ດອນເດດ-ດອນຄອນ 2 ເກາະສະຫວັນ ແຫ່ງມະຫານາທີສີ່ພັນດອນ​ ເປັນເກາະທີ່ມີຄວາມໂດດເດັ່ນ ສວຍງາມ​ ແຫ່ງໜຶ່ງ​ຂອງ​ແຂວງຈຳປາສັກ ຕັ້ງຢູ່ ເມືອງ​ໂຂງ​ ແຂວງ​ ຈຳປາສັກ.​ ເກາະແຫ່ງນີ້ແມ່ນໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວທົ່ວໂລກ.​ ດອນເດດ-ດອນຄອນ​ເປັນ​ສະຖານທີ ທີ່ນັກທ່ອງທ່ຽວຢາກມາສຳພັດ ວິຖິຊິວິດຂອງຊາວບ້ານ,​ ທຳມະຊາດທີ່ຍັງອຸດົມສົມບູນ

ກ່ອນຈະເດີນທາງໄປຮອດ​”ດອນເດດ-ດອນຄອນ”​ ເຮົາຕ້ອງເດີນທາງໄປ ນະຄອນປາກເຊ
ເຊິ່ງຫ່າງຈາກນະຄອນຫຼວງວຽງຈັນ ປະມານ 600 ກວ່າກີໂລແມັດ ສຳລັບລາຄາລົດໂດຍສານຈາກວຽງຈັນ ຫາ ປາກເຊ ແມ່ນ 110.000 ກິບ. ແລ້ວຕໍ່ລົດໄປ ບ້ານ​ ນາກະສັງ ເມືອງ​ ໂຂງ​ ແຂວງ​ ຈຳປາສັກ​ ເຊິ່ງ​ຫ່າງຈາກ​ ນະຄອນປາກເຊ ປະມານ​ 150 ກິໂລແມັດ ລາຄາໂດຍສານແມ່ນ 50.000 ກິບ ການເດິນຈະມີພຽງລົດເທົ່ານັ້ນ ມີທັງລົດເມ ແລະ ລົດສອງແຖວ.

ຫຼັງຈາກຮອດບ້ານ ນາກະສັງ​ແລ້ວ​ ເຮົາກໍຂີ່ເຮືອຂ້າມຟາກມາຈາກບ້ານນາກະສັງ ໄປສູ່ດອນເດດ ຫລື ດອນຄອນ ລາຄາຄ່າປີ້ເຮືອໂດຍສານແມ່ນ 15.000 ກິບ ຊຶ່ງທັງສອງເກາະນີ້ ບໍ່ສາມາດນຳລົດຂ້າມໄປໄດ້ ໂດຍໃໍຊ້ເວລາປະມານ 10 – 15 ນາທີ ກໍຮອດດອນເດດ ຫຼື ດອນຄອນ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ເມື່ອຮອດດອນເດດແລ້ວ ເຮົາສາມາດເຊົ່າລົດຈັກ ຫຼື ລົດຖີ້ມ ເພື່ອຈະຂີ່ສຳຫຼວດດອນເດດ-ດອນຄອນ ແລະ ຈຸດໝາຍ​ປາຍທາງ​ທຳອິດທີ່ໄປຮອດດອນແລ້ວ ຕ້ອງໄດ້ໄປສຳພັດແມ່ນ “ນ້ຳຕົກຕາດຫຼີ່ຜີ”​ ແຕ່ກ່ອນຈະໄປຮອດ ແມ່ນເຮົາຈະຕ້ອງໄດ້ຜ່ານ “ຂົວທີ່ສ້າງໃນສະໄໝຝຣັ່ງ”​ເປັນຂົວທີ່ ເຊື່ອມ​ຕໍ່ກັນ​ລະຫວ່າງ​ ດອນເດດ​-ດອນຄອນ

ຫຼັງຈາກຜ່ານຂົວມາ ເຮົາກໍຈະເຫັນ”ຊາກຫົວລົດໄຟ” ເປັນຊາກຫົວລົດໄຟທີ່ສ້າງຂື້ນໃນສະໄໝຝຣັ່ງ ນອກຈາກຈະມີຊາກຫົວລົດໄຟແລ້ວ ຍັງມີທາງລົດໄຟເກົ່າອິກດ້ວຍ

ກ່ອນຈະເຂົ້າໄປຊົມຄວາມອະລັງການຂອງນໍ້າຕົກຕາດຫຼີ່ຜີ ແມ່ນເຮົາສາມາດແວ່ຫລິ້ນນໍ້າໄດ້ ເປັນຈຸດທີ່ຈັດສັນໄວ້ໃຫ້ນັກທ່ອງທ່ຽວໄດ້ຫລິ້ນນໍ້າເຢັນໆ

ນໍ້າຕົກຕາດ​ຫຼີ່ຜີ​ເປັນນໍ້າຕົກທີ່ໃຫ່ຍອະລັງການ ສຳລັບນັກທ່ອງທ່ຽວທີ່ມາ ກໍສາມາດຂີ່ສະລິງຂ້າມໄປອີກຟາກຂອງຫຼີ່ຜີໄດ້ ເປັນກິດຈະກຳທີ່ໜ້າຕື່ນເຕັນອີ່ຫຼີ່

Hits: 76

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້