
ງານ Agent and media Business matching ທີ່ເກາະສະໝຸຍ ຈັດຂື້ນໂດຍ Bangkok Airways ໄດ້ຮັບຄວາມສົນໃຈພໍສົມຄວນຈາກ ບໍລິສັດທ່ອງທ່ຽວຈາກ ປະເທດລາວ ງານຄັ້ງນີ້ແມ່ນມີຈຸດປະສົງເພື່ອໃຫ້ຜູ້ປະກອບການຈາກປະເທດອາຊຽນ ໄດ້ສົນທະນາແລກປ່ຽນຄວາມຄິດຄວາມເຫັນທາງດ້ານການທ່ອງທ່ຽວ ເພື່ອເປັນການແລກປ່ຽນຂໍ້ມູນທາງດ້ານການທ່ອງທ່ຽວ ໂດຍມີ 7 ປະເທດອາຊຽນຄື: ລາວ, ກຳປູເຈຍ, ມຽນມາ, ສິງກະໂປ, ຫວຽດນາມ, ຮົງກົງ ແລະ ມາເລເຊຍ ໃນນັ້ນແມ່ນມີ 10 ຜູ້ປະກອບດ້ານການທ່ອງທ່ຽວຈາກປະເທດລາວເຂົ້າຮ່ວມ ເພື່ອແລກປ່ຽນຂໍ້ມູນເຊິ່ງກັນ ແລະ ກັນ ນອກຈາກນີ້ຜູ້ປະກອບການທາງດ້ານການທ່ອງທ່ຽວຈາກທັງ7ປະເທດ ຍັງໄດ້ມີໂອກາດໂອ້ລົມສົນທະນາກັບ ຜູ້ປະກອບການທາງດ້ານບໍລິການໂຮງແຮມ ພ້ອມທັງຈັບຄູ່ເປັນຄູ່ຮ່ວມທຸລະກິດທີ່ດີໃນອະນາຄົດອີກດ້ວຍ




ທ່ານ ວະລົງ ອິດສະຣະເສນາ ນະອະຍຸດທະຍາ ຮອງກຳມະການຜູ້ອຳນວຍການໃຫ່ຍຝ່າຍຂາຍຂອງບໍລິສັດບາງກອກແອເວ
ທ່ານ ວະລົງ ອິດສະຣະເສນາ ນະອະຍຸດທະຍາ ຮອງກຳມະການຜູ້ອຳນວຍການໃຫ່ຍຝ່າຍຂາຍຂອງບໍລິສັດບາງກອກແອເວ ໄດ້ກ່າວວ່າ: ພວກເຮົາເຫັນວ່າອາຊຽນກໍເປັນຕະຫຼາດໃຫ່ຍ ແລະ ມີຂໍ້ອຳນວຍຄວາມສະດວກຫຼາຍໆຢ່າງ ແລະ ບັນດາປະເທດອາຊຽນເຫຼົ່ານີ້ ກໍມີສັກກາຍະພາບທາງດ້ານເສດຖະກິດທີ່ດີ ຄືປະເທດລາວເສດຖະກິດກໍນັບມື້ນັບຂະຫຍາຍໂຕຂື້ນ ແລະ ຕອນນີ້ສາຍການບິນຂອງພວກເຮົາ ຈາກວຽງຈັນ-ບາງກອກແມ່ນມີ 2 ຖ້ຽວບິນ ແລະ ນັກທ່ອງທ່ຽວສາມາດມາຕໍ່ຍົນ ຈາກບາງກອກ-ສະໝຸຍ ໄດ້ຕະຫຼອດເພາະມີຖ້ຽວບິນ 20 ຖ້ຽວຕໍ່ມື້ ນອກຈາກນີ້ກໍຍັງມີນັກທ່ອງທ່ຽວຈາກເອີລົບ ແລະ ຈາກຫຼາຍໆປະເທດ ກໍເດີນທາງໄປທ່ຽວຕໍ່ທີ່ປະເທດລາວ ແລະ ບັນດາປະເທດອາຊຽນເຊັ່ນດຽວກັນ
Hits: 11