​ພຽງ 3 ເດືອນຕົ້ນ​ປີເທົ່າ​ນ​ັ້ນ ດ່ານສາກົນວັງເຕົ່າ ສາມາດເກັບລາຍຮັບໄດ້ເກີນແຜນການ

ການຈັດຕັ້ງປະຕິບັດການເກັບລາຍຮັບເຂົ້າງົບປະມານລັດຂອງດ່ານສາກົນວັງເຕົ່າໃນ 3 ເດືອນຕົ້ນປີຖືວ່າເປັນວ່າການຈັດຕັ້ງປະຕິບັດຢ່າງເຂັ້ມແຂງ ແລະມີປະສິດທິພາບສູງຕໍ່ວຽກງານດັ່ງກ່າວຊຶ່ງສາມາດປະຕິບັດໄດ້ເກີນແຜນການທີ່ວາງໄວພ້ອມຈະສູ້ຊົນເຮັດໃຫ້ການຈັດເກັບລາຍຮັບໝົດປີບັນລຸໄດ້ 658 ກວ່າຕື້ກີບ.

ທ່ານ ສຸດໃຈ ຊາຕາກຸນ ຮັກສາການຫົວໜ້າດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈໍາປາສັກ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມເສດຖະກິດ-ສັງຄົມ ປະຈໍາແຂວງເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ: ເຖິງແມ່ນວ່າການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນການຈັດເກັບລາຍຮັບເຂົ້າງົບປະມານລັດປີນີ້ຂອງດ່ານສາ ກົນວັງເຕົ່າຈະມີຫຼາຍສິນຄ້າທີ່ເຄີຍສ້າງລາຍຮັບໄດ້ສູງໄດ້ມີການຢຸດການນໍາເຂົ້າເນື່ອງຈາກສິນຄ້າເຫຼົ່ານັ້ນຢູ່ພາຍໃນປະເທດສະມາດຕອບສະໜອງໄດ້ເຮັດໃຫ້ຂະບວນການນໍາເຂົ້າບໍ່ຄ່ອຍຈະມີບັນຍາກາດຄືກຄື້ນຄືກັບປີຜ່ານມາ, ແຕ່ເຖິງຢ່າງໃດກໍ່ຕາມດ່ານສາກົນວັງເຕົ່າຂອງພວກເຮົາກໍ່ສູ້ຊົນຈັດຕັ້ງປະຕິບັດວຽກ ງານດັ່ງກ່າວຢ່າງເຂັ້ມແຂວງ ແລະມີຄວາມຮັດກຸມຫຼາຍຂຶ້ນເພື່ອປະຕິບັດຕາມແຜນປີໃນການຈັດເກັບລາຍຮັບເຂົ້າງົບປະມານໃຫ້ບັນລຸຄາດໝາຍທີ່ວາງໄວ້ຄື 658 ກວ່າຕື້ກີບ, ຊຶ່ງຜ່ານການຈັດຕັ້ງປະຕິບັດໄຕມາດ I ສາມເດືອນຕົ້ນປີ 2019 ດ່ານສາກົນວັງເຕົ່າສາມາດຈັດເກັບລາຍຮັບໄດ້ແລ້ວ 167 ກວ່າຕື້ກີບ, ທຽບໃສ່ແຜນການປະຕິບັດໄດ້ກວ່າ 100% ແລະທຽບໃສ່ແຜນການປີປະຕິບັດໄດ້ກວ່າ 25%, ຊຶ່ງລາຍຮັບສ່ວນໃຫຍ່ແມ່ນໄດ້ຈາກການນໍາເຂົ້ານໍ້າມັນເຊື້ອໄຟ, ນໍາເຂົ້າພາຫະນະ ແລະສິນຄ້າອື່ນໆ…ອີກຈໍານວນໜຶ່ງ.

ສໍາລັບວັກງານການຈັດເກັບລາຍຮັບເຂົ້າງົບປະມານລັດໃນ 9 ເດືອນທີ່ຍັງຂອງປີ 2019 ພວກເຮົາແມ່ນຈະໄດ້ສູ້ຊົນຈັດຕັ້ງປະຕິບັດຢ່າງຕັ້ງໜ້າເພື່ອເຮັດໃຫ້ຕົວເລກຄາດໝາຍບັນລຸຕາມເປົ້າເຖິງແມ່ນວ່າປີນີ້ແຫຼ່ງລາຍຮັບສິນຄ້າທີ່ເຄີຍສ້າງລາຍຮັບໃນປີຜ່ານມາໄດ້ມີການຢຸດການນໍາເຂົ້າຈາກຕ່າງປະເທດທີ່ເປັນຜະລິດຕະພັນກໍ່ຄືສິນຄ້າທີ່ທາງພາຍປະເທດໃນສະໜອງໄດ້ແຕ່ພວກກໍ່ຈະພະຍາຍາມເຮັດການຈັດເກັບລາຍຮັບບັນຕາມຄາດໝາຍຄື 658 ກວ່າຕື້ກີບ.

ຮຽບ​ຮຽງ​ຈາກ: ເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: