Thursday, May 15, 2025
Kbank Laos โอน รับ จ่าย

ສະ​ພາ​ລາວ-ຫວຽດ​ນາມ-ກຳ​ປູ​ເຈຍ-ມຽນ​ມາ ​ເປີດ​ສຳ​ມະ​ນາ “ການກວດກາງົບປະມານແຫ່ງລັດ”

ບັນດາປະເທດ CLMV ວຽກ​ງານຕິດຕາມກວດກາຂອງ​ສະ​ພາ​ແຫ່ງ​ຊາດ ແມ່ນ​ໜຶ່ງ​ໃນ​​ບົດ​ບາດ​ໜ້າ​ທີ່ໆ​ສຳ​ຄັນ​ຂອງອົງການ​ຕົວ​ແທນ​ປະ​ຊາ​ຊົນ, ມັນ​ບໍ່​​ພຽງ​ແຕ່​ເປັນ​ເງື່ອນ​ໄຂ​ເພື່ອ​ຮັບ​ປະ​ກັນ​ໃຫ້​ແກ່ການ​ຕົກ​ລົງ​ບັນ​ຫາ​​ພື້ນ​ຖານ​ສຳ​ຄັນ​ຂອງ​ຊາດ​ເທົ່າ​ນັ້ນ, ຫາກ​ຍັງເປັນ​ບ່ອນ​ອີງ​ໃຫ້​ສະ​ພາ​ແຫ່ງ​ຊາດ​ອອກ​ຂໍ້​ຕົກ​ລົງ​ທີ່​ມີ​ລັກ​ສະ​ນະ​ຊັດ​ເຈນ ແລະ ​ປັບ​ປຸງ​ກົດ​ໝາຍ​ໃຫ້​ເປັນ​ລະ​ບົບ​ຄົບ​ຖ້ວນ​ດີ​ຂຶ້ນ, ກໍດັ່ງໄດ້ຮັບຮູ້ນໍາກັນແລ້ວວ່າ:

ກໍາມາທິການງົບປະມານ ແມ່ນກົງຈັກເສນາທິການທີ່ສໍາຄັນຂອງສະພາແຫ່ງຊາດ ໃນການປະຕິບັດພາລະບົດບາດຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ, ກໍ​ຄືມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານແຫ່ງລັດ, ເຊິ່ງການຈັດຕັ້ງປະຕິບັດພາລະບົດບາດດັ່ງກ່າວໃນໄລຍະຜ່ານມາເຫັນວ່າມີຜົນສໍາເລັດຫລາຍດ້ານສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ, ສາມາດຫັນວຽກງານດັ່ງກ່າວເຂົ້າສູ່ກົດໝາຍ, ຮັບປະກັນຄວາມໂປ່ງໃສ ແລະ ສາມາດກວດສອບໄດ້, ເພີ່ມທະວີການມີສ່ວນຮ່ວມຂອງປະຊາຊົນເຂົ້າໃນການຕິດຕາມກວດກາ, ຮັບປະກັນການບໍລິຫານ ແລະ ນໍາໃຊ້ງົບປະມານເຂົ້າໃນການພັດທະນາດ້ານຕ່າງໆຢ່າງມີຄຸນນະພາບ ແນໃສ່ຍົກສູງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວໃ

ແຕ່ຄຽງຄູ່ກັບຜົນສໍາເລັດດັ່ງກ່າວ, ພວກເຮົາຍັງສັງເກດເຫັນວ່າມີບາງດ້ານຍັງເປັນສິ່ງທ້າທາຍໃນການຈັດຕັ້ງປະຕິບັດພາລະບົດບາດການຕິດຕາມກວດກາວຽກງານງົບປະມານ, ການເງິນ ແລະການກວດສອບ ໂດຍສະເພາະການສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ໃນຂົງເຂດວຽກງານການເງິນ, ງົບປະມານ ແລະ ການກວດສອບ ຍັງບໍ່ທັນເປັນລະບົບຄົບຊຸດເທົ່າທີ່ຄວນ, ໂດຍສະເພາະກົດໝາຍທີ່ຕິດພັນ ກັບການຈັດເກັບລາຍຮັບ ແລະ ການຄຸ້ມຄອງລາຍຈ່າຍງົບປະມານ.

ສະນັ້ນ, ກອງປະຊຸມໃນຄັ້ງນີ້ ຖືເປັນໂອກາດອັນດີທີ່ພວກເຮົາຈະໄດ້ຮ່ວມກັນຄົ້ນຄວ້າ, ປຶກສາຫາລື, ແລກປ່ຽນຄວາມຄິດເຫັນ, ຖອດຖອນບົດຮຽນ, ຊອກຫາກົນໄກ, ວິທີການ ແລະ ມາດຕະການທີ່ ເໝາະສົມບົນພື້ນຖານກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍທີ່ກ່ຽວຂ້ອງ ເພຶ່ອຍົກສູງພາລະບົດບາດ ຂອງກໍາມາທິການງົບປະມານໃນການປະກອບສ່ວນແກ້ໄຂສິ່ງທ້າທາຍ ແລະ ຂໍ້ຄົງຄ້າງທີ່ກ່າວມານັ້ນ ໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນ ດີຂຶ້ນກວ່າເກົ່າ.

ຮຽບ​ຮຽງ​ຈາກ ໜັງ​ສື​ພິມ​ລາວ​ພັດ​ທະ​ນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້