ຄວາມເຊື່ອດັ່ງເດີມຄື ຄວາມເຊື່ອທີ່ປາກົດໃນສັງຄົມປະຊາຊົນລາວ ກ່ອນໄດ້ຮັບອິດທິພົນພຸດທະສາສະຫນາເຂົ້າມາໃນອານາຈັກລາວລ້ານຊ້າງ. ເຊິ່ງສ່ວນໃຫຍ່ມະນຸດມີຄວາມເຊື່ອເຫຼົ່ານີ້ ກໍເພື່ອແກ້ເຫດແຫ່ງຄວາມກົວ ທີ່ມະນຸດຕ້ອງປະສົບກັບໄພທໍາມະຊາດ.
ດັ່ງນັ້ນ, ເກີດຄວາມເຊື່ອຂຶ້ນມາເພື່ອປົກປ້ອງ ຕົນເອງໃຫ້ພົ້ນຈາກໄພທໍາມະຊາດ, ເປັນຄວາມເຊື່ອຜູກພັນກ່ຽວກັບຜີສາງເທວະດາ ແລະ ສິ່ງສັກສິດຕ່າງໆ. ຄວາມເຊື່ອກ່ຽວກັບຜີວິນຍານໃນສັງຄົມລາວມາແຕ່ດັ້ງເດີມ ແລະ ໃຫ້ຄວາມສໍາຄັນຕໍ່ວິຖີຊີວິດເຊັ່ນ: ການຍຶດຫມັ້ນໃນຄະຕິຂອງບັນພະບູລຸດ, ຂະນົບທໍານຽມປະເພນີ, ເຊື່ອຖືໃນສິ່ງທີ່ສັກສິດ, ໂຊກລາງຂອງຂັງ.
ລັກສະນະຄວາມເຊື່ອຢ່າງຝັງແຫນ້ນໃນເລື່ອງຜີສາງເທວະດາ ແລະສິ່ງສັກສິດຕ່າງໆ ອັນເປັນແນວຄວາມເຊື່ອດັ້ງເດີມຂອງສັງຄົມລາວ,
ດັ່ງປາກົດໃນວັນນະກໍຂຸນບູລົມ ຄືທຸກຢ່າງເກີດການບັນດານຂອງເທບໃນຄວາມນເຂົ້າໃຈວ່າ ເທບ ຫຼື ແຖນ ມີລິດມີອໍານາດຫຼວງຫຼາຍຄວບຄຸມຟ້າດິນ, ເມື່ອປະສົບຄວາມເດືອດຮ້ອນໄພພິບັດຕ່າງໆ ຈິ່ງມີການບອກຄວາມຊ່ວຍເຫຼືອຈາກແຖນໂດຍກົງ.
ເທບ ຫຼື ເທວະດາຜູ້ມີຫນ້າທີ່ປົກປັກຮັກ. ປະຊາຊົນ ເອີ້ນວ່າ “ອາຮັກ” ຫຼື ມັກເອີ້ນກັນຈົນຕິດປາກວ່າ “ເທວະດາອາຮັກ” ເປັນອາຮັກຊັ້ນຫນຶ່ງ ປະຊາຊົນລາວເອີ້ນວ່າ ຟ້າ ຫຼື ແຖນ ຕໍ່ມາຈິ່ງປ່ຽນເປັນ ຜີແຖນ ເຊື່ອກັນວ່າຢູ່ສະຫວັນ ຫຼື ເທິງຟ້າ.
ການນັບຖືຜີຂອງປະຊາຊົນລາວໃນອະດີດນັ້ນ ບໍ່ໄດ້ຈໍາກັດສະເພາະວິນຍານຂອງຄົນທີ່ຕາຍແລ້ວເທົ່ານັ້ນ, ຍັງຄວບຄຸມໄປເຖິງສິ່ງແວດລ້ອມອື່ນໆ ຖືວ່າສັກສິດດ້ວຍ ຈິ່ງນັບວ່າຜີສາງເທວະດາມີອິດທິພົນຕໍ່ວິຖີການດໍາເນີນຊີວິດ ຂອງຄົນໃນສັງຄົມຢ່າງຍິ່ງ.
ປະຊາຊົນລາວຍຸກທໍາອິດມີສາສະຫນາດັ້ງເດີມ ຄື ການນັບຖືຜີ ຖືເທວະດາເປັນບັນພະບູລຸດຂອງຕົນ ແລະສືບເຊື້ອສາຍມາຈາກ ແຖນ. ຕະຫຼອດຮອດປະຊາຊົນທຸກວັນນີ້ ຍັງຢຶດຫມັ້ນໃນຄວາມເຊື່ອດັ້ງເດີມຢ່າງຫນຽວແຫນ້ນເຊັ່ນກັນ;
ດັ່ງຈະເຫັນໃນພິທີກໍາທົ່ວໄປເຊັ່ນ: ການລ້ຽງຜີບັນພະບູລຸດ ລ້ຽງປູ່ຕາ ແລະການຂາບໄຫວ້ບວງສວງຕໍ່ສານພະພູມເຈົ້າທີ່ ເປັນຕົ້ນ.
I. ຄວາມເຊື່ອດັ້ງເດີມ
1. ຄວາມເຊື່ອບູຊາໄທ້, ແຖນ
2. ຄວາມເຊື່ອຜີບັນພະບູລຸດ
3. ຄວາມເຊື່ອການສ່ຽງທວາຍ ແລະທໍານາຍ
1). ດວງຊາຕາ
2). ການຊັ່ງແນນ ແລະເບິ່ງແນນ
3). ເບິ່ງຄາງໄກ່ ແລະເບິ່ງຕີນໄກ່
4). ຄວາມຝັນ
II. ປະເພນີບູຮານດັ້ງເດີມ
1. ການເຕົ້າຂ່ວງ
2. ການທວາຍຊື່ປິດສະຫນາດອກໄມ້
3. ການນຸ່ງຖືເອ້ຢ້ອງ, ແຕ່ງໂຕ ແລະແຕ້ມຫນ້າ
4. ການຫຼິ້ນແກວ່ງຄ້ອນໃສ່ຫນ້າກອງ ບອກກ່າວ ປັກຮັກສາ ເທວະດາອາຮັກ
5. ການຫຼິ້ນຫມາກຄອນ
6. ການເຂົ້າຖໍ້ (ເຂົ້າຖໍ້) ແລະອື່ນໆ.
ນຳມາບອກຕໍ່ ແລະຮຽບຮຽງໂດຍ: ເພຈແລະເວບໄຊອິນໄຊລາວ