Friday, April 18, 2025

ຕ້ອງ​ຮູ້! ປະ​ເພດ​ລົດ​ທີ່​ຖືກ​ຍົກ​ເວັ້ນ​ຄ່າ​ທຳ​ນຽມ​ຢູ່ໃນ ສ​ປ​ປ.ລາວ

ຍານພາຫະນະທີ່ຖືກຍົກເວັ້ນຄ່າທໍານຽມທາງໄດ້ລະບຸໄວ້ໃນລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 001/ປປທ ລົງ ວັນທີ 20 ກັນຍາ 2017 ຢູ່ມາດຕາ 6 ມີດັ່ງນີ້: ຍານພາຫະນະຮັບໃຊ້ວິຊາສະເພາະຂອງອົງການຈັດຕັ້ງລັດບໍລິຫານ-ວິຊາການ, ສະມາຄົມ, ມູນນິທິທີ່ເຄື່ອນໄຫວຮັບໃຊ້ສາທາລະນະປະໂຫຍດ ເຊິ່ງໄດ້ຮັບອະນຸຍາດຈາກຂະແໜງການ ທີ່ກ່ຽວຂ້ອງ ເຊັ່ນ: ລົດກູ້ໄພ, ລົດຮັບ-ສົ່ງຄົນເຈັບຂອງໂຮງໝໍ, ລົດມອດໄຟ, ລົດຖ່າຍທອດວິທະຍຸ-ໂທລະພາບ ແລະ ລົດຮັບໃຊ້ລວມຂອງບັນດາສູນເສຍອົງຄະ.

ຍານພາຫະນະຮັບໃຊ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທີ່ມີລັກສະນະເຕັກນິກ ສະເພາະທີ່ຜະລິດເພື່ອມາຮັບໃຊ້ວຽກງານທາງການທະຫານ ແລະ ຕໍາຫຼວດ ເຊັ່ນ: ລົດຊາ, ລົດຕັງ, ລົດຂົນສົ່ງສະເພາະທາງການທະຫານ, ລົດສ້ອມແປງ, ລົດກວດວັດຖຸລະເບີດ, ລົດສື່ສານ, ລົດເຄື່ອນຍ້າຍນັກໂທດ ແລະ ລົດອື່ນໆ ທີ່ຮັບໃຊ້ຢູ່ສະໜາມຮົບ ຫຼື ແນວໜ້າ ໂດຍບໍ່ລວມເອົາລົດຮັບໃຊ້ວຽກງານບໍລິຫານຂອງອົງການຕ່າງໆ.

ຍານພາຫະນະປະເພດລົດກົນຈັກໜັກ ປະກອບມີ: ລົດຕັກ, ລົດຈົກ-ຕັກ, ລົດຕັກຂະໜາດນ້ອຍ, ລົດຈົກ, ລົດດຸດ, ລົດກວາດ ຫຼື ລົດເກດ, ລົດຍົກ, ລົດໂລ, ລົດບັນທຸກພາຍໃນສະໜາມໂຄງການ ກໍ່ສ້າງ, ລົດຊີເຈາະ, ລົດຂົນສົ່ງວັດສະດຸພາກສະໜາມໂຄງການກໍ່ສ້າງ, ລົດໂລແບບສັ່ນສະເທືອນ, ລົດສີດຢາງປູທາງ, ລົດປູຢາງອາສະຟານ, ລົດໄຖ, ລົດກວາດຕີນຢາງ, ລົດຕັກຕີນຢາງ.

ຍານພາຫະນະຂອງສະຖານທູດ, ສະຖານກົງສູນ, ອົງການຈັດຕັ້ງສາກົນທີ່ປະຈໍາການຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕາມລະບຽບການ ເຊິ່ງບໍ່ລວມຍານພາຫະນະທີ່ໄດ້ຂຶ້ນທະບຽນນໍາໃຊ້ສ່ວນຕົວຂອງພະນັກງານຕ່າງປະເທດທີ່ມາປະຈໍາການຢູ່ ສປປ ລາວ ເວັ້ນເສຍແຕ່ມີສັນຍາສະເພາະກັບປະເທດທີ່ກ່ຽວຂ້ອງ.

ນອກນີ້, ຍັງມີຍານພາຫະນະຮັບໃຊ້ສໍາລັບຜູ້ເສຍອົງຄະ ແລະ ຄົນພິການ ໂດຍສະເພາະ (ຕາມທີ່ກໍານົດໄວ້ໃນລະຫັດເຄົ້າ 87.13 ຂອງສາລະບານອັດຕາພາສີ).

ຄ່າທໍານຽມທາງ ແມ່ນພັນທະເປັນເງິນທີ່ມອບເຂົ້າງົບປະມານແຫ່ງລັດ ເຊິ່ງເປັນຄ່າຢຽບທາງຫຼວງ ໃນດິນແດນຂອງ ສປປ ລາວ ດ້ວຍການນໍາໃຊ້ຍານພາຫະນະຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ເປັນກໍາມະສິດ ຫຼື ມີຢູ່ໃນການຄຸ້ມຄອງ ເພື່ອນໍາໃຊ້ເຂົ້າໃນວຽກງານບູລະນະຮັກສາ, ສ້ອມແປງ, ຟື້ນຟູ, ກໍ່ສ້າງທາງ ແລະ ຄວາມປອດໄພຕາມທາງຫຼວງ ຕາມທີ່ໄດ້ກໍານົດໄວ້ໃນດໍາລັດວ່າດ້ວຍກອງທຶນທາງ; ແຕ່ກໍມີຍານພາຫະນະທີ່ຖືກຍົກເວັ້ນເສຍຄ່າທໍານຽມທາງປະກອບມີລົດຫຼາຍປະເພດທີ່ແຕກຕ່າງກັນຕາມທີ່ໄດ້ກໍານົດໄວ້ໃນລັດຖະບັນຍັດຂອງປະທານປະເທດ.

ສໍາລັບຍານພາຫະນະທີ່ຖືກເສຍຄ່າທໍານຽມທາງປະກອບມີດັ່ງນີ້: ລົດຈັກສອງລໍ້, ລົດສາມລໍ້, ລົດຂົນສົ່ງຂະໜາດນ້ອຍ, ກາງ ແລະ ໃຫຍ່, ຍານພາຫະນະທຸກປະເພດ ເຊິ່ງໄດ້ກໍານົດໄວ້ໃນມາດຕາ 5 ຂອງລັດຖະບັນຍັດສະບັບນີ້ ລ້ວນແຕ່ຕ້ອງໄດ້ຖືກເສຍຄ່າທໍານຽມທາງ, ຍົກເວັ້ນ ຍານພາຫະນະທີ່ໄດ້ກໍານົດໄວ້ໃນມາດຕາ 6 ຂອງລັດຖະບັນຍັດ; ນອກນີ້, ຍັງມີລົດນໍາເຂົ້າຊົ່ວຄາວ ເພື່ອຮັບໃຊ້ໂຄງການ ແລະ ມີກໍານົດເວລາ ເຊິ່ງໄດ້ຮັບອະນຸຍາດຂຶ້ນທະບຽນຈາກ ຂະແໜງໂຍທາທິການ ແລະ ຂົນສົ່ງ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.