
ຕ່າຍ ອໍລະໄທ ນັກຮ້ອງສຽງຫວານຂວັນໃຈພີ່ນ້ອງຊາວໄທ ແລະ ຊາວລາວ ທີ່ມີຜົນງານເພງດັງຫຼາຍໆເພງເປັນຕົ້ນແມ່ນ: ດອກຫຍ້າໃນປ່າປູນ, ຢູ່ໃນໃຈສະເໝີ, ຊັງໄດ້ຊັງແລ້ວ, ນິລັນດອນ ແລະ ອື່ນໆ ເຊິ່ງແຕ່ລະຜົນງານທີ່ປ່ອຍອອກມາກໍຖຶກໃຈແຟນເພງຫຼາຍ

ແລະ ປີນີ້ ຕ່າຍ ອໍລະໄທ ກໍມີ Series ທ່ອງທ່ຽວ ປະເທດລາວ ແຕ່ພາກເໜືອຮອດພາກໃຕ້ ແລະ ໄດ້ປ່ອຍໃຫ້ແຟນໆຊາວລາວໄດ້ເບິ່ງກັນແລ້ວ 5EP ຄື: EP1 ຮຸ່ງອາລຸນແຫ່ງສັດທາ, EP2 ເລື່ອງເລົ່າຈາກຜືນຜ້າ, EP3 ສະບາຍດີຄົນແປກໜ້າ, EP4 ແບກເປ້ລຸຍວັງວຽງ ແລະ EP ລ່າສຸດ ເບິ່ງເມືອງ ມ່ວນຊື່ນ ໂດຍມີ ອາເລັກຊານດາ ບຸນຊ່ວຍ ເປັນຜູ້ພາທ່ຽວ ແລະ ໄດ້ໄປຫຼາຍໆບ່ອນ ເປັນຕົ້ນແມ່ນ ປະຕູໄຊ, ພຣະທາດຫຼວງ, ວັດສີສະເກດ, ແລະ ໄດ້ໄປຊົມພິພີຕະພັນຜ້າໄໝບູຮານລາວ

ນອກຈາກນີ້ຍັງໄດ້ໄປກີນອາຫານທ້ອງຖີ່ນຫຼາຍໆຢ່າງທັງ: ເຂົ້າປຸ້ນນໍ້າຊີ້ນ,ເຂົ້າຈີ່ປາເຕ້ ແລະ ສຳລັບ EP ຕໍ່ໄປ ຕ່າຍ ອໍລະໄທ ຈະໄປທ່ຽວໃສ່ ຕິດຕາມກັນໄດ້ເດີ້ ທາງຊ່ອງຢູທູບ
Hits: 24