ນັກ​ຮຽນ​ເກັ່ງ​ລະ​ດັບ​ຊາດ ປີ 2009 ເປີດ​ເຜີຍ​ຄວາມ​ຮູ້ ແລະ​ປະ​ສົບ​ການ​ອັນ​ລ້ຳ​ຄ່າໃຫ້​ແກ່​ທຸກ​ຄົນ​ໄດ້​ຮັບ​ຮູ້

ມື້ນີ້ຂ້ອຍຈະມາແບ່ງປັນປະສົບການ ໃນເລື່ອງຊີວິດໄວນັກຮຽນ-ນັກສຶກສາ ສະໄໝຂ້ອຍຮຽນຢູ່ ຮຮ ສາມັນໃນແຕ່ລະຊັ້ນຮຽນ ທຸກເດືອນຂ້ອຍຈະໄດ້ຄະແນນປະເພດ ທີ 1, 2,3 ຕະຫຼອດ ແຕ່ຕອນຮຽນ ມ.5 ຂ້ອຍໄດ້ທີ 1 ທຸກເດືອນ ສ່ວນຕອນຮຽນ ມ.6 ບາງເດືອນກໍໄດ້ທີ 2 ແຕ່ສ່ວນຫຼາຍຄອງອັນດັບ 1 ຕະຫຼອດ.

ທັ້ງໆທີ່ຄອບຄົວຂ້ອຍຍາກຈົນ ບໍ່ມີເຂົ້າຈະກິນ ເງິນຈະຈ່າຍບໍ່ຕ້ອງເອີຍເຖິງ ເຄີຍກິນສາລີແທນເຂົ້າ ເຄີຍກິນມັນຕົ້ນແທນເຂົ້າ ຈົນກະທັ້ງບໍ່ມີສາລີ ຫຼືມັນ ຈະກິນ ຂ້ອຍສູ້ຊົນຊີວິດມາທຸກວິທີທາງ ແຕ່ພໍ່ສອນໄວ້ວ່າ ທຸກຍາກລຳບາກພຽງໃດ ກໍບໍ່ຕ້ອງໄປລັກ ຖ້າຈຳເປັນກໍໃຫ້ຂໍເອົາ ເນື່ອງຈາກສະໄໝຂ້ອຍເປັນນັກຮຽນ ຂ້ອຍເປັນຄົນຂີ້ອາຍ ບໍ່ກ້າປາກກ້າເວົ້າ ບໍ່ກ້າໄປຫາຄວາມຊ່ວຍເຫຼືອນຳພີ່ນ້ອງ ຂະໜາດພີ່ນ້ອງຮ້ອງກິນເຂົ້ານນຳ ເວລາໄປຢາມເຮືອນພີ່ນ້ອງ ຂ້ອຍຍັງບໍ່ກ້າໄປປກິນນຳ ຕ້ອງຕົວະວ່າກິນແລ້ວ ທັ້ງໆທີ່ທ້ອງມັນສົ່ງສຽງດັງອອກມາແຮງໆ ແຕ່ຍ້ອນຄວາມບໍ່ກ້າ ແລະຍ້ອນຄວາມເກງໃຈ ຈື່ງຕ້ອງອົດ.

ມາເວົ້າເລື່ອງການຮຽນ ເມື່ອຄັ້ງຮຽນສາມັນ ສຳລັບຕົວຂ້ອຍແລ້ວ ຮູ້ສຶກວ່າເກັ່ງວິຊາຄະນິດສາດກວ່າວິຊາອື່ນ ແຕ່ໝູ່ຊົມວ່າເກັ່ງຮອບດ້ານ ທີ່ຈິງຂ້ອຍກະຮຽນໄດ້ທຸກວິຊາ ແຕ່ວິຊາຄະນິດສາດແມ່ນ ຂ້ອຍຄິດໄລ່ໄວ ແລະຈື່ດີ ຕອນຮຽນ ມ.1-ມ.2 ອາຈານຍັງຍ້ອງທົ່ວໂຮງຮຽນວ່າ ອາຈານຖາມປຸບ ຂ້ອຍຕອບໄດ້ປັບເລີຍ ຕອນນັ້ນຍອມຮັບວ່າສະໝອງໄວ ພໍຮອດຊ່ວງພັກແລ້ງ ມ.5 ຂ້ອຍກໍມີເປົ້າໝາຍຢາກໄປເສັງນັກຮຽນເກັ່ງ ຂ້ອຍເລີຍເລືອກວິຊາຮຽນ ທີ່ຈິງຂ້ອຍເກັ່ງຄະນິດສາດກວ່າທຸກວິຊາ ແຕ່ຄະນິດສາດມີໝູ່ ທີ່ເປັນພີ່ນ້ອງດຽວກັນ ລາວເກັ່ງກວ່າ 10 ເທົ່າ, ຂ້ອຍເລີຍເລືອກສຶກສາວິຊາຟີຊິກ ແຕ່ພໍມາເລີ່ມຮຽນດ້ວຍຕົນເອງມື້ທຳອີດ ກໍເຈັບຫົວສຸດພັນລະນາ ຂ້ອຍກໍເລີຍໂຍນປື້ມຖີ້ມ.

ຢູ່ໆກໍນຶກໄດ້ວ່າ ຕອນຮຽນ ມ.3 ວິຊາເຄມີຂ້ອຍກະຮຽນເຂົ້າໃຈຢູ່ໃນລະດັບແຖວໜ້າ ຂ້ອຍເລີຍລອງປ່ຽນມາຮຽນເຄມີ ເພື່ອກຽມຕົວເສັງນັກຮຽນເກັ່ງ ແຕ່ເສຍດາຍບໍ່ມີເອກະສານ ມີເອກະສານໜ້ອຍດຽວ ຂ້ອຍຫາທຸກວິທີທາງ ເພື່ອຫາຂໍ້ມູນມາຮຽນ ພໍເຂົ້າຮຽນ ມ.6 ຢູ່ໂຮງຮຽນທີ່ຂ້ອຍເຂ້າຮຽນ ຮູ້ສຶກວ່າຂ້ອຍຮຽນວິຊາເຄມີໄດ້ດີກວ່າໝູ່ເພື່ອນ ພໍຮອດເວລາເສັງຄັດນັກຮຽນເກັ່ງຂັ້ນໂຮງຮຽນ ເພື່ອກຽມບຳລຸງ ຂ້ອຍກໍສາມາດເສັງຕິດທັງ 4 ວິຊາ ເຄມີຂ້ອຍເສັງໄດ້ຄະແນນເຕັມ ຄະນິດສາດຂ້ອຍເສັງຕິດອັນດັບທີ 2 ຟີຊິກກໍຕິດອັນດັບ 1 ສ່ວນພາສາລາວກໍເສັງຕິດອັນດັບຄືກັນ ແຕ່ຂ້ອຍກໍເລືອກວິຊາເຄມີ ສຸດທ້າຍຂ້ອຍກໍສາມາດໄປເສັງຂັ້ນແຂວງ ແລະໄດ້ໄປເສັງລະດັບຊາດ.

ຍອມຮັບວ່າ ໝູ່ຄູ່ທີ່ມາແຕ່ຕ່າງແຂວງ ມີເອກະສານໃຫ້ຄົ້ນຄວ້າ ສຳລັບຂ້ອຍບໍ່ມີເອກະສານ ຫຼືຫົວບົດເສັງທີ່ຜ່ານມາ ຫົວບົດຕອນນັ້ນກໍອອກງ່າຍ ແຕ່ເນື່ອງຈາກບໍ່ມີເອກະສານຄົ້ນຄວ້າ ກໍເລີຍໄດ້ຄະແນນໜ້ອຍ ທີ່ຈິງຢູ່ຫໍສະໝຸດຂອງ ຮຮ ກໍມີປື້ມຕະລຸຍໂຈດ ແຕ່ດັນຍືມອອກບໍ່ໄດ້ ຄິດໄປລະເຈັບແຮງ ເພາະຫົວບົດສອບເສັງ ອອກໃນປື້ມນັ້ນ 80%, ບາດເສັງແລ້ວ ຂ້ອຍກໍເລາະຊື້ປື້ມກັບບ້ານຫຼາຍເຫຼັ້ມເລີຍ ພໍຮອດເວລາເສັງຈົບຊັ້ນ ຄະແນນທີ່ອອກມາ ຂ້ອຍກໍໄດ້ຂ້ອນຂ້າງສູງ ແລະທາງພະແນກສຶກໄດ້ບອກໄວ້ກ່ອນວ່າ ໃຜໄປເສັງນັກຮຽນເກັ່ງລະດັບຊາດ ມີທຶນບຸລິມະສິດ ແຕ່ສຸດທ້າຍຂ້ອຍບໍ່ໄດ້ທຶນໃນແຜນເລີຍ ຂ້ອຍເລີຍຕ້ອງໄປເສັງເຂົ້າທຶນ ມຊ ເພາະຄວາມຫວັງຂ້ອຍທຳອີດ ຂໍພຽງໄດ້ເຂົ້າຮຽນຢູ່ ມຊ ພໍຜົນສອບເສັງອອກມາ ນັກຮຽນຜົ້ງສາລີ ມີລາຍຊື່ເສັງຕິດ ພຽງ 21 ຄົນ, ຂ້ອຍກໍຕິດອັນດັບທີ 56 ຂອງທົ່ວປະເທດ, ຄວາມຝັນຕໍ່ໄປຂອງຂ້ອຍກໍຄື ຂໍພຽງໄດ້ຈົບຈາກ ມຊ ກໍພໍ ຄະແນນຈະໄດ້ສູງ ຫຼືຕ່ຳ ກໍຢ່າມັນ ເພາະຂ້ອຍຄິດວ່າ ຖ້າໄປຮຽນແລ້ວ ຈະເຮັດວຽກໄປນຳ.

ສ່ວນເລື່ອງການຮຽນ ພຽງແຕ່ຮຽນຈົບ ແລະໄດ້ຮັບໃບປະກາດກໍພໍ ແຕ່ໄປຮຽນຕົວຈິງ ຄວາມທຸກຍິ່ງເພິ່ມທະວີຂື້ນ ເຂົ້າຈະກິນບໍ່ມີ ກໍຕ້ອງອົດ ຍອມເປັນບ່າວກຳມະກອນກໍ່ສ້າງ ທີ່ຈິງວຽກກໍ່ສ້າງກໍເຮັດມາແຕ່ນ້ອຍ ມັນກໍເລີຍເປັນເລື່ອງທຳມະດາ ເປັນທັງບ່າວເສີບໃນໂຮງແຮມ, ແຖມຍັງເປັນຄູອາສາສະໝັກ ແລະອາສາສະໝັກຊາວໜຸ່ມຕະລຸມບອນ ມຊ ອີກດ້ວຍ ເວລາມີງານຂອງອາສາສະໝັກໄປຊ່ວຍເຫຼືອສັງຄົມ ແຕ່ມີງານເສີບນອກງານ ຂ້ອຍຈະເລືອກໄປງານອາສາສະໝັກ.

ຂ້ອຍບໍ່ຮູ້ຄືກັນວ່າ ເປັນຫຍັງຂ້ອຍຈື່ງເລືອກໄປງານນັ້ນ ແລະທີ່ຂ້ອຍພຸມໃຈທີ່ສຸດໃນຊີວິດກໍຄື ຂ້ອຍທຸກຈົນບໍ່ມີເງິນ ບໍ່ມີເຂົ້າກິນໃນບາງມື້ ຂ້ອຍກໍບໍ່ເຄີຍຂາດຮຽນແມ່ນແຕ່ຊົ່ວໂມງດຽວ ແຕ່ ປ.1 ຈົນຈົບ ມຊ, ທີ່ຂ້ອຍຮຽນຈົບມາໄດ້ ເພາະມື້ໜື່ງ ຂ້ອຍມີເງິນຕິດຕົວ 30,000 ກີບ ມື້ນັ້ນຂ້ອຍໄດ້ຍ່າງເຂົ້າ bookshop ພໍດີຂ້ອຍເຫັນປື້ມເຫຼັ້ມໜື່ງ ລາຄາ 25,000 ກີບ ເປັນປື້ມກົດແຫ່ງແຮງດຶງດູດ ຂ້ອຍຕັດສິນຊື້ມາອ່ານ ຮູ້ສຶກວ່າຊ່ວງຊີວິດທີ່ຜ່ານ ເຮົາກໍໃຊ້ກົດນີ້ຄືກັນ ແຕ່ເຮົາບໍ່ຮູ້ວ່າເປັນກົດແຫ່ງແຮງດຶງດູດ ຫຼັງຈາກຂ້ອຍໄດ້ອ່ານ ແລະລອງປະຕິບັດ ມັນໄດ້ຜົນແທ້ ເຖິງຂ້ອຍຊິຂາດເຂິນທຸກຢ່າງ ແຕ່ຂ້ອຍກໍບໍ່ກັງວົນ ຫຼືທຸກໃຈ ເພາະຊ່ວງປີ 2 ຂ້ອຍກໍເລີ່ມສຶກສາທຳມະ ຟັງທຳມະທຸກເຊົ້າ ຈິດໃຈເລີ່ມສະຫງົບ ສາມາດຍອມຮັບຄວາມຈິງ ແລະປ່ອຍວາງ ພໍບໍ່ມີເງິນ ຫຼືເຂົ້າກິນແທ້ ກໍຈະມີພີ່ນ້ອງໂທໃຫ້ໄປຊ່ວຍວຽກ ພີ່ນ້ອງກໍມີຄົນໃຈດີ ເອົາເງິນ ເອົາຂອງກິນໃຫ້ ເພາະຂ້ອຍເຮັດວຽກບໍ່ເລືອກວຽກ ຂ້ອຍເຮັດວຽກທີ່ຜູ້ຍິງເຮັດ ກວາດເຮືອນ ກວາດໜ້າບ້ານ, ລ້າງຖ້ວຍ ຂ້ອຍກໍເຮັດ ພີ່ນ້ອງຈື່ງຮັກ ແລະໃຫ້ຄວາມຊ່ວຍເຫຼືອ ຂ້ອຍຍັງເປັນຄູຮັບເຊິນໄປສອນຕາມ ຮຮ ເອກະຊົນ ພາຍໃນ ນະຄອນຫຼວງວຽງຈັນ ເກືອບ 10 ແຫ່ງ, ຍັງໄດ້ສອນໃຫ້ກັບນ້ອງໆທີ່ກຽມເສັງເຂົ້າ ມຊ ອີກດ້ວຍ, ສຸດທ້າຍຂ້ອຍກໍປະສົບຜົນສຳເລັດການສຶກສາຢ່າງໜ້າພາກພູມໃຈ ດ້ວຍຄະແນນທີ່ໄດ້ 3.64(ເກຣດ B+) ແລະຂ້ອຍສະໝັກວຽກບໍລິສັດໃດ ຂ້ອຍກໍໄດ້ຖືກຕອບຮັບເປັນຢ່າງດີ ໄດ້ທຸກບໍລິສັດທີ່ສະໝັກ ແຕ່ຂ້ອຍເລືອກມາເຮັດວຽກຢູ່ບໍບິສັດ ຣາຊ-ລາວ ບໍລິການຈຳກັດ ປະຈຳຢູ່ໂຮງໄຟຟ້າຫົງສາ ທຸກມື້ກ່ອນນອນ ແລະຕື່ນເຊົ້າຂື້ນມາ ຂ້ອຍຈະນຶກຂອບໃຈ ບໍລິສັດ ທີ່ໃຫ້ໂອກາດຂ້ອຍ ທີ່ໃຫ້ຂ້ອຍມີຫົວໜ້າດີໆ ມີເພື່ອນຮ່ວມງານດີໆ ແລະເປັນຈຸດເລີ່ມຕົ້ນປ່ຽນຊີວິດຂ້ອຍ ຈາກຄົນທີ່ທຸກໃຈຫຼາຍທີ່ສຸດ ກັບກາຍເປັນ ຄົນທີ່ມີຄວາມສຸກໃນທຸກສະຖານະການ ແລະທີ່ສຳຄັນ ຂ້ອຍກໍຈະສຳນຶກຄຸນ ແລະຂອບໃຈຜູ້ມີພະຄຸນທັງຫຼາຍ ຍິ່ງເຮັດໃຫ້ຂ້ອຍມີຄວາມສຸກຍິ່ງຂື້ນ ຂ້ອຍຂໍຂອບໃຈຄວາມທຸກ ອຸປະສັກ ຄວາມຜິດຫວັງ ຄວາມລົ້ມເຫຼວ ຂອບໃຈທຸກຢ່າງທີ່ເກິດຂື້ນໃນຊີວິດ ທີ່ເຮັດໃຫ້ຂ້ອຍສາມາດກາຍເປັນຄົນທີ່ເຂັ້ມແຂງທີ່ສຸດ ກາຍເປັນຄົນທີ່ມີຄວາມສຸກ ຄວາມໂຊກດີໃນທຸກດ້ານໃນມື້ນີ້ ຂອບໃຈຈັກກະວານ ຂອບໃຈພໍ່ແມ່ ພີ່ນ້ອງ ຂອບໃຈຄູບາ-ອາຈານ ທີ່ສັ່ງສອນມາດີ ຂອບໃຈໝູ່ເພື່ອນ…

ຝາກເປັນກຳລັງໃຈໃຫ້ທຸກຄົນທີ່ກຳລັງທໍ້ແທ້ ແລະສິ້ນຫວັງ ໃຫ້ຄິດວ່າຕາບໃດທີ່ເຮົາຍັງມີລົມຫາຍໃຈ ຊີວິດເຮົາຍັງມີຫວັງ ເຮົາສາມາດເອົາຄວາມລົ້ມເຫຼວ ຫຼືຜິດຫວັງ ມາເປັນເຄື່ອງມືຊຸກດັນຊີວິດ ອຸປະສັກກໍເປັນພຽງຂໍ້ທົດສອບຂອງຊີວິດ.

ມີເລື່ອງເລົ່າອີກຫຼາຍເລື່ອງ ຂ້ອຍກຳລັງມີແຜນຈະຂຽນປື້ມ “ເລື່ອງເລົ່າປະສົບການຊີວິດ ການຮຽນ ແລະຄວາມຮັກ” ເພື່ອຈະໄດ້ແບ່ງປັນໃຫ້ກັບຄົນສູ້ຊີວິດ ຖ້າໃຜຢາກຮູ້ເລິກກວ່າ ຈະເຮັດຄິບວິດີໂອມາໃຫ້ໄດ້ຮັບຊົມນຳກັນເດີ.

ດ້ວຍຮັກຈາກໃຈຈິງ

ຕິດ​ຕາມ​ເຟ​ສ​ບຸກ​: Soukki Khamsouk Keosoulinh

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຄວນເຮັດແນວໃດ ເມື່ອຕ້ອງອອກກຳລັງກາຍຍາມຝົນ!

ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ.

ຫົວຜັກບົ່ວໃຫຍ່ ປົວໄດ້ຫຼາຍໂຣກ

ການກິນຫົວຜັກບົ່ວໃຫຍ່ ສາມາດປ້ອງກັນການຈະເລີນເຕີບໃຫຍ່ຂອງຈຸລັງມະເຮັງໄດ້ ເພາະມັນມີສານຕ້ານອະນຸມູນອິດສະຫຼະ, ສາມາດຊ່ວຍແກ້ການນອນບໍ່ຫຼັບໄດ້, ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍບຳລຸງທາດໃນຮ່າງກາຍ,​ຊ່ວຍກຳຈັດສານກົ່ວ ທີ່ປົນເປື້ອນມາກັບອາຫານ, ຊ່ວຍປ້ອງກັນການເກີດໂຣກຫົວໃຈ,​ ຫຼຸດຄວາມສ່ຽງຂອງອຳມະພາດ, ຊ່ວຍປົວໂຣກໄຂມັນຕີບຕັນໃນເສັ້ນເລືອດ, ຊ່ວຍໃນການຂະຫຍາຍຫຼອດເລືອດ, ຊ່ວຍເຮັດໃຫ້ເລືອດບໍ່ໄປຕີບຕັນໃນຫຼອດເລືອດ, ຊ່ວຍໃນການສະຫຼາຍເລືອດຊຳ້.

ຈົບມໍປາຍ ຈະຮຽນຕໍ່ສາຍໃດດີ?

ເມື່ອກ່ອນ ການສຶກສາຖືໄດ້ວ່າມີບັນຍາກາດຄຶກຄື້ນ ແລະ ເປັນຂະບວນການ ຫຼາຍຄົນແຂ່ງກັນຮຽນ ແຂ່ງກັນເສັງເພື່ອຈະໄດ້ເຂົ້າຮຽນສາຍທີ່ຕົນເອງມັກ ແຕ່ຕົກມາຍຸກປັດຈຸບັນນີ້ ດ້ວຍສະພາບເສດຖະກິດ ສະພາບແວດລ້ອມ ແລະ ຫຼາຍຢ່າງໃນສັງຄົມທີ່ຜັນແປໄປ ເດັກນ້ອຍສ່ວນໃຫຍ່ບໍ່ຢາກທີ່ຈະຮຽນຕໍ່, ບາງຄົນກໍຈຳເປັນຕ້ອງອອກໄປເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ, ຫຼາຍຄົນກໍອອກມາປະກອບກິດຈະການເຮັດທຸລະກິດ ເປັນນາຍຂອງຕົນເອງ ແຕ່ບໍ່ວ່າຈະຢ່າງໃດກໍຕາມ ຖ້າຄົນທີ່ມີເງືອນໄຂກໍຍັງສະໜັບສະໜູນໃຫ້ຮຽນຕໍ່ສາຍວິຊາຊີບໃຫ້ຈົບຈະເປັນການດີທີ່ສຸດ.