Saturday, July 19, 2025
Kbank Laos โอน รับ จ่าย

ສະຫຼອງການນໍາໃຊ້ລະບົບສາຍພານໃນວຽກງານກໍ່ສ້າງເຂື່ອນໄຟຟ້ານໍ້າເທີນ 1

ທ່ານ ວິຣະພົນ ວິຣະວົງ ທີ່ປຶກສາໂຄງການໄຟຟ້ານໍ້າເທີນ 1 ກ່າວວ່າ: ລະບົບສາຍພານນີ້ ຈະຊ່ວຍເລັ່ງຄວາມໄວໃນການເທເບຕົງອັດແຮງ (RCC) ໃສ່ຕົວເຂື່ອນໃຫ້ໄວຂຶ້ນ ເຮັດໃຫ້ການກໍ່ສ້າງຕົວເຂື່ອນສໍາເລັດຕາມເວລາທີ່ກໍານົດໄວ້ ເຊິ່ງແມ່ນຄວາມຕັ້ງໃຈ ແລະ ຄວາມຄາດຫວັງອັນສູງສົ່ງຂອງພວກເຮົາທີ່ຕ້ອງການຈະສ້າງ ແລະ ທຳລາຍສະຖິຕິຂອງການເທ RCC ໃນອາຊີ ພ້ອມນີ້ເຂື່ອນ RCC ຂອງໂຄງການໄຟຟ້ານໍ້າເທີນ 1 ຈະເປັນເຂື່ອນໄຟຟ້າເບຕົງອັດແຮງທີ່ສູງທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ ໂດຍການນໍາໃຊ້ໂຮງງານປະສົມເບຕົງມີກຳລັງທີ່ຜະລິດ 1.000 ແມັດກ້ອນຕໍ່ຊົ່ວໂມງ ພ້ອມດ້ວຍລະບົບສາຍພານທີ່ສາມາດລຳລຽງການຜະລິດໄດ້ສູງ ແລະ ເຊື່ອໝັ້ນວ່າພວກເຮົາມີຄວາມສາມາດທີ່ຈະບັນລຸເປົ້າໝາຍນີ້ໄດ້ ເນື່ອງຈາກມີບໍລິສັດທີ່ມີປະສົບປະການ ແລະ ຊື່ສຽງໂດ່ງດັງໃນການກໍ່ສ້າງເຂື່ອນ RCC ເປັນຜູ້ຮັບເໝົາ ເຊັ່ນ: ບໍລິສັດຊີເອັມຊີດິລາເວັນນາ (ປະເທດອີຕາລີ) ຮ່ວມມືກັບບໍລິສັດ ອີຕາລຽນ-ໄທ ຈຳກັດມະຫາຊົນ (ປະເທດໄທ) ແລະ ບໍລິສັດຊອງດາ ຄໍເພີເຣເຊິນ (ປະເທດຫວຽດນາມ). 

ນອກນີ້ ຍັງໄດ້ຮັບການການສະໜັບສະໜູນຈາກວິສະວະກອນທີ່ມີຄວາມຮູ້ຄວາມສາມາດໃນການກໍ່ສ້າງເຂື່ອນໄຟຟ້າພະລັງງານນໍ້າຄື: ບໍລິສັດພອຍລີອີເນີຈີ (ປະເທດສະວິດ) ເຊິ່ງໄດ້ເຮັດວຽກຄຽງບ່າຄຽງໄຫຼ່ກັບບັນດາບໍລິສັດຜູ້ຮັບເໝົາເພື່ອພ້ອມກັນກໍ່ສ້າງໂຄງການໃຫ້ສຳເລັດຕາມເປົ້າໝາຍ ແຕ່ໂຄງການເຂື່ອນໄຟຟ້ານໍ້າເທີນ 1 ຈະບໍ່ສາມາດປະສົບຜົນສໍາເລັດໄດ້ ຖ້າປາສະຈາກການສະໜັບສະໜູນ ຊ່ວຍເຫຼືອຈາກລັດຖະບານລາວ ໂດຍສະເພາະກະຊວງພະລັງງານ ແລະ ບໍ່ແຮ່ ອໍານາດການປົກຄອງແຂວງ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ.

ບໍລິສັດໄຟຟ້ານໍ້າເທີນ 1 ຈຳກັດ ຈັດພິທີສະເຫຼີມສະຫຼອງການນໍາໃຊ້ລະບົບສາຍພານໃນວຽກງານກໍ່ສ້າງເຂື່ອນໄຟຟ້ານໍ້າເທີນ 1 ຂຶ້ນຢູ່ພາກສະໜາມຂອງໂຄງການ ເມືອງປາກກະດິງ ແຂວງບໍລິຄໍາໄຊ ໂດຍມີທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ແລະ ທ່ານ ພອນສັກ ວິໄລສັກ ປະທານສະພາບໍລິຫານຂອງບໍລິສັດໄຟຟ້ານໍ້າເທີນ 1 ຈຳກັດ ພ້ອມດ້ວຍພາກສ່ວນກ່ຽວເຂົ້າຮ່ວມ. 

ທີ່​ມາ: ໜັງ​ສື​ພິມ​ວຽງ​ຈັນ​ໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.