ເປີດກອງປະຊຸມສໍາມະນາ “ແກ້ໄຂຂໍ້ຂັດແຍ່ງດ້ານເສດຖະກິດ ໂດຍກໍາມະການຕັດສິນ”


ທ່ານ ໄພວີ ສີບົວລິພາ

ຕອນ​ບ່າຍວັນ​ທີ 2 ພຶດສະພານີ້ ທີ່​ນະຄອນຫລວງ​ວຽງຈັນ ກະຊວງ​ຍຸ​ຕິ​ທໍາ ​ແຫ່ງ ສປປ ລາວ​ ຮ່ວມ​ກັບ ກະຊວງຍຸຕິທໍາ ສ. ເກົ່າຫຼີ ຈັດກອງປະຊຸມ ສໍາມະນາກ່ຽວກັບ “ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໂດຍກໍາມະການຕັດສິນ” ​ ຂຶ້ນພາຍ​ໃຕ້​ການ​ເປັນ​ປະທານ​ຂອງທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີ​ທ່ານ ດົງ​ກີ​ລີ ສາດສະດາ ຈານ​ຈາກ​ວິທະຍາ​ໄລ ກົກ​ມິນ ສ ​ເກົາຫລີ ​ແລະຜູ້ຕາງໜ້າຈາກກະຊວງຕ່າງໆ, ອົງການ ແລະຂະແໜງການທຸລະກິດ​ເຂົ້າ​ຮ່ວມ.

ທ່ານ ຮອງລັດຖະມົນຕີກະຊວງຍຸຕິທຳ ​ກ່າວ​​​ເປີດກອງ​ປະຊຸມ​ວ່າ: ກອງ​ປະຊຸມ​ຄັ້ງ​ນີ້ ແມ່ນມີຄວາມໝາຍສໍາຄັນເປັນຢ່າງຍິ່ງ ເພາະໄດ້ໄຂຂຶ້ີນໃນຈຸດເວລາທີ່ສູນກາງພັກ ແລະລັດຖະບານເຮົາໄດ້ມີນະໂຍບາຍເປີດກວ້າງການເຊື່ີອມໂຍງເສດຖະກິດກັບພາກພື້ີນ ແລະສາກົນ, ສ້າງເງື່ີອນໄຂ ແລະອໍານວຍຄວາມສະດວກໃຫ້ບັນດາຫົວໜ່ວຍວິສາຫະກິດທັງພາຍໃນ ແລະຕ່າງປະເທດ ສາມາດຮ່ວມມືີດຳເນີນທຸລະກິດຮ່ວມກັນ, ເມື່ີອເກີດຂໍ້ຂັດແຍ່ງ ກໍ່ສາມາດແກ້ໄຂຮ່ວມກັນໂດຍສັນຕິວິທີ.

ສະນັ້ນ, ໃນປີ 2018 ນີ້ ລັດຖະບານຈຶ່ງໄດ້ເຫັນດີປັບປຸງກົດໝາຍ ວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເພື່ີອໃຫ້ມີເນື້ີອໃນອຸດົມສົມບູນ ແລະສອດຄ່ອງກັບການເຕີບໃຫຍ່ຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມໃນປະຈຸບັນ.

ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຂອງ ສປປ ລາວ ແມ່ນໄດ້ຮັບການຈັດຕັ້ງປະຕິບັດມາແຕ່ປີ 1989 ເປັນຕົ້ນມາ ຊຶ່ງໃນເບຶີ້ອງຕົ້ນວຽກງານດັ່ງກ່າວ ແມ່ນຂຶ້ນກັບກະຊວງເສດຖະກິດ, ແຜນການ ແລະການເງິນ ແລະຕໍ່ມາແມ່ນໄດ້ໂອນມາຂຶ້ນກັບກະຊວງຍຸຕິທໍາ ໃນປີ 1995. ຜ່ານການເຄຶີ່ອນໄຫວວຽກງານໃນໄລຍະຜ່ານມາ ສັງເກດເຫັນວ່າ ພາລະບົດບາດຂອງອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແມ່ນຍັງບໍ່ທັນໄດ້ມີການຮັບຮູ້ຢ່າງກວ້າງຂວາງໃນທົ່ວສັງຄົມ. ຄວາມຈິງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຢູ່ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແມ່ນມີຄວາມວ່ອງໄວ, ປະຍັດຄ່າໃຊ້ຈ່າຍ, ຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດນັ້ນ ຄູ່ກໍລະນີ ບໍ່ສາມາດອຸທອນ, ມີແຕ່ວ່າ ຖ້າຄູ່ກໍລະນີບໍ່ປະຕິບັດ ຝ່າຍອັບປະໂຫຍດຈາກການບໍ່ປະຕິບັດຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ມີສິດຮ້ອງຂໍໃຫ້ສານປະຊາຊົນເພື່ີອອອກຄໍາຊີ້ຂາດຢັ້ງຢືນເອົາຜົນຂອງການແກ້ໄຂຂໍ້ຂັດແຍ່ງ, ຄໍາຊີ້ຂາດຂອງສານປະຊາຊົນນັ້ນ ມີຜົນບັງຄັບປະຕິບັດໃນທັນໃດ​ແລະບໍ່ສາມາດອຸທອນໄດ້.

ກອງປະຊຸມ ໄດ້ຮັບຟັງການສະເໜີກ່ຽວກັບ: ການຈັດຕັ້ງປະຕິບັດຄໍາຕັດສິນທາງແພ່ງ ແລະ ຄໍາຕັດສີນຂອງກໍາມະການ; ການຈັດຕັ້ງປະຕິບັດຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ; ການຈັດຕັ້ງປະຕິບັດຄໍາຕັດສີນຄະດີແພ່ງ ແລະຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຕາມຄໍາຊີ້ ຂາດຂອງສານປະຊາຊົນ ​ແລະລະບຽບການຕັດສິນຂອງສູນຕັດສີນ ເກົາຫຼີ (KCAB).

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...