ບໍລິສັດ ທີ່ປຶກສາໄຂ່ມຸກຕາເວັນອອກ ເຂົ້າພັດທະນາເຂດຫຼັກ 62 ເປັນຣີສອດຄົບວົງຈອນ


ທ່ານ ນາງ ລັດດາວອນ ພູນສະຫວັດ

ບໍລິສັດ ທີ່ປຶກສາໄຂ່ມຸກຕາເວັນອອກ ຈຳກັດ ທີ່ໄດ້ບັນລຸຂໍ້ຕົກລົງກັບລັດຖະບານລາວໃນການເຂົ້າໄປສຶກສາຄວາມເປັນໄປໄດ້ໃນການສ້າງຣີສອດລາວ ແບບຄົບວົງຈອນຢູ່ເຂດຫຼັກ 62 ທີ່ມີມູນຄ່າ 3 ຕື້ໂດລາສະຫະລັດ ນັບແຕ່ກາງປີ 2018 ຜ່ານມາ ປັດຈຸບັນການສຳຫຼວດໂດຍພື້ນຖານສຳຄືບໜ້າແລ້ວ 20% – 30% ຄາດວ່າຈະສືບຕໍ່ເວລາທີ່ເຫຼືອໃຫ້ສຳເລັດຕາມແຜນການກຳນົດ.

ທ່ານ ນາງ ລັດດາວອນ ພູນສະຫວັດ ຮອງຜູ້ອຳນວຍການບໍລິສັດ ທີ່ປຶກສາໄຂ່ມຸກຕາເວັນອອກ ຈຳກັດ ກ່າວວ່າ: ພາຍຫຼັງທີ່ໄດ້ຮັບອະນຸຍາດຈາກລັດຖະບານບໍລິສັດທີ່ປຶກສາກໍໄດ້ລົງມືໃນການສຶກສາຄວາມເປັນໄປໄດ້ນັບແຕ່ທ້າຍປີ 2018 ຜ່ານມາ ມາເຖິງປັດຈຸບັນມີຄວາມຄືບໜ້າຂອງໂຄງການແລ້ວໂດຍພື້ນຖານປະມານ 20% – 30% ຂອງການສໍາຫຼວດທັງໝົດ ການສໍາຫຼວດໃນເບື້ອງຕົ້ນແມ່ນບໍ່ມີສິ່ງກີດຂວາງຫຍັງຫຼາຍເພາະເນື້ອທີ່ດັ່ງກ່າວເປັນເນື້ອທີ່ວ່າງຈະມີພຽງແຕ່ພືດຂອງປະຊາຊົນເຂດບ້ານໃກ້ຄຽງນຳໄປປູກໃສ່ເລັກນ້ອຍ.

ໂຄງການກໍ່ສ້າງຣີສອດລາວ ແບບຄົບວົງຈອນຕັ້ງຢູ່ເຂດຫຼັກ 62 ບ້ານ ໜອງຂອນ ເມືອງ ໂພນໂຮງ ແຂວງ ວຽງຈັນ ມີມູນຄ່າທັງໝົດ 3 ຕື້ໂດລາສະຫະລັດ ໄລຍະເວລາສຶກສາ ແລະ ສຳຫຼວດ 18 ເດືອນພາຍໃນໂຄງການຈະມີທັງໝົດ 9 ກິດຈະການໃນເນຶ້ອທີ່ 1.200 ເຮັກຕາ ໂດຍ ລັດຖະບານລາວຖືຮຸ້ນ 20% ເຊິ່ງປະກອບມີ: ໂຮງຮຽນນາໆຊາດ, ໂຮງໝໍທັນສະໄໝ, ສະໝາມກ໊ອບ 36 ຂຸມທີ່ສາມາດຮອງຮັບການແຂ່ງຂັນລະດັບສາກົນ, ແຫຼ່ງທ່ອງທ່ຽວ, ສະຖານທີ່ຖ່າຍຮູບເງົາ, ກະສິກໍາ, ສະໜາມຫຼິ້ນກິລາທາງນໍ້າ ແລະ ທາງບົກທີ່ສາມາດຮອງຮັບການແຂ່ງຂັນໃນລະດັບສາກົນໄດ້.

ທ່ານ ນາງ ລັດດາວອນ ພູນສະຫວັດ ກ່າວຕື່ມວ່າ: ຫາກໂຄງການມີການພັດທະນາຢ່າງເຕັມຮູບແບບຈະມີມູນຄ່າການລົງທຶນທັງໝົດ 3 ຕື້ໂດລາສະຫະລັດຖືເປັນອີກໂຄງການທີ່ສຳຄັນຂອງແຂວງວຽງຈັນທີ່ຈະກາຍເປັນສະຖານທີ່ທ່ອງທ່ຽວ, ພັກຜ່ອນ, ສຶກສາ ແລະ ສະໜາມຫຼິ້ນກິລາ ທັງຈະເປັນການສ້າງວຽກເຮັດງານທໍາໃຫ້ກັບປະຊາຊົນໂດຍສະເພາະເຂດບ້ານໃກ້ຄຽງນອກຈາກບ້ານໜອງຂອນເຊັ່ນ: ບ້ານໂພນເງິນ, ໂພນຕ້ອງ, ໂພນສົມບູນ, ຫ້ວຍທົນ ແລະ ບ້ານສະກ້າ ທີ່ມີປະຊາຊົນປະມານ 20 ພັນກວ່າຄົນ ແນວໃດກໍຕາມຖ້າເປັນໄປຕາມແຜນໂຄງການດັ່ງກ່າວແມ່ນຈະລົງມືພາຍຫຼັງສຳຫຼວດສຳເລັດ ແລະ ຈະໃຫ້ໄປສຳເລັດໃນປີ 2030.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...