Monday, April 21, 2025

ແຂວງຄຳມ່ວນ ເກັບກ່ຽວເຂົ້ານາແຊງສຳເລັດ 90%

ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງຄໍາມ່ວນໃຫ້ຮູ້ວ່າ:

ໃນລະດູການຜະລິດເຂົ້ານາແຊງປີນີ້ ໃນທົ່ວແຂວງມີເນື້ອທີ່ແຜນການຜະລິດເຂົ້ານາແຊງທັງໝົດ 10 ພັນເຮັກຕາ ຜ່ານການຈັດຕັ້ງປະຕິບັດຕົວຈິງໂດຍນໍາໃຊ້ທຸກທ່າແຮງໂດຍສະເພາະແມ່ນຈັກສູບນໍ້າທີ່ພັກ – ລັດເຮົາໄດ້ຕິດຕັ້ງໃຫ້ ແລະ ຈັກຂະໜາດນ້ອຍຂອງຄອບຄົວຕະຫຼອດເຖິງບຶງ, ໜອງຕ່າງໆ ບ່ອນທີ່ມີເງື່ອນໄຂເຮັດນາແຊງປະຊາຊົນກໍໄດ້ສຸມໃສ່ບວກໃສ່ພະນັກງານ , ສໍານັກງານຂັ້ນເມືອງ,ຂັ້ນແຂວງກໍໄດ້ພ້ອມກັນສຸມໃສ່ເນື່ອງຈາກໃນລະດູການນາປີ 2018 ຜ່ານມາແມ່ນໄດ້ຮັບຜົນກະທົບຈາກໄພພິບັດນຳ້ຖ້ວມເຮັດໃຫ້ເນື້ອທີ່ນາປີຖືກນຳ້ຖ້ວມ 83.773 ເຮັກຕາ, ຍັງເຫຼືອຈາກນຳ້ຖ້ວມພຽງແຕ່ 26.366 ເຮັກຕາ , ສາມາດເກັບກ່ຽວຕົວຈິງໄດ້ພຽງແຕ່ 54 ພັນກວ່າເຮັກຕາຕໍ່ກັບສະພາບການດັ່ງກ່າວໃນເຮັດໃຫ້ປະຊາຊົນສຸມໃສ່ການເຮັດນາແຊງເປັນຈໍານວນຫຼວງກວ່າລະດູການຜະລິດໃນປີຜ່ານມາ ແລະ ເນື້ອທີ່ການຜະລິດກໍສາມາດປະຕິບັດໄດ້ລື່ນແຜນການເຖິງ 78 ເຮັກຕາ.

ມາຮອດປັດຈຸບັນຊາວນາໄດ້ສຸມໃສ່ການເກັບກ່ຽວເຂົ້ານາແຊງໃນທົ່ວແຂວງປະຕິບັດໄດ້ 90 % ພ້ອມກັນນັ້ນກໍໄດ້ຫັນເອົາກົນຈັກທີ່ທັນສະໄໝເຂົ້າສູ່ການຜະລິດ ເພື່ອຫຼຸດຜ່ອນການໃຊ້ແຮງງານ ຄົນ, ປັດຈຸບັນການເກັບກ່ຽວເຂົ້າແມ່ນຍັງເຫຼືອແຕ່ເມືອງໜອງບົກປະຕິບັດໄດ້ 73 %, ເມືອງເຊບັ້ງໄຟປະຕິບັດໄດ້ 94 %.

ສາຍເຫດທີ່ເຮັດໃຫ້ການເກັບກ່ຽວຊັກຊ້າ ແມ່ນຍ້ອນການຕອບສະໜອງນຳ້ , ການຕິດຕັ້ງຈັກ , ການສ້ອມແປງລະບົບຄອງເໝືອງ , ຫົວງານຕອບສະໜອງນຳ້ຊ້າ ເຮັດໃຫ້ປະຊາຊົນລົງມືປັກດໍາຊ້າໄປຕາມໆກັນ ອີກບັນຫາໜຶ່ງແມ່ນເຂົ້າຈໍານວນໜຶ່ງແມ່ນຍັງບໍ່ທັນແກ່, ຄາດຄະເນສະມັດຖະພາບຂອງການຜະລິດ 5,5 ໂຕນ ຕໍ່ເຮັກຕາ , ຜ່ານການຈັດຕັ້ງປະຕິບັດຕົວຈິງແມ່ນໄດ້ 5,09 ໂຕນຕໍ່ເຮັກຕາ, ສາເຫດທີ່ພາ ໃຫ້ສະມັດຖະພາບຫຼຸດລົງຍ້ອນ ການສະໜອງນຳ້ເພື່ອຫຼໍ່ລ້ຽງ ຕົ້ນເຂົ້າບໍ່ພຽງພໍ ໂດຍສະເພາະຢູ່ເມືອງມະຫາໄຊ ຊາວກະສິ ກອນຕ້ອງໃຊ້ຈັກດູດນຳ້ຈາກຄອງລະບາຍນຳ້ເທີນ 2 ແຕ່ກ່ອນຈະດູດໄດ້ກໍຕ້ອງເສຍເວລາເກືອບໜຶ່ງເດືອນ ແຕ່ຖ້າທຽບໃສ່ໂຕເລກແຜນການແລ້ວແມ່ນຫຼຸດບໍ່ຫຼາຍ ເມື່ອມາເບິ່ງຕົວຈິງແລ້ວເຫັນວ່າເນື້ອທີ່ລື່ນແຜນການ ແຕ່ສະມັດຖະພາບແມ່ນຫຼຸດໜ້ອຍໜຶ່ງຈາກ 5,5 ໂຕນຕໍ່ເຮັກຕາ ມາເປັນ 5,09 ໂຕນຕໍ່ເຮັກຕາ , ເມື່ອມາເບິ່ງແລ້ວສະເລ່ຍເຂົ້ານາແຊງບວກໃສ່ເນື້ອທີ່ນາປີ ພວກເຮົາກໍຍັງຮັກສາໄດ້ກ່ຽວກັບຄວາມໝັ້ນຄົງທາງດ້ານສະບຽງອາຫານ ເພື່ອຕອບສະໜອງເຂົ້າໃຫ້ແກ່ລັດຖະບານກໍຄືປະຊາຊົນປະມານ 54 ພັນກວ່າໂຕນ .

ທ່ານ ບຸນຈັນ ໄຊປັນຍາໄດ້ກ່າວວ່າ : ສໍາລັບການໃຊ້ກົນຈັກທີ່ສະໄໝເຂົ້າສູ່ການຜະລິດສະຖິຕິທົ່ວແຂວງມີລົດໄຖເຖິງ 13,7 ພັນກວ່າຄັນ ໃນນີ້ລົດໄຖຂະໜາດໃຫຍ່ 145 ເຄື່ອງ, ສໍາລັບໃນການກຽມດິນແມ່ນໄດ້ນໍາໃຊ້ກົນຈັກ 100 %, ດ້ານການຟາດເຂົ້າ ຫຼື ປັ່ນເຂົ້າແມ່ນໄດ້ນໍາໃຊ້ກົນຈັກ 100 % ເຊັ່ນກັນ , ແຕ່ການດໍາມາຮອດປັດຈຸບັນຕາມການຄໍານວນໃນຈໍານວນລົດດໍາ 42 ເຄື່ອງແມ່ນກວມເອົາຜູ້ໃຊ້ງານ 40 % ທີ່ນໍາໃຊ້ກົນຈັກດໍາເຫຼືອນັ້ນແມ່ນນໍາໃຊ້ແຮງງານຢູ່ , ສ່ວນໃນການເກັບເຄື່ອງຈັກເກັບກ່ຽວແມ່ນມີຫຼາຍລະດັບ ແຕ່ວ່າເຂດທີ່ໃຊ້ກົນຈັກໃຫຍ່ແມ່ນເຂດທົ່ງຮາບເຊບັ້ງໄຟ.

ນອກຈາກນັ້ນ ແມ່ນໃຊ້ກົນຈັກຂະໜາດນ້ອຍໂດຍດັດແປງຈາກຈັກຕັດຫຍ້າ , ດ້ານເກັບກ່ຽວເຂົ້ານາແຊງໃນທົ່ວແຂວງຄາດວ່າຈະໃຫ້ສໍາເລັດໃນຕົ້ນເດືອນພຶດສະພາ 2019 .

ທ່ານຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ໄດ້ກ່າວຕື່ມອີກວ່າ : ສໍາລັບການຜະລິດເຂົ້າເປັນສິນຄ້າສໍາລັບນາແຊງມີເນື້ອທີ່ 4,7 ພັນກວ່າເຮັກຕາ. ສໍາລັບປູກເພື່ອຂາຍ ຖ້າຫາກນຳ້ບໍ່ຖ້ວມນາປີ 2018 ຈໍານວນເຂົ້ານາແຊງທີ່ຜະລິດໄດ້ໃນເນື້ອທີ່ 10.078 ເຮັກຕາຂອງປີນີ້ແມ່ນຈະຖືກຂາຍເປັນສິນຄ້າໝົດ . ຊຶ່ງໃນຈໍານວນ 4,7 ພັນເຮັກຕາແມ່ນຈະສະໜອງໃຫ້ແກ່ກຸ່ມໂຮງສີ . ດ້ານແນວພັນເຂົ້ານາແຊງປີນີ້ເນື່ອງຈາກວ່າໃນປີ 2018 ຜ່ານມາ ເນື້ອທີ່ນາຂອງປະຊາຊົນຖືກນຳ້ຖ້ວມປະຊາຊົນຈໍານວນໜຶ່ງແມ່ນໄດ້ຊື້ ແລະ ອີກຈໍານວນໜຶ່ງໄດ້ຮັບການຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນ ໂດຍຜູ້ທີ່ນໍາໃຊ້ພັນເຂົ້າລຸ້ນ 2 ເຂົ້າໃນການຜະລິດນາແຊງສາມາດເອົາມາເປັນແນວພັນເຂົ້າປະມານ 2 ພັນກວ່າໂຕນ ໂດຍທີ່ພາກວິຊາການຂອງພະແນກໄດ້ມອບໃຫ້ແຕ່ລະເມືອງເປັນຜູ້ກໍາກັບເພື່ອນໍາໃຊ້ເຂົ້າໃນລະດູຝົນທີ່ຈະມາເຖິງ .

ສໍາລັບໃນຂັ້ນຕອນສຸດທ້າຍແມ່ນຂອດການປະສານງານກັນລະຫວ່າງ ພະແນກ ກປ ແຂວງ ແລະ ພະແນກ ອຄ ແຂວງ ເພື່ອຍົກລະ ດັບຄຸນນະພາບຂອງສິນຄ້າ ໂດຍສະເພາະແມ່ນກຸ່ມໂຮງສີປັດຈຸບັນທົ່ວແຂວງມີໂຮງສີເຂົ້າ 145 ແຫ່ງ , ຊຶ່ງກຸ່ມໂຮງສີທີ່ຮັບໃຊ້ກຸ່ມຊາວນາມີ 06 ໂຮງ ໃນນັ້ນໂຮງສີທີ່ໄດ້ຮັບການຢັ້ງ ຢືນເປັນມາດຕະຖານສາກົນ ( GMP ) ຈໍານວນ 1 ແຫ່ງ ຄືໂຮງສີເຂົ້າວັນນິດາ. (ຂ່າວ-ພາບ:ແດງສະຫວັດແສນພານິດ)

ທີ່ມາ: ໜັງສືພິມ ປະຊາຊົນ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.