
ຫຼາຍໆຄົນອາດຄິດວ່າການໄປທ່ຽວຕ່າງປະເທດເປັນເລື່ອງຍາກ ແຕ່ມັນບໍ່ແມ່ນເລື່ອງຍາກເລີຍ ເພາະປະຈຸບັນໂລກຂອງເຮົາເຊື່ອມຕໍ່ກັນຫຼາຍຂື້ນ ເຮົາສາມາດເດີນທາງໄປມາຫາສູ່ກັນໄດ້ງ່າຍຂື້ນ ແລະ ຄັ້ງນີ້ InsideLaos ກໍມີໂອກາດໄດ້ໄປທ່ຽວ ເກາະສະໝຸຍ ປະເທດໄທ ໂດຍການເດີນທາງຄັ້ງນີ້ ແມ່ນເຮົາເດີນທາງໂດຍສາຍການບິນ Bangkok Airways ຖ້ຽວບິນ ນະຄອນຫຼວງວຽງຈັນ – ສະໝຸຍ ເຊິ່ງການເດີນທາງ ຖືໄດ້ວ່າ ສະດວກ ສະບາຍ ລາຄາກໍສະບາຍກະເປົາອີກດ້ວຍ ແລະສຳລັບການຈອງປີ້ຍົນນັ້ນແມ່ນເຮົາສາມາດຈອງອອນລາຍຜ່ານເວັບໄຊຂອງສາຍການບິນໄດ້ທີ່ http://bit.ly/2EdVhon ຫຼື ຜ່ານໂຕແທນຈຳໜ່າຍປີ້ຍົນກໍ່ໄດ້.
ຂື້ນເຮືອບິນຈາກ ວຽງຈັນ-ບາງກອກ-ສະໝຸຍ

ສຳລັບການບິນນັ້ນ ຕອນນີ້ຍັງບໍ່ມີບິນກົງຈາກວຽງຈັນຫາສະໝຸຍເທື່ອ ເຊິ່ງເຮົາຕ້ອງໄດ້ໄປປ່ຽນເຮືອບິນຢູ່ທີ່ສະໜາມບິນສຸວັນນະພູມ ເພື່ອເດີນທາງໄປສະໝຸຍອີກເທື່ອໜື່ງ ໃນລະຫວ່າງທີ່ລໍຖ້າຂື້ນເຮືອບິນໄປສະໝຸຍນັ້ນ ທາງສາຍການບິນກໍມີຫ້ອງຮັບຮອງ (Lounge) ໄວ້ໃຫ້ບໍລິການ ໃນຫ້ອງຮັບຮອງກໍຈະມີອາຫານວ່າງ ແລະ ເຄື່ອງດື່ມໄວ້ໃຫ້ບໍລິການ ນັ່ງຖ້າບໍ່ດົນກໍໄດ້ເວລາຂື້ນເຮືອບິນໄປສະໝຸຍ ໃຊ້ເວລາບິນພຽງແຕ່ 55 ນາທີ ໃນເວລາທີເດີນທາງນັ້ນແມ່ນ ຈະມີ ອາຫານ ແລະ ເຄື່ອງດື່ມໄວ້ໃຫ້ບໍລິການ ແລະ ສຳລັບການເດີນທາງຄັ້ງນີ້ ອິນໄຊລາວ ກໍຮູ້ສຶກປະທັບໃຈຫຼາຍ ທັງການບໍລິການທີ່ເປັນກັນເອງ, ອາຫານກໍແຊບອີກດ້ວຍ





ເດີນທາງໄປໂຮງແຮມ

Trip ນີ້ເຮົາພັກຢູ່ໂຮງແຮມລະດັບ 4-5 ດາວ ແຕ່ລະໂຮງແຮມກໍມີບັນຍາກາດທີ່ແຕກຕ່າງກັນໄປ ແຕ່ທຸກໂຮງແຮມສາມາດ ແນມເຫັນທະເລ ມີຄວາມເປັນສ່ວນໂຕຫຼາຍ ເຊິ່ງແຕ່ລະໂຮງແຮມກໍຈະໃຫ້ຄວາມຮູ້ສຶກປະທັບໃຈທີ່ແຕກຕ່າງກັນ ຫຼັງຈາກມ້ຽນເຄື່ອງແລ້ວ ເຮົາກໍໄດ້ໄປ Dinner ທີ່ Celes Beachfront Resort ເຊິ່ງເປັນການຮັບປະທານອາຫານຄໍ່າແຄມທະເລ ບັນຍາກໍຈະຊິວໆ ກີນເຂົ້າພ້ອມກັບສຽງເພງເບົາໆ ຫຼັງຈາກຮັບປະທານອາຫານແລ້ວ ກໍໄດ້ເບິ່ງໂຊການສະແດງ”ຄວງໄຟ” ເປັນພາບທີ່ແປກຕາ ແລະ ບໍ່ເຄີຍເຫັນມາກ່ອນ ແອັດມິນຮູ້ສຶກປະທັບໃຈແລະຕື່ນຕາ ຕື່ນໃຈຫຼາຍ
ສະຖານທີ່ທ່ອງທ່ຽວ

ຖືວ່າຄຸ້ມອີຫຼີສຳລັບ Trip ນີ້ ເພາະຕັ້ງແຕ່ມື້ທຳອິດຈົນຮອດມື້ກັບ ແອັດມິນໄດ້ເຫັນເກືອບທຸກມຸມຂອງເກາະສະໝຸຍແລ້ວ ເຊິ່ງກິດຈະກຳທຳອິດທີ່ເຮົາເຮັດແມ່ນ ເຂົ້າວັດກາບພຣະໃຫ່ຍ ຂໍພອນເພື່ອຄວາມເປັນສິຣິມຸງຄຸນ
ວັດພຣະໃຫ່ຍ ແມ່ນວັດຄູ່ບ້ານຄູ່ເມືອງຂອງເກາະສະໝຸຍ ເຊິ່ງມີພຣະພຸດທະຮູບທີ່ມີຄວາມສູງ ກວ່າ10ປາຍແມັດ ແລະ ນອກຈາກນີ້ອິນໄຊລາວຍັງໄດ້ມີໂອກາດໄປ “ໝູ່ເກາະອ່າງທອງ” ທີ່ຕ້ອງໄດ້ຂີ່ເຮືອອອກໄປອີກປະມານ 2 ຊົ່ວໂມງກໍຮອດ. ທຳມະຊາດທີ່ນີ້ຍັງອຸດົມສົມບູນຫຼາຍ ຫາດຊາຍຂາວ ທະເລໃສ ເຊິ່ງກິດຈະກຳກໍມີຫຼາຍໆກິດຈະກຳ ບໍ່ວ່າຈະເປັນ ການລ່ອງເຮືອຄາຍັກ ປີ້ນພູ ດຳນໍ້າເບີ່ງປາກະລັງ ແລະ ອື່ນໆອີກດ້ວຍ

ແອັດມິນຢາກບອກວ່າ ສຳລັບໃຜທີ່ກຳລັງມີແຜນຈະໄປພັກຮ້ອນ ພັກຜ່ອນແບບຄອບຄົວ ຫຼື ແບບຄູ່ຮັກ ເກາະສະໝຸຍກໍເປັນທາງເລືອກໜື່ງທີ່ໜ້າສົນໃຈ ເພາະບໍ່ໄດ້ຮູ້ສຶກວ່າຢູ່ໄກບ້ານເລີຍ ທັງເລື່ອງຂອງວັດທະນະທຳ, ການກີນອາຫານ, ພາສາປາກເວົ້າ ເຮົາໃກ້ກັນຫຼາຍ ເຮົາຄົນລາວສາມາດເວົ້າພາສາລາວໄດ້ ໂດຍທີ່ຄົນທີ່ນີ້ກໍເຂົ້າໃຈເຮົາ ແລະ ເຮົາເອງກໍສາມາດເຂົ້າໃຈພາສາໄທໄດ້ໂດຍທີ່ບໍ່ຕ້ອງມີຄົນແປ
Hits: 22