ນະ​ຄອນ​ຫຼວງວຽງ​ຈັນ ໂຮມ 5 ເຂດເສດຖະກິດເຂົ້າເປັນຄະນະອັນດຽວ

ນະຄອນຫຼວງວຽງຈັນ (ນວ) ໄດ້ສຳເລັດການເຕົ້າໂຮມເອົາບັນດາເຂດເສດຖະກິດພິເສດ (ຂພສ) ທີ່ມີຢູ່ໃນນະຄອນຫຼວງວຽງຈັນເຂົ້າໃນຄະນະບໍລິຫານ ແລະການຄຸ້ມຄອງເປັນອັນດຽວ, ເພື່ອສະດວກໃນການບໍລິຫານ ແລະພັດທະນາໃຫ້ໄປຕາມທິດຄຸ້ມຄອງຂອງລັດຖະບານຊຶ່ງພິທີມອບ-ຮັບການບໍລິຫານ ແລະການຄຸ້ມຄອງລະຫວ່າງຄະນະສະພາບໍລິຫານ ຂພສ ໃນນະຄອນຫຼວງວຽງຈັນ ແລະຄະນະຄຸ້ມຄອງ ຂພສ ນວ ໄດ້ມີຂຶ້ນທີ່ ຂພສ ບຶງທາດຫຼວງໂດຍແມ່ນທ່ານ ສຸບັນ ຈຸນລະຊາ ເປັນຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ນວ ແລະມອບໂດຍບັນດາຜູ້ຕາງໜ້າເຂດຕ່າງໆ, ມີທ່ານ ນາງ ຄໍາຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນ, ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງ ນວ ເປັນກຽດເຂົ້າຮ່ວມ ແລະພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສົມກຽດ ສີຫາລາດ ຮອງຄະນະຄຸ້ມຄອງ ຂພສ ນະຄອນຫຼວງວຽງຈັນ ກ່າວວ່າ: ການມອບ-ຮັບໜ້າທີ່ລະຫວ່າງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ແລະຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ໃນຄັ້ງນີ້ແມ່ນເພື່ອປະຕິບັດຕາມກົດໝາຍວ່າດ້ວຍສົ່ງເສີມການລົງທຶນສະບັບເລກທີ 02/ສພຊ, 14/ສພຊ, ດຳລັດ 443/ນຍ ໃນທີ່ຜ່ານມາ ແລະດຳລັດ 188/ລບ, ຂໍ້ຕົກລົງ 1971/ກຜທ ໃນປະຈຸບັນ,ເຫັນວ່າການພັດທະນາເຂດເສດຖະ ກິດພິເສດ ນວ ມີທ່າຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໄດ້ຮັບການປັບປຸງເຂົ້າສູ່ລະບົບດີຂຶ້ນເລື້ອຍໆທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ 8 ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງ ນວ ໂດຍສະເພາະແມ່ນການພັດທະນາພື້ນຖານໂຄງລ່າງ,ການດຶງດູດການລົງທຶນພາຍໃນ ແລະຕ່າງປະເທດ, ສ້າງວຽກເຮັດງານທຳ, ການຖ່າຍທອດເຕັກໂນໂລຊີ, ການປະຕິບັດພັນທະເຂົ້າງົບປະມານ ແລະອື່ນໆ ຊຶ່ງມາຮອດປະຈຸບັນການພັດທະນາເຂດເສດຖະກິດພິເສດໃນ ນວ.

ສາມາດດຶງດູດການລົງທຶນທັງພາຍໃນ ແລະຕ່າງປະເທດໄດ້ 132 ບໍລິສັດ, ມີທຶນຈົດທະບຽນທັງໝົດ 666 ລ້ານກວ່າ ໂດລາສະຫະລັດ, ມີແຜນການຈະລົງທຶນ ສູງເຖິງ 4,51 ພັນລ້ານໂດລາ, ມອບພັນ ທະເຂົ້າງົບປະມານໄດ້ 3,4 ລ້ານໂດລາ, ສ້າງວຽກເຮັດງານທຳໄດ້ທັງໝົົດ 3,95 ພັນຄົນ, ໃນນັ້ນແຮງງານລາວ 3,59 ພັນຄົນ ແລະຕ່າງປະເທດ 363 ຄົນ ຊຶ່ງກວມເອົາອັດຕາການຈ້າງແຮງງານພາຍໃນສູງເຖິງ 90,8%, ປະຈຸບັນເຂດເສດຖະກິດພິເສດໃນ ນວ ມີທັງໝົດ 5 ເຂດຄື: ເຂດພັດທະນາກວມ ລວມໄຊ ເສດຖາ, ບຶງທາດຫຼວງ, ລອງແທ່ງ-ວຽງ ຈັນ, ດົງໂພສີ ແລະເຂດອຸດສາຫະກຳ ວຽງຈັນ-ໂນນທອງ

ໃນໄລຍະຜ່ານມາເຂດເສດຖະກິດພິເສດໃນນະຄອນຫຼວງແມ່ນຂຶ້ນກັບກະຊວງແຜນການ ແລະການລົງທຶນ, ໂດຍແຕ່ລະເຂດມີການ ບໍລິຫານກັນເອງການໂຮມເຂົ້າເປັນຄະນະບໍລິຫານອັນດຽວໃນຄັ້ງນີ້ຈະຊ່ວຍອຳນວຍຄວາມສະດວກໃນການຕັດສິນໃຈ ແລະງ່າຍໃນການຄຸ້ມຄອງບໍລິຫານ.

ທີ່​ມາ: ນສພ ເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...