
STREETS FOOD ເປັນອາຫານທີ່ມີຂາຍຕາມແຄມທາງ, ແຄມວັດ ແລະ ສວນສາທາລະນະ ເຊິ່ງ STREETS FOOD ຈະມີຫຼາຍໆຮູບແບບເປັນຕົ້ນແມ່ນ: ລໍ້ຍູ້, ລົດສາມລໍ້, ແບບເປັນຮ້ານຊົ່ວຄາວ. ໃນນະຄອນຫຼວງວຽງຈັນຈະມີຂາຍຕັ້ງແຕ່ເຊົ້າຈົນຮອດຄໍ່່າ ແລະ ບາງຮ້ານຂາຍຊອດແຈ້ງ.


ອາຫານສ່ວນຫຼາຍແມ່ນມີຫຼາຍໆຮູບແບບ ຕາມຊ່ວງເວລາຄື: ຕອນເຊົ້າກໍຈະມີອາຫານປະເພດກີນງ່າຍໆເປັນຕົ້ນແມ່ນ ບັນກວນ, ຊີ້ນຫຼອດ ເຂົ້າໜຽວ ຕອນບ່າຍກໍຈະມີເຂົ້າປຽກ, ເຝີ ແລະ ຕອນຄໍ່າກໍຈະເປັນປະເພດຈານຫລັກ ແລະ ຂອງກີນຫຼີ້ນ
ສຳລັບ ຜູ້ບໍລິໂພກ ການເລືອກອາຫານກໍສຳຄັນ ຕ້ອງເລືອກອາຫານ ທີ່ສົດ ໃໝ່ ແລະ ສະອາດ ເພື່ອບໍ່ໃຫ້ເກີດອາການຕ່າງໆທີ່ເກີດຈາກອາຫານເປັນພິດ ແລະ ຜູ້ປະກອບການເອງກໍຕ້ອງໃສ່ໃຈໃນເລື່ອງຂອງການເລືອກວັດຖຸດິບມາປຸງແຕ່ງຕະຫຼອດຮອດວິທີປຸງແຕ່ງຕ້ອງຖືກຕາມຫຼັກອະນາໄມ
Hits: 10