ທະນາຄານກຳສິກອນໄທ ຮ່ວມກັບ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ເປີດໂຕ Feature ໃໝ່ ຕື່ມເງິນຄ່າໂທລະສັບ ແລະ ຄ່າອິນເຕີເນັດເຄືອຄ່າຍລາວໂທລະຄົມ ຜ່ານ “QR KBank” ແອັບພຣີເຄຊັ່ນກະເປົ໋າເງິນເທີ່ງມືຖື ເພື່ອຍົກລະດັບການໃຫ້ບໍລິການຂອງທັງສອງຝ່າຍ ເພື່ອໃຫ້ລູກຄ້າສາມາດຕື່ມເງິນຄ່າໂທ,ຄ່າອິນເຕີເນັດ ໄດ້ທຸກທີ່ທຸກເວລາ ເລີ່ມໃຊ້ງານໄດ້ຕັ້ງແຕ່ວັນທີ 01 ເມສາ 2019 ທີ່ຜ່ານມາ.

ທ່ານ ພັດທະນະພົງ ຕັນສົມບຸນ ປະທານສະພາບໍລິຫານ ທະນາຄານກະສິກອນໄທ ກ່າວວ່າ: ສປປ ລາວ ເປັນປະເທດທີ່ມີອັດຕາການເຕີບໂຕທາງເສດຖະກິດ ແລະ ມີການເພີ່ມຂື້ນຂອງຄົນຊັ້ນກາງ ແລະ ລາຍໄດ້ຕໍ່ຫົວສູງຂື້ນຢ່າງຕໍ່ເນື່ອງຕະຫຼອດຫຼາຍທີ່ຜ່ານມາ ແຕ່ຍັງມີຂໍ້ຈໍາກັດໃນການເຂົ້າເຖິງການບໍລິການທາງການເງິນຂອງປະຊາກອນ ເນື່ອງຈາກສາຂາ ແລະ ຈຸດໃຫ້ບໍລິການມີຈໍານວນຈໍາກັດ ທະນາຄານກະສິກອນໄທ ເຫັນໂອກາດໃນການໃຫ້ບໍລິການຜ່ານຊ່ອງທາງດີຈີຕອລ ຈື່ງໄດ້ທໍາການເປີດໂຕ ແລະ ທົດລອງການໃຊ້ງານ “QR KBank” ແອັບພຣີເຄຊັນກະເປົ໋າເງິນເທີງມືຖື ທີ່ບໍ່ຕ້ອງຜູກກັບບັນຊີທະນາຄານ ໃນເດືອນ ທັນວາ 2018 ທີ່ຜ່ານມາ ທີ່ຕະຫຼາດຂົວດິນໂດຍໃຫ້ຈັບຈ່າຍໃຊ້ສອຍໃນຕະຫຼາດຜ່ານລະບົບ QR Code ເຊິ່ງໄດ້ຮັບການຕອບຮັບເປັນຢ່າງດີ ມີຈໍານວນການນໍາໃຊ້ຫຼາຍກ່ວາ 73,000ເທືີ່ອ ເປັນມູນຄ່າຫຼາຍກວ່າ 54,000 ລ້ານກີບ ເພື່ອຕອບໂຈດການໃຊ້ງານໃຫ້ຫຼາກຫຼາຍຂື້ນທາງທະນາຄານຈື່ງໄດ້ຮ່ວມມືກັບ ລາວໂທລະຄົມ ຜູ້ນໍາດ້ານລະບົບໂທລະຄົມມະນາຄົມຂອງ ສປປ ລາວ ພັດທະນາ ແລະ ເປີດໂຕລະບົບການຕື່ມເງິນມືຖືເຄື່ອຄ່າຍລາວໂທລະຄົມ ເພື່ອຕອບໂຈດອໍານວຍຄວາມສະດວກໃຫ້ແກ່ລູກຄ້າ ສປປ ລາວ ໄປອີກຂັ້ນ ໂດຍຈະເລີ່ມໃຫ້ບໍລິການໃນເຂດນະຄອນຫຼວງວຽງຈັນເປັນອັນດັບທໍາອິດ


ທ່ານ ປິຍະວັດ ຈະຣິຍະເສດຖະພົງ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ເປີດເຜີຍວ່າ: ປັດຈຸບັນປະຊາກອນ ສປປ ລາວ ໃຊ້ໂທລະສັບມືຖືຫຼາຍກ່ວາ 81% ແລະ ການເຂົ້າເຖີງອິນເຕີເນັດຜ່ານໂທລະສັບມືຖືມີແນວໂນມເຕີບໂຕສູງຂື້ນປີລະ 15% ສະແດງໃຫ້ເຫັນວ່າປະຊາກອນໃນ ສປປ ລາວ ນັ້ນມີຄວາມພ້ອມຢູ່ໃນຍຸກດີຈີຕອລແລ້ວ ແລະ ສໍາລັບໂລກຍຸກດີຈີຕອລນັ້ນໂທລະສັບມືຖື ແລະ ອິນເຕີເນັດນັ້ນປຽບດັ່ງປັດໃຈທີ່ຂາດບໍ່ໄດ້ໃນການໃຊ້ຊີວິດ ໃນຖານະຜູ້ໃຫ້ບໍລິການເຄືອຄ່າຍສັນຍານໂທລະສັບອັນດັບ 1 ຂອງ ສປປ ລາວ ການເປີດໂຕຟີເຈີຕື່ມເງິນມືຖືເຄື່ອຄ່າຍລາວໂທລະຄົມ ຜ່ານແອັບ QR KBank ຖືເປັນບາດກ້າວອັນສໍາຄັນ ໃນການນໍາເທັກໂນໂລຢີດີຈີຕອລມາປັບໃຊ້ໃນການຍົກລະດັບຊ່ອງທາງການໃຫ້ບໍລິການຂອງລາວໂທລະຄົມໄປອີກຂັ້ນ ເພື່ອອໍານວຍຄວາມສະດວກໃຫ້ແກ່ລູກຄ້າຂອງລາວໂທລະຄົມ ໃຫ້ຕື່ມເງິນມືຖືໄດ້ສະດວກສະບາຍ, ວ່ອງໄວ, ທຸກທີ່ທຸກເວລາ ຕອບໂຈດຄວາມຕ້ອງການຂອງລູກຄ້າໃນຍຸກດີຈີຕອລ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ທ່ານ ສຸລິສັກ ທໍານຸວົງ ຜູ້ຮັກສາການຫົວໜ້າກົມຄຸ້ມຄອງລະບົບຊໍາລະສະສາງ ທະນາຄານແຫ່ງ ສປປ ລາວ ກ່າວວ່າ: ປັດຈຸບັນລັດຖະບານໄດ້ມີການຊຸກຍູ້ທາງດ້ານນະໂຍບາຍ ຕ່າງໆ ເພື່ອໃຫ້ພາກເອກະຊົນນໍາດີຈີຕອລເທັກໂນໂລຢີມາໃຊ້ເພື່ອຍົກລະດັບການໃຫ້ບໍລິການທາງການເງິນ ແລະ ການຊໍາລະເງິນທີ່ທັນສະໄໝໃຫ້ແກ່ປະຊາຊົນໃນ ສປປ ລາວ ການທີ່ທະນາຄານກະສິກອນໄທ ແລະ ລາວໂທລະຄົມ ຮ່ວມມືກັນເພື່ອນໍາສະເໜີການບໍລິການໃໝ່ໆໃຫ້ແກ່ປະຊາກອນ ສປປ ລາວ ນັ້ນຖືເປັນບາດກ້າວອັນສໍາຄັນທີ່ຈະຊຸກຍູ້ໃຫ້ ສປປ ລາວ ສູ່ສັງຄົມປະສະຈາກການໃຊ້ເງິນສົດ ທຽບເທົ່າກັບນາໆປະເທດໃນໂລກຢ່າງແທ້ຈີງ

ທ່ານ ພັດທະນະພົງ ກ່າວເພີ່ມອີກວ່າ: ພາຍໃນປີ 2019 ຈະມີຜູ້ໃຊ້ງານ “QR KBank” ຫຼາຍກ່ວາ 120,000ຄົນ ມີການນໍາໃຊ້ເກີດຂື້ນ 3 ລ້ານລາຍການ ຄິດເປັນມູນຄ່າຫຼາຍກວ່າ 88,500 ລ້ານກີບ  ແລະ ທະນາຄານຕັ້ງເປົ້າໝາຍວ່າຈະສາມາດຂະຫຍາຍຈຸດໃຫ້ບໍລິການຂອງທະນາຄານ ລວມເຖິງຕົວແທນຈຸດໃຫ້ບໍລິການໃຫ້ຄວບຄຸມທົ່ວນະຄອນຫຼວງວຽງຈັນອີກກວ່າ 120ຈຸດ ແລະ ໃຫ້ຄວບຄຸມທົ່ວທັງປະເທດ ໃນອະນາຄົດ

ສຳລັບການດາວໂຫຼດ QR KBank ເພື່ອໃຊ້ງານ. ໄດ້ເທີງລະບົບ IOS ແລະ Android ສາມາດລົງທະບຽນຢືນຢັນຕົວຕົນເພື່ອເລີ່ມໃຊ້ງານໄດ້ທຸກທີ່ທຸກເວລາ ໃນໂຕແອັບພຣີເຄຊັ່ນເອງໂດຍທີ່ບໍ່ຈໍາເປັນຕ້ອງມາທີ່ທະນາຄານ ແລະ ລູກຄ້າຍັງສາມາດຕື່ມເງິນເຂົ້າ ແລະ ຖອນເງິນອອກຈາກກະເປົ໋າເງິນ QR KBank ໄດ້ທີ່ຈຸດບໍລິການ QR KBank ທົ່ວນະຄອນຫຼວງວຽງຈັນ ໂດຍບໍ່ຈໍາເປັນຕ້ອງໄປເຮັດເອກກະສານທີ່ສາຂາຂອງທະນາຄານພຽງແຕ່ເບີ່ງຫາປ້າຍສັນຍາລັກ “ແມວນໍາໂຊກ” ທົ່ວນະຄອນຫຼວງວຽງຈັນ ແລະ ສາມາດຕິດຕາມ ແລະ ສອບຖາມຂໍ້ມູນເພີ່ມຕື່ມໄດ້ຈາກ ຈຸດໃຫ້ບໍລິການ QR KBank ທົ່ວນະຄອນຫຼວງວຽງຈັນ ຫຼື Click ໄປທີ່ Facebook : KbankLaos ຫຼື ເວັບໄຊ້ WWW.Kasikornbank.com.la ຫຼື ຕິດຕໍ່ Call Center ໂທ 021 253 341 ໄດ້ຕັ້ງແຕ່ເວລາ 7:00 – 16:00 ໂມງ ທຸກວັນ

ພິເສດ ໃນຊ່ວງເປີດໂຕຟີວເຈີໃໝ່ນີ້ ທາງທະນາຄານຍັງໄດ້ກຽມສິດພິເສດສໍາລັບລູກຄ້າທີ່ທໍາການຕື່ມເງິນມືຖືເຄື່ອຄ່າຍລາວໂທລະຄົມຜ່ານ QR KBank ໄວ້ຢ່າງຫຼວງຫຼາຍເຊັ່ນ: ຂອງຂັວນ ແລະ ໂປຣໂມຊັ່ນພິເສດຈາກຮ້ານ K-Star ຮ້ານດັງທີ່ຮ່ວມລາຍການເຊັ່ນ: ຮ້ານຊານົມໄຂ່ມຸກ Kamu ຮ້ານ B-Beauty ແລະ ຮ້ານ Retro ແລະ ຍັງມີກິດຈະກໍາຊິງໂຊກຂອງລາງວັນຫຼາຍຢ່າງລວມໄປເຖິງໂປຣໂມຊັ້ນຄ່າອິນເຕີເນັດພິເສດຈາກເຄືອຄ່າຍລາວໂທລະຄົມ

Hits: 30

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້