Sunday, January 19, 2025

ລັດຖະບານເຜີຍ ສາມາດລຶບລ້າງບ້ານທີ່ມີຄອບຄົວທຸກຍາກໄດ້ຫຼາຍກວ່າ 50%

ຊຸມ​ປີ­ຜ່ານ­ມາ ພັກ ແລະ ລັດ­ຖະ­ບານ ບັນ­ດາ​ຂະ­ແໜງ­ການ ອົງ­ການ​ທຽບ​ເທົ່າ​ຂັ້ນ​ສູນ​ກາງ ແລະ ອົງ­ການ​ປົກ­ຄອງ​ທ້ອງ­ຖິ່ນ​ຂັ້ນ​ຕ່າງໆ ໄດ້​ສຸມ​ຄວາມ​ພະ­ຍາ­ຍາມ​ໃນ​ການ​ຊີ້​ນຳ-ນຳ­ພາ ລົງ­ທຶນ​ພັດ­ທະ­ນາ​ເປັນ​ຈຳ­ນວນ​ຫຼາຍ ທັງ​ຈັດ​ຕັ້ງ​ກຳ­ລັງ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ດ້ວຍ​ມາດ­ຕະ­ຖານ​ຕ່າງໆ ຈຶ່ງ​ໄດ້​ມີ​ຜົນ­ສຳ­ເລັດ​ຫຼາຍ​ດ້ານ​ໃນ​ການ​ພັດ­ທະ­ນາ​ປະ­ເທດ​ຊາດ.

ອີງ​ຕາມ​ບົດ​ສະ­ຫຼຸບ​ສັງ​ລວມ​ຕີ​ລາ­ຄາ​ຮອບ­ດ້ານ ກ່ຽວ​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ກະ­ສິ­ກຳ ປ່າ­ໄມ້ ແລະ ພັດ­ທະ­ນາ​ຊົນ­ນະ­ບົດ ປະ­ຈຳ​ປີ 2018 ໃຫ້​ຮູ້​ວ່າ:

ຊຸມ​ປີ­ຜ່ານ­ມາ ມີ 5.179 ຄອບ­ຄົວ ໄດ້​ຫຼຸດ​ພົ້ນ​ອອກ​ຈາກ​ຄອບ­ຄົວ​ທຸກ​ຍາກ ຍັງ​ເຫຼືອ 64.593 ຄອບ­ຄົວ ກວມ 5,34% ຂອງ​ຈຳ­ນວນ​ຄອບ­ຄົວ​ທັງ​ໝົດ​ທົ່ວ​ປະ­ເທດ ໃນ​ນີ້ ສາ­ມາດ​ລຶ­ບລ້າງ​ບ້ານ​ທີ່​ມີ​ຄອບ­ຄົວ​ທຸກ​ຍາກ​ຫຼາຍ​ກວ່າ 50% ຂຶ້ນ​ເມືອ​ຂອງ​ຈຳ­ນວນ​ຄອບ­ຄົວ​ທັງ​ໝົດ​ພາຍ​ໃນ​ບ້ານ 22 ບ້ານ ຈາກ 678 ບ້ານ ໃນ​ປີ 2016 ຍັງ​ເຫຼືອ 657 ບ້ານ​ໃນ​ປີ 2018 ລຶ­ບລ້າງ​ບ້ານ​ທຸກ​ຍາກ 120 ບ້ານ ຍັງ​ເຫຼືອ 1.536 ບ້ານ ກວມ 18,83% ຂອງ​ຈຳ­ນວນ​ບ້ານ​ທັງ​ໝົດ ສ້າງ​ບ້ານ​ພັດ­ທະ­ນາ 221 ບ້ານ ລວມ​ເປັນ 4.138 ບ້ານ ສ້າງ​ບ້ານ​ໃຫຍ່​ທີ່​ມີ​ລັກ­ສະ­ນະ​ຕົວ​ເມືອງ​ນ້ອຍ​ໃນ​ຊົນ­ນະ­ບົດ 25 ບ້ານ ລວມ​ເປັນ 56 ບ້ານ.

ຜ່ານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ໄດ້​ມີ​ຫຼາຍ​ແບບ­ຢ່າງ​ທີ່​ດີ ທີ່​ເປັນ​ບົດ­ຮຽນ​ໃນ​ການ​ກຳ­ນົດ​ນະ­ໂຍ­ບາຍ ວິ­ທີ​ຈັດ​ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ພັດ­ທະ­ນາ​ຊົນ­ນະ­ບົດ ແລະ ລຶ­ບລ້າງ​ຄວາມ­ທຸກ​ຍາກ​ໃນ​ຊຸມ​ປີ​ຕໍ່­ໜ້າ​ເຊັ່ນ:

ການ​ທົດ​ລອງ​ສ້າງ​ບ້ານ​ແບບ­ຢ່າງ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ທິດ​ນຳ 3 ສ້າງ ການ​ສ້າງ​ບ້ານ​ຈຸດ​ສຸມ​ພັດ­ທະ­ນາ​ຊາຍ​ແດນ​ຮ່ວມ​ມື​ລາວ-ຫວຽດ­ນາມ ຢູ່ 4 ແຂວງ 5 ເມືອງ ບ້ານ​ເປົ້າ​ໝາຍ​ທຸກ​ຍາກ​ບ້ານ​ແບບ­ຢ່າງ​ໃນ​ການ​ຈັດ​ສັນ​ພູມ­ລຳ­ເນົາ ແລະ ອາ­ຊີບ ຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກ­ສາ​ຊາຍ​ແດນ ບ້ານ ແລະ ເມືອງ​ເປົ້າ​ໝາຍ ໃນ​ການ​ປະ­ຕິ­ບັດ​ກອງ​ທຶນ​ຫຼຸດ­ຜ່ອນ​ຄວາມ­ທຸກ​ຍາກ​ຂອງ​ທະ­ນາ­ຄານ​ໂລກ ໂຄງ­ການ​ສ້າງ​ບ້ານ​ຊົນ­ນະ­ບົດ​ໃໝ່​ຕາມ​ຫຼັກ​ແຊ​ເມົາ​ອຶນ​ດົງ​ຂອງ ສ ເກົາ­ຫຼີ ຢູ່ 30 ບ້ານ​ຂອງ​ແຂວງ​ວຽງ​ຈັນ ແລະ ສະ­ຫວັນ​ນະ​ເຂດ ບ້ານ​ແບບ­ຢ່າງ​ໃນ​ການ​ແກ້​ໄຂ​ຄວາມ­ທຸກ​ຍາກ​ດ້ວຍ​ລັດ ຜູ້​ປະ­ກອບ​ການ ແລະ ປະ­ຊາ­ຊົນ​ຮ່ວມ​ກັນ​ເຮັດ ຢູ່​ບ້ານ​ຄຳ​ປາ​ແໜ ເມືອງ​ຈຳ​ພອນ ແຂວງ​ສະ­ຫວັນ​ນະ​ເຂດ ການ​ຍົກ­ຍ້າຍ​ຈັດ​ສັນ​ພູມ­ລຳ­ເນົາ​ໃໝ່ ແລະ ສ້າງ​ອາ­ຊີບ​ໝັ້ນ­ຄົງ​ໃຫ້​ປະ­ຊາ­ຊົນ ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ໂຄງ­ການ​ພັດ­ທະ­ນາ​ຂອງ​ລັດ ແລະ ພາກ​ເອ­ກະ​ຊົນ​ຈຳ­ນວນ​ໜຶ່ງ​ຢູ່​ທ້ອງ­ຖິ່ນ ແບບ­ຢ່າງ​ໃນ​ການ​ຍົກ­ຍ້າຍ​ຈັດ​ສັນ​ພູມ­ລຳ­ເນົາ​ຄົງ​ທີ່ ໃຫ້​ປະ­ຊາ­ຊົນ​ທີ່​ທຳ​ມາ​ຫາ​ກິນ​ເລື່ອນ­ລອຍ​ຢູ່​ເຂດ​ພູ​ດອຍ​ຊົນ­ເຜົ່າ ໃຫ້​ມີ​ອາ­ຊີບ​ທີ່​ໝັ້ນ­ຄົງ​ຢູ່​ຫຼາຍ​ທ້ອງ­ຖິ່ນ ມີ​ວຽກ​ເຮັດ​ງານ​ທຳ​ສ້າງ​ອາ­ຊີບ​ໃໝ່ ແກ້​ໄຂ​ຄວາມ­ທຸກ​ຍາກ ຕິດ​ພັນ​ກັບ​ການ​ລົງ­ທຶນ​ໂດຍ​ກົງ​ຂອງ​ພາກ​ເອ­ກະ​ຊົນ​ດ້ານ​ກະ­ສິ­ກຳ​ປ່າ­ໄມ້ ແລະ ການ​ບໍ­ລິ­ການ​ຈຳ­ນວນ​ໜຶ່ງ ແລະ ອື່ນໆ.

ທີ່ມາ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

Airline Ratings ຢືນຢັນ Vietjet ເປັນສາຍການບິນທີີ່ປອດໄພທີີ່ສຸດໃນໂລກປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ມັງກອນ 2025) – Vietjet ໄດ້ຮັບການຍອມຮັບອີກຄັັ້ງວ່າເປັນໜື່ງໃນສາຍການບິນທີີ່ ປອດໄພທີີ່ສຸດໃນໂລກໂດຍ Airline Ratings ເວັບໄຊຈັດອັນດັບຄວາມປອດໄພ ແລະ ຜະລິດຕະພັນສາຍການບິນຊືີ່ ດັງ ໃນການຈັດອັນດັບປະຈໍາປີ 2025

Vietjet ຂະຫຍາຍເຮືອບິນສຳເລັດໃນປີ 2024 ຄົບ 10 ລໍາ ພ້ອມກ້າວຂຶ້ນສູ່ປີ 2025

(ນະຄອນຫຼວງວຽງຈັນ, ມັງກອນ ວັນທີ 14.2025) – Vietjet ຕ້ອນຮັບເຮືອບິນ A321neo ACF (Airbus Cabin Flex) ໃໝ່ 2 ລໍາ ຈາກ Airbus ຮອດທ້າຍປີ 2024. ສາຍການບິນຍັງໄດ້ເພີ່ມເຮືອບິນ Charter ຕື່ມອີກ 4 ລຳ ໃຫ້ແກ່ຝູງເຮືອບິນໃນວັນທີ 8 ມັງກອນນີ້ ເພື່ອຮອງຮັບຄວາມຕ້ອງການການເດີນທາງທີ່ສູງໃນຊ່ວງເທດສະການກຸດຈີນ ເຊິ່ງ​ແມ່ນ​ງານ​ເທດສະການທີ່ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ. ຄວາມສໍາເລັດນີ້ກວມເອົາປີຂອງການຂະຫຍາຍຕົວຢ່າງຕໍ່ເນື່ອງແລະການຂະຫຍາຍຕົວຂອງເຄືອຂ່າຍເສັ້ນທາງຂອງພວກເຮົາ. ​ເຊິ່ງຈະ​ຊຸກຍູ້​ສາຍ​ການບິນ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ໃນ​ປີ 2025.

ທ່ຽວຊ່ວງທ້າຍປີ ດີແນວໃດ?

ເຈົ້າເປັນຄົນໜຶ່ງບໍ ທີ່ມັກວາງແຜນການທ່ອງທ່ຽວໃນຊ່ວງທ້າຍປີ? ເຊື່ອວ່າຫຼາຍຄົນຈະຕອບວ່າ “ແມ່ນ” ເພາະຊ່ວງທ້າຍປີ ແມ່ນຊ່ວງທີ່ມີຄວາມພິເສດຫຼາຍຢ່າງ ທັງເທສະການ, ຄວາມງາມຂອງບັນຍາກາດ ບວກກັບອາກາດທີ່ດີເໝາະແກ່ການເດີນທາງໄປພັກຜ່ອນຢ່ອນໃຈທີ່ສຸດ; ແຕ່ຮູ້ບໍ່ວ່າ ມັນມີຫຼາຍເຫດຜົນກວ່ານັ້ນ ທີ່ເຮັດໃຫ້ຄົນສ່ວນຫຼາຍມັກພາຕົນເອງອອກເດີນທາງທ່ອງທ່ຽວໃນຊ່ວງທ້າຍປີ ລອງມາເບິ່ງນຳກັນວ່າມີຫຍັງແດ່: