Saturday, March 22, 2025

ເປີດ​ປະ​ຫວັດ ໂຮງຮຽນປະຖົມເຈົ້າອະນຸວົງ ຫຼືໂຮງຮຽນມັດທະຍົມວັດຈັນ ໃນເມື່ອກ່ອນ

ໂຮງຮຽນປະຖົມເຈົ້າອະນຸ ແລະໂຮງຮຽນມັດທະຍົມວັດຈັນ ເມືອງຈັນທະບູລີ ນະຄອນວຽງຈັນ ໃນເມື່ອກ່ອນ ເຊິ່ງປະຈຸບັນນີ້ ເປັນໂຮງຮຽນມັດທະຍົມສົມບູນ ເຈົ້າອະນຸວົງ .

ສະຖານທີ່ຂອງບໍລິເວນໂຮງຮຽນ ມສ ເຈົ້າອະນຸວົງ ໃນປະຈຸບັນແຫ່ງນີ້ເມື່ອກ່ອນນັ້ນ ປະມານ ປີ ຄສ 1912 ເປັນໂຮງຮຽນອານານິຄົມຝຣັ່ງເສດ ແລະໂຮງຮຽນ ການສອນແມ່ບ້ານການເຮືອນ ໃນຍຸກທີ່ຝຣັ່ງເສດປົກຄອງລາວ ໂດຍມີຫ້ອງຮຽນທັງຫມົດ 3 ຫລັງໃຫຍ່ໆ ແລະມີຫ້ອງການ 1 ຫລັງ ຫ້ອງນ້ຳຍິງ 1 ຫລັງ ແລະຫ້ອງນ້ຳຊາຍ 1 ຫລັງ ຕຶກໃນຝັ່ງທິດຕາເວັນອອກນັ້ນເປັນຕຶກ 2 ຊັ້ນກໍ່ດ້ວຍດິນຈີ່ ໂບກປະທາຍ ສ່ວນຕຶກອາຄານ ດ້ານທິດຕາເວັນຕົກເປັນຕຶກໄມ້ແປ້ນຫລັງຫນຶ່ງເປັນຕຶກໄມ້ 2 ຊັ້ນ ແລະອີກຕຶກອາຄານທີ່ຕິດກັບໂຮງຮຽນວິຈິດຕະກັມນັ້ນເປັນຕຶກໄມ້ຍົກສູງ ຊັ້ນດຽວ.

ນອກນັ້ນ ໃນບໍລິເວນທີ່ເປັນຕຶກເກົ່າໂທລະໂຄງ 4 ແຍກນັ້ນ ກໍ່ເປັນຕຶກອາຄານ ຂອງໂຮງຮຽນມູນລະປະຖົມສຶກສາ ຫລັງທຳອິດ ຂອງເມືອງວຽງຈັນໃນສະໄຫມຝຣັັ່ງກໍ່ວ່າໄດ້ ທີ່ສ້າງຂຶ້ນເມື່ອປີ ຄສ 1920 ຕົກມາຮອດປີ ຄສ 1975 ຫລັງປົດປ່ອຍແລ້ວ ໂຮງຮຽນດັ່ງກ່າວ ກໍ່ເປັນໂຮງຮຽນກາຍຍະສຶກສາ ທີ່ຂຶນກັບກະຊວງສຶກສາທິການແລະກິລາ ແລະໂຮງຮຽນປະຖົມສົມບູນເຈົ້າອະນຸ ທີ່ຂຶ້ນກັບບ້ານມີໄຊ ເມືອງຈັນທະບູລີ ກຳແພງນະຄອນຫລວງວຽງຈັນ ມາຮອດປີ ຄສ 1982 ໂຮງຮຽນແຫ່ງນີ້ໄດ້ກາຍມາເປັນໂຮງຮຽນມັດທະຍົມວັດຈັນ ເຊິ່ງຊື່ໂຮງຮຽນມັດທະຍົມວັດຈັນ ນີ້ແມ່ນໄດ້ຈາກວ່າ ທາງການໃຫ້ສ້າງມີການສ້າງຕັ້ງຂຶ້ນ ໂດຍ 1 ຕາແສງໃດ ຕ້ອງໃຫ້ມີໂຮງຮຽນມັດທະຍົມ 1 ແ່ຫ່ງ ດັ່ງນັ້ນຊື່ໂຮງຮຽນຈຶ່ງເກິດຈາກນະໂຍບາຍດັ່ງກ່າວ ເມື່ອປີ ຄສ 1982 ແມ່ນມີຜູ້ອຳນວຍການຊື່ວ່າ ອາຈານບຸນເພັງ ກາຍຍະຈິດ ແລະຄະນະອຳນວຍການ 3 ທ່ານ.

ຮອດປີ ຄສ 1986 ໂຮງຮຽນມັດທະຍົມວັດຈັນ ແມ່ນມີຊັ້ນຮຽນ ແຕ່ ມໍ1 , ມໍ 2 , ມໍ 3 ມີທັງຫມົດ 15 ຫ້ອງ ມີນັກຮຽນທັງຫມົດ 800 ຄົນ ມີຄູອາຈານສອນທັງຫມົດ 16 ຄົນ ມາຮອດປີ 1987-1993 ມີອາຈານ ທອງດີ ວົງຖາວອນ ເປັນຜູ້ອຳນວຍການໂຮງຮຽນ ແລະມີການປ່ຽນຊື່ຈາກໂຮງຮຽນມັດທະຍົມວັດຈັນ ມາເປັນຊື່ໃຫມ່ວ່າ ໂຮງຮຽນມັດທະຍົມສຶກສາຕອນຕົ້ນອະນຸ ໂຮງຮຽນອະນຸ ແຫ່ງນີ້ຮັບໃຊ້ການສອນການຮຽນໃຫ້ 8 ບ້ານ ປະກອບດ້ວຍ

ບ້ານອະນຸ , ບ້ານມີໄຊ , ບ້ານຊຽງຍືນ, ບ້ານສີຫອມ , ບ້ານຂົວຫລວງ, ບ້ານຫາຍໂສກ, ບ້ານວັດຈັນ ແລະບ້ານທົ່ງຂັນຄຳ (ໂຮງສີນ້ອຍ)

ຕົກມາຮອດປີ ຄສ 1994-2010 ຜູ້ອຳນວຍການໂຮງຮຽນແມ່ນອາຈານ ພູວົງ ສາຍສູວັນ ( ໃນໄລຍະ 2007-2009 ໂຮງຮຽນເຈົ້າອະນຸ ແມ່ນຖຶກຍົກຍ້າຍ ໄປຮຽນຢູ່ໂຮງຮຽນປະຖົມ 2 ແຫ່ງ ຄື ປະຖົມຂົວຫລວງໃຕ້ ແລະ ປະຖົມຂົວຫລວງເຫນືອ ເຮັດໃຫ້ການຮຽນຂອງນັກຮຽນ ແລະການສອນຂອງຄົນ ພົບຄວາມຫຍຸ້ງຍາກສັບສົນ ເພາະຖືກແບ່ງອອກເປັນ 2 ຊັ້ນຮຽນແຍກກັນ

ສາເຫດຫລັກແລະຈຳເປັນໃນການຍົກຍ້າຍໄປ ແມ່ນໂຮງຮຽນອະນຸໃນເວລານັ້ນ ໂຮງຮຽນຫລັງປະຈຸບັນນີ້ ແມ່ນໄດ້ຮັບທຶນການຊ່ວຍເຫລືອການປຸກສ້າງອາຄານການຮຽນຫລັງໃຫມ່ ຈາກລັດຖະບານລາວແລະຍີ່ປຸ່ນ ຈຶ່ງມີການຮື້ມ້າງ ອາຄານຫລັງເກົ່າ ເພື່ອຈະສ້າງອາຄານຫລັງໃຫມ່ທົດແທນ ຕົກມາຮອດ ເດືອນມີນາ 2010 ຈຶ່ງມີການຍົກຍ້າຍມາສອນມາຮຽນໃນສະຖານທີ່ແຫ່ງນີ້ຫລັງຈາກໂຄງການສ້າງສຳເລັດແລ້ວ ອາຄານໃຫມ່ທີ່ເຫັນໃນປະຈຸບັນນີ້:

ເປັນຕຶກ 1 ຫລັງມີ 4 ຊັ້ນ ມີຫ້ອງຮຽນ 28 ຫ້ອງ ໃນນັ້ນມີຫ້ອງການ 5 ຫ້ອງ , ຫ້ອງພັກຄູ 2 ຫ້ອງ , ຫ້ອງຄອມພິວເຕີ 1 ຫ້ອງ , ຫ້ອງອ່ານ 1 ຫ້ອງ ມີນັກຮຽນທັງຫມົດ 295 ເປັນຍິງ=170 ຄົນ , ຊາຍ 125 ຄົນ ມີ 4 ຊັ້ນຮຽນ ຄື : ມໍ1 , ມໍ 2 ແລະ ມໍ 3. ເມື່ອປີ 2011-2014 ຜູ້ອຳນວຍການແມ່ນອາຈານ ທອງອານ ເຫລື່ອມວັດທະນາ ແລະໄດ້ມີການປ່ຽນຊື່ອີກຄັ້ງຫນຶ່ງ ຈາກຊື່ວ່າ ໂຮງຮຽນເຈົ້າອະນຸ ມາເປັນໂຮງຮຽນມັດທະຍົມສົມບູນສຶກສາສົມບູນເຈົ້າອະນຸວົງ ເຊິ່ງເປັນຊື່ທີ່ມີກົກເຄົ້າມາຈາກເມື່ອກ່ອນໃນສະຖານທີແຫ່ງນີ້ແມ່ນມີຊື່ວ່າໂຮງຮຽນປະຖົມເຈົ້າອະນຸ ແລະເພື່ອເປັນການຈາຣຶກເຖິງຄຸນງາມຄວາມດີທີ່ມີແຕ່ປະເທດຊາດບ້ານເມືອງຂອງລາວເຮົາ ຕະຫລອດໄປ.

ໃນສົກປີຮຽນ 2013-2014 ໂຮງຮຽນແຫ່ງນີ້ ປະກອບມີຄູບາອາຈານທັງຫມົດ 34 ທ່ານ , ຍິງ 23 , ຊາຍ 11 ທ່ານ ມີນັກຮຽນທັງຫມົດນັບແຕ່ຊັ້ນ ມໍ 1 ຫາ ມໍ 7 ລວມທັງຫມົດ 624 ຄົນ ເປັນຍິງ 342 ຄົນ ,ແລະຊາຍ 282 ຄົນ.

ຮີບໂຮມຂໍ້ມູນໂດຍເພຈ : Art and Culture of Laos ຮູບພາບຈາກ : Viliam Phraxayavong.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່