກຊັບລາວ-ຈີນ ຈໍາກັດ, ໂດຍມີທ່ານນາງ ວຽງດາລີ ສຸພານຸວົງ ຮອງຫົວໜ້າ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບເຂົ້າຮ່ວມ.

ທ່ານ ສົມບູນ ອິນທະປັດຖາ ກ່າວວ່າ: ການຈັດພິທີແຫຼງຂ່າວຄັ້ງນີ້ ແມ່ນມີຈຸດປະສົງ ເພື່ອໃຫ້ບັນດາທ່ານ, ຜູ້ລົງທຶນ, ນັກທຸລະກິດ ຮັບຊາບເຖິງຄວາມຄືບໜ້າຂອງແຜນການຂາຍພັນທະບັດລັດຖະບານ, ຊຶ່ງ ບໍລິສັດຫຼັກຊັບ 3 ແຫ່ງ ໄດ້ນໍາໃຊ້ຈຸດແຂງ ແລະຖານລູກຄ້າຂອງແຕ່ລະບໍລິສັດທີ່ມີຢູ່ໃນການໃຫ້ຂໍ້ມູນກັບນັກລົງທຶນພາຍໃນ ແລະຕ່າງປະເທດນັບຕັ້ງແຕ່ຕົ້ນປີ 2019 ເປັນຕົ້ນມາ, ການອອກພັນທະບັດໃນຄັ້ງນີ້ ມີມູນຄ່າ ທັງໝົດ 714,87 ຕື້ກວ່າກີບ, ລາຄາກໍານົດ ແລະລາຂາຍ ໜ່ວຍລະ 1 ລ້ານກີບ ໂດຍແບ່ງພັນທະອອກເປັນ 4 ລຸ້ນຄື: ອາຍຸ 1 ປີ, 3 ປີ, 5 ປີ ແລະ 7 ປີ. ສໍາລັບອາຍຸ 1 ປີ ມີມູນຄ່າບໍ່ເກີນ 210 ຕື້ກວ່າກີບ, ສ່ວນ 500 ຕື້ກວ່າກີບ ແມ່ນແບ່ງໄປໃສ່ 3, 5 ແລະ 7 ປີ, ຊຶ່ງອັດຕາດອກເບ້ຍ 1ປີ ເທົ່າ 5,3%, 3 ປີ ເທົ່າ 6,80%, 5 ປີ 6,95% ແລະ 7 ປີ 7,10% ການຈ່າຍດອກເບ້ຍ ແມ່ນ ຈ່າຍ 2 ຄັ້ງຕໍ່ປີ.

ທ່ານ ອານຸກອນ ສຸທໍາມະວົງ ກ່າວ່າ: ພາຍຫຼັງທີ່ທັງສາມບໍລິສັດຫຼັກຊັບໄດ້ ມີການລົງຫາລູກຄ້າທັງພາຍໃນ ແລະຕ່າງປະເທດ ປາກົດວ່າໄດ້ຮັບຄວາມສົນໃຈຈາກນັກລົງທຶນຫຼາຍພໍສົມຄວນ ໂດຍສະເພາະແມ່ນນັກລົງທຶນພາຍໃນປະເທດທີ່ກວມເອົາສ່ວນໃຫຍ່ຂອງຍອດຊື້ພັນທະບັດລັດຖະບານທັງໝົດ ເຊິ່ງມັນໄດ້ສະແດງໃຫ້ເຫັນວ່າຜູ້ລົງທຶນພາຍໃນມີຄວາມເຂົ້າໃຈ ກັບກົນໄກການລົງທຶນໃສ່ພັນທະບັດຂອງລັດຖະບານຢ່າງເປັນມືອາຊີບຫຼາຍຂຶ້ນ.
ສໍາລັບການເປີດຈອງຊື້ພັນທະບັດລັດຖະບານໃນຄັ້ງນີ້ ຈະເລີ່ມເປີດໃຫ້ກັບຜູ້ລົງທຶນພາຍໃນ ແລະຕ່າງປະເທດຈອງໄດ້ໃນລະຫວ່າງວັນທີ 25 ມີນາ ຫາ ວັນທີ 5 ເມສາ 2019 ເລີ່ມແຕ່ເວລາ 8:30-15:30 ໂມງ ຕະຫຼອດຊ່ວງໄລຍະເວລາການເປີດຈອງຊື້, ຊຶ້ງສາມາດຊື້ໄດ້ທີ່ສໍານັກງານຂອງບໍລິສັດຫຼັກຊັບທັງສາມແຫ່ງ ທີ່ອາຄານຕະຫຼາດຫຼັກຊັບລາວ (BCEL, LDB, APB), ທັງກໍາເອົາວັນທີ 5 ເດືອນ ເມສາ 2019 ເປັນມື້ຄິດໄລ່ອັດຕາດອກເບ້ຍ ແລະຈົດທະບຽນໃນຕະຫຼາດຫຼັກລາວ ໃນວັນທີ 25 ເມສາ 2019, ການຈອງຊື້ພັນທະບັດຄັ້ງນີ້ ຈະໃຊ້ຫຼັກການມາກ່ອນໄດ້ກ່ອນ First In First Serve ຊຶ່ງຜູ້ລົງທຶນຕ້ອງການຊື້ແບບທະວີຄູນ ເທື່ອລະ 10 ລ້ານກີບ ຂຶ້ນໄປ ແລະຈະປິດຈອງຊື້ທັນທີ ຖ້າຫາກການຈອງຊື້ພັນຖະບັດຄົບຕາມຈໍານວນທີ່ໄດ້ອອກຈໍາໜ່າຍໃນຄັ້ງນີ້ ເຖິງວ່າຈະບໍ່ຮອດວັນທີ 5 ເມສາ 2019 ກໍ່ຕາມ, ການຈອງຊື້ພັນທະບັດລັດຖະບານຄັ້ງນີ້ ຜູ້ລົງທຶນສາມາດແລກປ່ຽນມື້ໃນຕະຫຼາດຂັ້ນສອງໄດ້ ເຊີ່ງຕະຫຼາດຫຼັກຊັບລາວ ໄດ້ມີລະບົບ ແລະກົນໄກຊື້-ຂາຍພັນທະບັດແລ້ວ.