ຄວາມສະດວກດ້ານການຄ້າຂອງລາວ ຍັງບໍ່​ທັນ​ດີ​ຂຶ້ນ ​ຢູ່​ອັນ​ດັບ 9 ໃນ​​ອາ​ຊຽນ ຮອງ​ຈາກ​ມຽນ​ມາ

ການຈັດອັນດັບຄວາມສະດວກ ໃນການດໍາເນີນທຸລະກິດ ຂອງທະນາຄານໂລກໃນປີ 2019 ເຫັນວ່າ: ອັນດັບລວມຂອງ ສປປ ລາວ ຫຼຸດລົງຈາກອັນດັບ 141 ໃນປີ 2018 ມາເປັນ ອັນດັບທີ 154 ໃນປີ 2019 ໃນຈໍານວນ 190 ປະເທດ ແລະ ລາວ ເປັນອັນດັບທີ 9 ຂອງອາຊຽນ ຮອງຈາກປະເທດມຽນມ້າ ທີ່ຢູ່ອັນດັບທີ 10.

ກອງປະຊຸມຄະນະກໍາມະການຊີ້ນໍາລວມ ອໍານວຍຄວາມສະດວກທາງດ້ານການຄ້າ ທົົ່ວປະເທດ ຄັ້ງທີ 1 ຈັດໂດຍກະຊວງອຸດສາຫະກໍາ ແລະການຄ້າ ໄດ້ໄຂຂຶ້ນໃນວັນທີ 3 ເມສາ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ, ມີບັນດາທ່ານ ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້ານະຄອນ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສອນໄຊ ສີພັນດອນ ໄດ້ກ່າວເປີດກອງປະຊຸມ ໂດຍກ່າວບາງຕອນວ່າ: ການອໍານວຍຄວາມສະດວກທາງດ້ານການຄ້າ ເປັນວຽກງານໜຶ່ງທີ່ສໍາຄັນ ຊຶ່ງຫຼາຍໆປະເທດ ລວມທັງ ສປປ ລາວ ຂອງພວກເຮົາ ໄດ້ພະຍາຍາມປັບປຸງ ແລະ ແກ້ໄຂບັນຫາຫຍຸ້ງຍາກ ໃນການດໍາເນີນທຸລະກິດ ຢູ່ພາຍໃນປະເທດໃຫ້ດີຂຶ້ນ ເພືີ່ອຍົກລະດັບຄວາມອາດສາມາດ ໃນການແຂ່ງຂັນຂອງພາກທຸລະກິດ ກໍຄືການກຽມຄວາມພ້ອມໃນການດຶງດູດການລົງທຶນ ແລະທັງເປັນການປະຕິບັດພັນທະສັນຍາ ແລະ ສົນທິສັນຍາທີ່ ສປປ ລາວ ມີຕໍໍ່ສາກົນ ແລະພາກພືີ້ນ. ອີງຕາມການຈັດອັນດັບຄວາມສະດວກ ໃນການດໍາເນີນທຸລະກິດ ຂອງທະນາຄານໂລກໃນປີ 2019 ເຫັນວ່າ: ອັນດັບລວມຂອງ ສປປ ລາວ ຫຼຸດລົງຈາກອັນດັບ 141 ໃນປີ 2018 ມາເປັນ ອັນດັບທີ 154 ໃນປີ 2019 ໃນຈໍານວນ 190 ປະເທດ ແລະ ລາວ ເປັນອັນດັບທີ 9 ຂອງອາຊຽນ ຮອງຈາກປະເທດມຽນມ້າ ທີ່ຢູ່ອັນດັບທີ 10. ແຕ່ຖ້າເບີ່ງສະເພາະການຈັດອັນດັບຕົວຊີ້ວັດ 8 “ການຄ້າລະຫວ່າງປະເທດ” ຢູ່ ສປປ ລາວ ແມ່ນໄດ້ຮັບການປັບປຸງດີຂຶ້ີ້ນ 48 ອັນດັບ ຈາກອັນດັບທີ 124 ໃນປີ 2018 ມາເປັນອັນດັບທີ 76 ໃນປີ 2019. ສະນັ້ນເພືີ່ອສືບຕໍໍ່ປັບປຸງ ແລະ ແກ້ໄຂບັນຫາດັ່ງກ່າວ, ໃນປີ 2018 ຜ່ານມາ, ລັດຖະບານ ໄດ້ອອກຄໍາສັ່ງສະບັບເລກທິີ 02/ນຍ, ລົງວັນທີ 01 ກຸມພາ 2018 ວ່າດ້ວຍການ ປັບປຸງລະບຽບການ ແລະ ກົນໄກປະສານງານ ໃນການດໍາເນີນທຸລະກິດ ຢູ່ ສປປ ລາວ, ໃນນັ້ນ ປະກອບມີ 10 ຕົວຊີ້ວັດທີ່ຕິດພັນ ກັບຂະແໜງການກ່ຽວຂ້ອງ ທີ່ຕ້ອງໄດ້ປັບປຸງແກ້ໄຂ ໂດຍສະເພາະແມ່ນການແກ້ໄຂບັນດາຂັ້ນຕອນ ແລະເວລາ ໃນການອະນຸຍາດຕ່າງໆ ໃຫ້ມີຄວາມວ່ອງໄວຂຶ້ນ.

ທ່ານນາງ ເຂັມມະນີ ພົນເສນາ ໄດ້ລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດແຜນດໍາເນີນງານວຽກງານອໍານວຍຄວາມສະດວກທາງດ້ານການຄ້າຂອງ ສປປ ລາວ ປີ 2017-2022 ປະຈໍາປີ 2018 ວ່າ: ແຜນ ການປະຕິບັດວຽກງານອໍານວຍຄວາມສະດວກທາງດ້ານການຄ້າໃນປີຜ່ານມາ ມີທັງໝົດ 30 ກິດຈະກໍາ ທີ່ນອນໃນ 7 ແຜນຍຸດທະສາດ ໃນນັ້ນ ສາມາດຈັດຕັ້ງສໍາເລັດຈໍານວນ 5 ກິດຈະກໍາ, ກໍາລັງດໍາເນີນງານ 21 ກິດຈະກໍາ ແລະບໍ່ທັນລິເລີ່ມປະຕິບັດ 4 ກິດຈະກໍາ, ຊຶ່ງປະກອບມີ ການປັບປຸງກົນໄກການຈັດຕັ້ງເພື່ອປະສານງານລະຫວ່າງຂະແໜງການທີ່ກ່ຽວຂ້ອງໃຫ້ມີປະສິດທິຜົນ 3 ກິດຈະກໍາ, ສ້າງຄວາມເຂັ້ມແຂງໃຫ້ແກ່ກົນໄກ ການຈັດຕັ້ງຂັ້ນທ້ອງຖິ່ນເພື່ອເພີ່ມທະວີການປະສານງານ, ການຕິດຕາມກວດກາ ແລະການຈັດຕັ້ງປະຕິບັດບັນດາມາດຕະການວຽກງານ ອຄ 2 ກິດຈະກໍາ; ມາດຕະການບຸລິມະສິດເພື່ອປັບປຸງມາດຕະຖານບໍລິການສ້າງຄວາມງ່າຍດາຍຕໍ່ກັບຂັ້ນຕອນທີ່ດ່ານຊາຍແດນເຊັ່ນ: ການຂະຫຍາຍເວລາບໍລະການ, ກວດກາຈຸດດຽວ, ຊໍາລະເງິນບ່ອນດຽວ ແລະສ້າງລະບົບແຈ້ງພາສີປະຕູດຽວ 6 ກິດຈະກໍາ; ລົບລ້າງມາດຕະການທາງດ້ານການຄ້າ ທີ່ບໍ່ແມ່ນພາສີພາສີ (NTMs) ທີ່ບໍ່ຈໍາເປັນ 4 ກິດຈະກໍາ; ການເຊື່ອມໂຍງກັບພາກພື້ນ-ສາກົນ ແລະຮ່ວມມືກັບປະເທດທີ່ມີຊາຍແດນຕິດຈອດກັນ 3 ກິດຈະກໍາ; ການຮ່ວມືປະສານງານກັບພາກທຸລະກິດ 3 ກິດຈະກໍາ; ການຈັດຕັ້ງປະຕິບັດສັນຍາອໍານວຍຄວາມສະດວກທາງດ້ານການຄ້າໃນຂອບອົງການການຄ້າໂລກຢ່າງເຕັມສ່ວນ 9 ກິດຈະກໍາ.

ນອກນັ້ນ ກອງປະຊຸມຍັງໄດ້ ຮັບຟັງການລາຍງານ ກ່ຽວກັບໂຄງປະກອບການຈັດຕັ້ງສິດ, ໜ້າທີ່ ແລະ ລະບົບການລາຍງານ ຂອງຄະນະກໍາມະການຊີ້ນໍາລວມ ອໍານວຍຄວາມສະດວກທາງດ້ານການຄ້າຂັ້ນສູນກາງ ແລະຂັ້ນແຂວງ ສະບັບເລກທີ 48/ນຍ, ລົງວັນທີ 26 ກໍລະກົດ 2018 ລວມທັງການສ້າງຕັ້ງກອງເລຂາ ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ສະບັບເລກທີ 001/ຄອຄສ, ລົງວັນທີ 26 ທັນວາ 2018 ແລະ ຮັບຟັງຜ່ານຮ່າງຄໍາສັ່ງ ຂອງທ່ານນາຍົກລັດ ຖະມົນຕີກ່ຽວກັບການອໍານວຍຄວາມສະດວກໃຫ້ແກ່ການ ນໍາເຂົ້າ-ສົົ່ງອອກ, ການຜ່ານແດນ, ການນໍາເຂົ້າເພືີ່ອສົົ່ງອອກຕໍ່ ແລະການເຄືີ່ອນຍ້າຍຢູ່ພາຍໃນປະເທດ ເພື່ອປ່ຽນແທນຄໍາສັ່ງແບບເກົ່າ ເລກທີ 24/ນຍ, ລົງວັນທີ 22 ກັນຍາ 2004.  

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...