
ເພື່ອເປັນການສະເຫຼີມສະຫຼອງຖ້ຽວບິນປະຖົມມະເລີກມາສູ່ລາວ, ສະກູ໊ດ ໄດ້ຈັດຖ້ຽວບິນທີ່ເປັນເອກະລັກສະເພາະຂອງສະກູ໊ດ ໂດຍການເປີດດົນຕີພື້ນເມືອງລາວຜ່ານລະບົບສຽງ ພ້ອມທັງເຮັດກິດຈະກຳທົດສອບຄວາມຮູ້ຂອງຜູ້ໂດຍສານເທິງເຮືອບິນກ່ຽວກັບລາວ ແລະ ສະກູ໊ດ. ເມື່ອເຮືອບິນລຸ້ນ A320 ທີ່ມີຊື່ວ່າ ເຢວໂລເທວ (Yellow Tail) ມາຮອດສະໜາມບິນຫຼວງພະບາງ ແລະ ສະໜາມບິນສາກົນວັດໄຕທີ່ນະຄອນຫຼວງວຽງຈັນ ກໍ່ໄດ້ມີການສີດນໍ້າຕ້ອນຮັບຕາມປະເພນີຢູ່ທີ່ສະໜາມບິນທັງສອງແຫ່ງ ເຊິ່ງເຮືອບິນຖ້ຽວດັ່ງກ່າວແມ່ນບິນວົນຕາມເສັ້ນທາງແບບຜ່ານຫຼາຍປາຍທາງຄື ເດີນທາງອອກຈາກສິງກະໂປສູ່ຫຼວງພະບາງ ແລະ ມາຕໍ່ທີ່ນະຄອນຫຼວງວຽງຈັນ ກ່ອນຈະບິນກັບສິງກະໂປ
ລາວ – ສະກູ໊ດ (Scoot) ແມ່ນສາຍການບິນລາຄາປະຢັດຂອງສາຍການບິນສິງກະໂປ (Singapore Airlines) ໄດ້ເປີດຖ້ຽວບິນປະຖົມມະເລີກເສັ້ນທາງຈາກລາວຫາສິງກະໂປແລ້ວມື້ນີ້ ເຊິ່ງຖືວ່າເປັນການເລີ່ມຕົ້ນໃຫ້ການບໍລິການສາມຖ້ຽວບິນຕໍ່ອາທິດເສັ້ນທາງຈາກນະຄອນຫຼວງພະບາງ ແລະນະຄອນຫຼວງວຽງຈັນຫາສິງກະໂປ. ການບໍລິການນີ້ຖືກໂອນມາຈາກສາຍການບິນພັນທະມິດກໍ່ຄື ສາຍການບິນ ຊິວຄ໌ແອຣ໌ (SilkAir) ເຊິ່ງໃນປັດຈຸບັນ ສະກູ໊ດ ແມ່ນພຽງແຕ່ສາຍການບິນດຽວເທົ່ານັ້ນທີ່ໃຫ້ບໍລິການບິນກົງເສັ້ນທາງລາວ-ສິງກະໂປ.
ເມື່ອນັບລວມເອົາເສັ້ນທາງນະຄອນຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ, ສະກູ໊ດມີເຄືອຂ່າຍຈຸດໝາຍປາຍທາງເຖິງ 67 ປາຍທາງ ໃນ 19 ປະເທດ. ນີ້ໝາຍຄວາມວ່ານອກຈາກສິງກະໂປແລ້ວ, ນັກທ່ອງທ່ຽວຈາກລາວຍັງສາມາດເດີນທາງໄປສູ່ຈຸດໝາຍປາຍທາງອື່ນໆຂອງສະກູ໊ດໄດ້ອີກ 64 ປາຍທາງຜ່ານສິງກະໂປເຊັ່ນ: ອົດສະຕຣາລີ, ເກຼັກ ແລະ ເຢຍລະມັນ, ອິນໂດເນເຊຍ ແລະ ມາເລເຊຍ.
ສະກູ໊ດ ໄດ້ເລີ່ມໃຫ້ບໍລິການຄັ້ງທຳອິດໃນເດືອນມິຖຸນາ 2012 ແລະ ໄດ້ຊະນະຫຼາຍລາງວັນເຊັ່ນ ລາງວັນສາຍການບິນລາຄາປະຢັດທີ່ດີທີ່ສຸດ (ພາກພື້ນອາຊີ-ປາຊີຟິກ) ໂດຍ AirlineRatings.com ຕັ້ງແຕ່ປີ 2015 ຫາ 2018 ແລະ ຕິດ 10 ອັນດັບທຳອິດຂອງສາຍການບິນລາຄາປະຢັດທີ່ດີທີ່ສຸດໃນໂລກໃນປີ 2015 ແລະ 2018 ໂດຍສະກາຍແທຼກ (Skytrax).

ທ່ານ ວິນັອດ ຄານັນ ປະທານເຈົ້າໜ້າທີ່ບໍລິຫານຝ່າຍການຄ້າຂອງສະກູ໊ດ ກ່າວວ່າ: ພວກເຮົາເວລາໃດກໍ່ຢາກນຳເອົາການທ່ອງທ່ຽວທີ່ບໍ່ແພງມາໃຫ້ຫຼາຍໆຄົນ ຄຽງຄູ່ກັບການສ້າງປະສົບການທ່ອງທ່ຽວທີ່ພິເສດເພື່ອລູກຄ້າຂອງພວກເຮົາ. ດ້ວຍເຫດນີ້ ພວກເຮົາຈິ່ງມີຄວາມຕື່ນເຕັ້ນທີ່ຈະຂະຫຍາຍການບໍລິການມາສູ່ລາວ ເຊິ່ງເປັນປະເທດທີ່ຂຶ້ນຊື່ເລື່ອງທິວທັດ, ປະຫວັດສາດ ແລະ ວັດທະນະທຳທີ່ໜ້າຫຼົງໄຫຼ
ທ່ານ ໂດມິນິກ ໂກ ເອກອັກຄະລັດຖະທູດປະເທດສິງກະໂປ ປະຈຳ ສປປ ລາວ ໄດ້ກ່າວວ່າ: ຂ້າພະເຈົ້າເຊື່ອໝັ້ນວ່າລາຄາປີ້ຖ້ຽວບິນທີ່ບໍ່ແພງ ແລະ ການບໍລິການທີ່ມີຄຸນນະພາບຂອງສະກູ໊ດຈະຊ່ວຍສົ່ງເສີມດ້ານທຸລະກິດ ແລະ ການທ່ອງທ່ຽວລະຫວ່າງສິງກະໂປ ແລະ ລາວ. ຂ້າພະເຈົ້າຫວັງວ່າຄົນສິງກະໂປຈະໃຊ້ປະໂຫຍດຈາກຖ້ຽວບິນເສັ້ນທາງນີ້ເພື່ອຄົ້ນຫາວ່າປະເທດລາວມີຫຍັງແນ່. ໃນທາງກົງກັນຂ້າມ, ຄົນລາວ ແລະ ຄົນຕ່າງປະເທດທີ່ເຮັດວຽກຢູ່ລາວກໍ່ຈະມີຄວາມສະດວກສະບາຍຫຼາຍກວ່າເກົ່າໃນການໃຊ້ເວລາທ້າຍອາທິດ ຫຼື ມື້ພັກຜ່ອນຍາວຢູ່ສິງກະໂປ
Hits: 5