ເຮັດອາຫານລາວງ່າຍໆ ກັບ​ InsideLaos.​ ມື້ນີ້ມີສູດ “ນໍ້າຫວານໝາກຈອງ” ມາຝາກ ຫຼາຍໆຄົນອາດຍັງບໍ່ຮູ້ວ່າໝາກຈອງ ສາມາດເອົາມາເຮັດນໍ້າຫວານໄດ້ ແຊບ​ ແລະ​ ຍັງມີປະໂຫຍດອີກດ້ວຍ​ ວິທີເຮັດກໍງ່າຍແສນງ່າຍ ເຮົາມາເລີ່ມເຮັດກັນເລີຍເນາະ ສ່ວນປະກອບມີດັ່ງນີ້:

ສ່ວນປະກອບ:
1.ໝາກຈອງ 10-15​ ເມັດ
2.ນໍ້າຕານໝາກພ້າວ 250​g (ທີ່ເລືອກໃຊ້ນໍ້າຕານໝາກພ້າວເພາະມັນມີກີ່ນຫອມ)
3.ນ້ຳກະທິ 500g
4.ເກືອ​ 1/2 ບ່ວງກາເຟ
(ໝາຍເຫດ: ສຳລັບສູດນີ້ແມ່ນບໍ່ມີໃບເຕີຍເດີ້ ເພາະນໍ້າຕານໝາກພ້າວຫອມຢູ່ແລ້ວ ແລະ ອັດຕາສ່ວນແມ່ນສຳລັບ 2 ຖ້ວຍນ້ອຍ )

ເລີ່ມ​ຈາກການລ້າງເມັດໝາກຈອງໃຫ້ສະອາດ ແລ້ວແຊ່ນ້ຳໄວ້ ປະມານ​ 2-3 ຊົ່ວໂມງ.​

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ກຽມເຮັດນໍ້າກະທິ​ ໂດຍການກຽມຖ້ວຍ ແລ້ວໃສ່ນໍ້າຕານ​ໝາກພ້າວລົງໄປໃນຖ້ວຍ ໃຊ້ບ່ວງບົດຈົນນໍ້າຕານແຕກໂຕອອກຈາກກັນ​ ແລ້ວ​ຄ່ອຍເອົາເກືອ ແລະ​ ນໍ້າກະທິລົງ

ເອົານໍ້າກະທິທີ່ກຽມໄວ້ລົງໝໍ້ ຕັ້ງໄຟປານກາງ​ ຄົນນໍ້າກະທິໄປເລື້ອຍໆ​ ຈົນນໍ້າກະທິຟົດ ແຕ່ບໍ່ໃຫ້ຟົດດົນເກີນໄປ ເພາະຈະເຮັດໃຫ້ນໍ້າກະທິແຕກມັນ ຫຼັງຈາກນັ້ນຊີມໃຫ້ໄດ້ຣົດຊາດ ຫວານ​ ມັນ​ ເຄັມ​ ຫຼື​ ແລ້ວແຕ່ມັກ ຕັກອອກໃສ່ຖ້ວຍໄວ້ເພື່ອພັກໃຫ້ເຢັນ ຫຼື​ ຈະແຊ່ເຢັນໄວ້ກໍໄດ້

ຫຼັງຈາກໝາກຈອງທີ່ແຊ່ໄວ້ ແຕກວຸ້ນອອກມາແລ້ວ ໃຫ້ແຍກເອົາວຸ້ນອອກຈາກແກ່ນໝາກຈອງ

ກຽມເສີບ ຈະໃສ່ວຸ້ນໝາກຈອງລົງໃນໝໍ້ ຫຼື​ ເສີບແຍກກໍໄດ້.​ ນອກຈາກນີ້ຍັງສາມາດເພີ່ມສ່ວນປະກອບຕາມມັກໄດ້ອີກ​ ບໍ່ວ່າຈະເປັນ​ ເຂົ້າລອດຊອງ,​ ໝາກຕ່າວ,​ ວຸ້ນດຳ,​ ແກ່ນອີ່ຕູ ຫຼື​ ອື່ນໆ​ແລ້ວແຕ່ມັກ​

ເຄັດລັບທີ່ໜ້າຮູ້: ນອກຈາກຣົດຊາດຈະແຊບ ແລະ​ ຊ່ວຍຄາຍຮ້ອນແລ້ວ ໝາກຈອງຍັງໃຫ້ຄຸນປະໂຫຍດອີກຫຼາຍໆຢ່າງເຊັ່ນ: ຊ່ວຍແກ້ອາການຮ້ອນໃນກະຫາຍນໍ້າ,​ຊ່ວຍຫຼຸດຄວາມດັນ,​ຊ່ວຍລ້າງສານພິດຕົກຄ້າງ ແລະ​ ອື່ນໆ​. ຢ່າລືມໄປເຮັດກີນເດີ້ທຸກຄົນ

Hits: 8

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້