Wednesday, July 9, 2025
Kbank Laos โอน รับ จ่าย

2 ທະນາຄານລາວ-ໄທ ເລີ່ມ​ໃຫ້ບໍລິການຊໍາລະສະສາງ​ເງິນຂ້າມຊາຍແດນຜ່ານລະບົບ QR Code

ທະນາຄານທະນາຊາດ (TBank) ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL) ໄດ້ມີການນຳສະເໜີວິທີການຊໍາລະສະສາງຂ້າມຊາຍແດນຂາອອກ, ໂດຍໃຊ້ເທກໂນໂລຍີລະບົບ QR Code ໃນໂທລະສັບມືຖືຄັ້ງທໍາອິດໃນງານ ASEAN Payment Connectivity Exhibition ຈັດຂຶ້ນທີ່ ຊຽງລາຍ, ໃນວັນທີ 05 ເມສາ ປີ 2019 ນີ້.

ວິທີການຊໍາລະສະສາງນີ້ຖືກສ້າງຂຶ້ນຈາກຄວາມສຳເລັດຂອງບໍລິການຊໍາລະສະສາງຂ້າມພົມແດນຜ່ານລະບົບQR Code ເມື່ອປີ 2018 ທີ່ຜ່ານມາ, ເຊິ່ງໄດ້ຮັບການພັດທະນາຮ່ວມກັນລະຫວ່າງ ທະນາຄານທະນາຊາດ (TBANK) ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL) ທີ່ເປັນທະນາຄານຊັ້ນນໍາດ້ານເທັກໂນໂລຍີ e-Banking ທີ່ມີສ່ວນແບ່ງການຕະຫຼາດສູງສຸດໃນ ສປປລາວ.

ການບໍລິການຊໍາລະສະສາງຂ້າມຊາຍແດນເບື້ອງຂາເຂົ້າຜ່ານ QR Code ຈະຊ່ວຍໃຫ້ລູກຄ້າ BCEL ຊໍາລະຄ່າສິນຄ້າໃນປະເທດໄທ, ໄດ້ແບບ Real Time ພຽງແຕ່ສະແກນ QR Code ຂອງຮ້ານຄ້າຢູ່ປະເທດໄທ ດ້ວຍຟັງຊັນຊໍາລະເງິນ QR Scan “BCEL OnePay” ໃນ Application ມືຖື BCEL One.

ເມື່ອລະບົບສໍາລະສະສາງມີການກວດສອບລະຫວ່າງທະນາຄານສໍາເລັດສົມບູນ, ທະນາຄານທະນາຊາດ (TBANK) ຈະດຳເນີນການໂອນເງິນພາຍໃນປະເທດໄທ ໃນນາມຂອງ BCEL ໄປຍັງບັນຊີຂອງຮ້ານຄ້າໄທແຕ່ລະຮ້ານ, ເພື່ອໃຫ້ໝັ້ນໃຈເຖິງຄວາມປອດໄພໃນການຊໍາລະເງິນຈາກຜູ້ຊື້ ຫາ ຜູ້ຂາຍ.

ເພື່ອມອບປະສົບການການຊໍາລະສະສາງຂ້າມຊາຍແດນຜ່ານມືຖືໄປສູ່ອີກລະດັບໜຶ່ງ, ໃນປີ 2019 ນີ້ TBANK ຮ່ວມມືກັບ BCEL ໄດ້ເພີ່ມບໍລິການຊໍາລະເງິນ QR Code ຂ້າມຊາຍແດນເບື້ອງຂາອອກ ຊຶ່ງຈະຊ່ວຍໃຫ້ ລູກຄ້າຂອງ TBANK ຫຼື ລູກຄ້າຄົນໄທທີ່ເດີນທາງມາປະເທດລາວ ສາມາດຊໍາລະຄ່າສິນຄ້າທີ່ຮ້ານຄ້າທີ່ມີ OnePay ໄດ້ທັນທີຜ່ານ PromptPay ການຊໍາລະເງິນທາງມືຖືທີ່ເປັນຂອງທະນາຄານໄທໄດ້ເຊັ່ນ ນໍາໃຊ້ “ທະນາຊາດ Connect” ສຳລັບລູກຄ້າຂອງ TBANK.

Application ຂອງທະນາຄານໄທ ຈະອ່ານລະຫັດ QR ຂອງຮ້ານຄ້າໃນປະເທດລາວ ແລະ ຈະສະແດງລາຍລະອຽດຂໍ້ມູນການຊໍາລະເງິນໂດຍອັດຕະໂນມັດເຊັ່ນ: ລາຍລະອຽດຂອງລາຍການທີ່ຊື້, ລາຄາທັງໝົດເປັນເງິນກີບ ແລະ ເງິນບາດ.

ໃນການເພີ່ມຜະລິດຕະພັນໃໝ່ນີ້ຈະອໍານວຍຄວາມສະດວກ ໃຫ້ການຊໍາລະເງິນຂ້າມຊາຍແດນ, ເຊິ່ງຈະເພີ່ມຄວາມໄວໃນການເຮັດທຸລະກຳ ຫຼຸດຜ່ອນຕົ້ນທຶນການໃຊ້ເງິນສົດ ເພີ່ມຄວາມສະດວກສະບາຍ ແລະ ຄວາມປອດໄພ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.