Monday, November 10, 2025
Kbank Laos โอน รับ จ่าย

ວິທະຍາໄລເຕັກນິກລາວ-ເຢຍລະມັນແຫ່ງ​ໃໝ່​ ຮອງ​ຮັບ​ຈຳ​ນວນໄດ້ຫຼາຍກວ່າ 200 ຄົນ

ວິທະຍາເຂດໃໝ່ຂອງວິທະຍາໄລເຕັກນິກລາວ-ເຢຍລະມັນ ເຊີ່ງຕັ້ງຢູ່ບ້ານຊຽງດາ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ ຈະສາມາດຮອງຮັບຈໍານວນນັກຮຽນຜູ້ທີ່ສົນໃຈຢາກສືກສາໃນຂະແໜງດັ່ງກ່າວໄດ້ຫຼາຍກວ່າ 200 ຄົນ ແລະ ການກໍ່ສ້າງວິທະຍາເຂດໃໝ່ນີ້ຈະໃຫ້ສໍາເລັດ ພາຍໃນ 12 ເດືອນ.

ໂຮງຮຽນວິຊາຊີບການຊ່າງລາວ-ເຢຍລະມັນແຫ່ງທໍາອິດໄດ້ຖືກສ້າງຕັ້ງຂື້ນໃນປີ 1964 ທີ່ນະຄອນຫຼວງວຽງຈັນ.ພິທີເປີດການກໍ່ສ້າງວິທະຍາເຂດວິທະຍາໄລດັ່ງກ່າວໃດ້ຖືກຈັດຂື້ນໃນອາທິດຜ່ານມານີ້ຢູ່ທີ່ບ້ານຊຽງດາ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.

ການກໍ່ສ້າງວິທະຍາເຂດໃໝ່ຂອງວິທະຍາໄລເຕັກນິກລາວ-ເຢຍລະມັນນີ້ແມ່ນນໍາໃຊ້ງົບປະມານການ ຊ່ວຍເຫຼືອຂອງລັດຖະບານເຢຍລະມັນ ພາຍໃຕ້ກອບການຮ່ວມມືສອງຝ່າຍລະຫ່ວາງ ລັດຖະບານລາວ ແລະ ລັດຖະບານເຢຍລະມັນ.ປີ 2018 ລັດຖະບານເຢຍລະມັນ ໄດ້ອະນຸນັດເງີນ 50 ລ້ານເອີໂລ ໃຫ້ລັດຖະບານລາວພາຍໃຕ້ກອບການຮ່ວມມືດ້ານການເງີນ ແລະ ດ້ານເຕັກນິກ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.