Monday, March 24, 2025

ສະພາວິຊາຊີບນັກບັນຊີ – ນັກກວດສອບ ສະເໜີເຂົ້າເປັນສະມາຊິກສະຫະພັນນັກບັນຊີສາກົນ

ຄະນະບໍລິຫານງານສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ເພື່ອບັນລຸເປົ້າໝາຍຍຸດທະສາດສ້າງຄຸນນະພາບວິຊາຊີບການບັນຊີໃຫ້ເປັນທີ່ເຊື່ອຖືໄດ້ລະດັບພາກພື້ນ ແລະ ສາກົນ ເຊິ່ງປັດຈຸບັນກຳລັງຍື່ນເອກະສານເຂົ້າເປັນສະມາຊິກສະຫະພັນນັກບັນຊີສາກົນ ( IFAC ).

ກອງປະຊຸມສະຫຼຸບການເຄື່ອນໄຫວ ປະຈຳປີ 2018 ແລະ ທິດທາງເຄື່ອນໄຫວວຽກປີ 2019 ຂອງສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ຈັດຂຶ້ນໃນວັນທີ 26 ເມສາ 2019 ຜ່ານມາ ທີ່ໂຮງແຮມວຽງຈັນ ແກຣນ ໂດຍການເຂົ້າຮ່ວມຂອງ ທ່ານ ນາງທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ກະຊວງການເງິນ ພ້ອມດ້ວຍຄະນະບໍລິຫານສະພາວິຊາຊີບ ແລະ ສະມາຊິກເຂົ້າຮ່ວມ.

ທ່ານ ນາງ ພິລານີ ພິດສະໄໝ ປະທານສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ກ່າວວ່າສະພາວິຊາຊີບນັກບັນຊີໄດ້ໃຫ້ຄວາມສຳຄັນໃນເລື່ອງການພັດທະນາບຸກຄະລາກອນ ແລະ ຫຼັກສູດການຮຽນ – ການສອນ ແລະ ຈັນຍາບັນຕ່າງໆເພື່ອໃຫ້ເປັນທີ່ເຊື່ອໝັ້ນໃນລະດັບພາກພື້ນ ແລະ ສາກົນເທື່ອລະກ້າວ

ໂດຍສະເພາະໃນຍຸກຂອງການເຊື່ອມໂຍງ ປັດຈຸບັນສະພາວິຊາຊີບນັກບັນຊີໄດ້ຍື່ນເອກະສານໃນທ້າຍປີ 2018 ເພື່ອສະໝັກເປັນສະມາຊິກສົມທົບຂອງສະຫະພັນນັກບັນຊີສາກົນ ( IFAC ) ເບື້ອງຕົ້ນມີຄວາມເປັນໄປໄດ້ສູງທີ່ ( IFAC ) ຈະຮັບເຂົ້າເປັນສະມາຊິກ ເນື່ອງຈາກມີຄວາມພ້ອມຫຼາຍດ້ານ ແລະ ເອກະສານກໍເຫັນວ່າຄົບຖ້ວນຕາມເງື່ອນໄຂທີ່ ( IFAC ) ກໍານົດ.

ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນ ກ່າວວ່າ: ການປັບປຸງຄຸນນະພາບວິຊາຊີບການບັນຊີຂອງລາວເປັນທີ່ຮັບຮູ້ຈາກສາກົນເທື່ອລະກ້າວ ເຊິ່ງໄດ້ສະແດງໃຫ້ເຫັນຜ່ານການຖືກຮັບຮູ້ຂັ້ນເບື້ອງຕົ້ນຈາກການປະເມີນເອກະສານສະໝັກເປັນສະມາຊິກສົມທົບຂອງສະຫະພັນນັກບັນຊີສາກົນ ປັດຈຸບັນໃນອາຊຽນຍັງເຫຼືອພຽງແຕ່ ລາວ ແລະ ມຽນມາ ທີ່ຍັງບໍ່ທັນເຂົ້າເປັນສະມາຊິກ.

ສິ່ງທີ່ສະພານັກບັນຊີຈະຕ້ອງໄດ້ສືບຕໍ່ຢ່າງແຂງແຮງ ຄື: ສ້າງນັກຊ່ຽວຊານບັນຊີທີ່ມີຄຸນນະພາບໃຫ້ຫຼາຍຂຶ້ນ ເພື່ອປະກອບສ່ວນໃນການສ້າງຂໍ້ມູນ – ຂ່າວສານການບັນຊີໃຫ້ເປັນທີ່ໜ້າເຊື່ອຖື ແລະ ຊ່ວຍໃນການໃຫ້ຄຳປຶກສາຫາລືແກ່ຫົວໜ່ວຍເສດຖະກິດຕ່າງໆໃຫ້ສາມາດພັດທະນາຕົນໃນສະພາບເສດຖະກິດໃນປັັດຈຸບັນ ແລະ ອະນາຄົດທີ່ມີການເຊື່ອມໂຍງໃນພາກພື້ນ ແລະ ສາກົນ.

ຂໍ້ມູຈາກ: ສຳນັກຂ່າວ ເອບີຊີລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.