ກະຊວງ​ຖະແຫຼງ​ຂ່າວ​ ວັດທະນະທຳ​ ແລະ ​ການ​ທ່ອງທ່ຽວ​ ອອກແຈ້ງການ​ ເລກທີ​196/ຖວທ, ນະຄອນຫຼວງວຽງຈັນ,​ ວັນທີ​24​ ເມສາ​ 2019​ ໃຫ້ບໍລິສັດ ລັດວິສາຫະກິດ,​ ບໍລິສັດເອກະຊົນ,​ ຜູ້ປະກອບການຜະລິດ,​ ນໍາເຂົ້າ-ສົ່ງອອກ,​ ຈຳໜ່າຍ​ ແລະ​ ໂຄສະນາ​ເຄື່ອງດື່ມ​ທີ່ມີທາດເຫຼົ້າທຸກປະເພດ​ ໂດຍມີເນື້ອໃນດັ່ງນີ້:

ເຖິງ​: ບໍລິສັດ ລັດວິສາຫະກິດ,​ ບໍລິສັດເອກະຊົນ,​ ຜູ້ປະກອບການຜະລິດ,​ ນໍາເຂົ້າ-ສົ່ງອອກ,​ ຈຳໜ່າຍ​ ແລະ​ ໂຄສະນາ​ເຄື່ອງດື່ມ​ທີ່ມີທາດເຫຼົ້າທຸກປະເພດ​
ເລື່ອງ: ການຢຸດຕິ ການຜະລິດສື່ໂຄສະນາ​ ແລະ​ ໂຄສະນາ​ ເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ​

-ອີງ​ຕາມ​ກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີີມີທາດເຫຼົ້າ​ ສະບັບເລກທີ 54/ສພຊ, ລົງວັນທີ 19 ທັນວາ​ 2014
-ອີງຕາມ​ ດຳລັດນາຍົກລັດຖະມົນຕີ​ ວ່າດ້ວຍການຈັດຕັ້ງ ແລະ​ ການເຄື່ອນໄຫວຂອງກະຊວງຖະແຫຼງຂ່າວ ວັດທະນະທຳ​ແລະ​ການ​ທ່ອງທ່ຽວ​ ສະບັບເລກທີ​ 95/ນຍ, ລົງວັນທີ 09 ມີນາ​ 2019​
-ອີງຕາມແຈ້ງການຂອງຫ້ອງການ​ ສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ​ 175/ຫສນຍ.​ກຄສ, ລົງວັນທີ 01 ກຸມພາ​ 2018.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ເພື່ອຄວາມເປັນເອກະພາບ,​ ສະເໝີພາບ​ໃນການປະຕີບັດກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ແລະ​ ລະບຽບກົດໝາຍຕ່າງໆທີ່ວາງອອກ.

ລັດຖະມົນຕີ​ ກະຊວງ​ຖະແຫຼງ​ຂ່າວ​ ວັດທະນະທຳ​ ແລະ ​ການ​ທ່ອງທ່ຽວ​ ຂໍຖືເປັນກຽດແຈ້ງມາດັ່ງນີ້:

  1. ໃຫ້ບັນດາບໍລິສັດ ລັດວິສາຫະກິດ,​ ບໍລິສັດເອກະຊົນ,​ ຜູ້ປະກອບການຜະລິດ,​ ນໍາເຂົ້າ-ສົ່ງອອກ,​ ຈຳໜ່າຍ​ ແລະ​ ໂຄສະນາ​ເຄື່ອງດື່ມ​ທີ່ມີທາດເຫຼົ້າທຸກປະເພດ​ ເປັນຕົ້ນແມ່ນ​ ຜະລິດ​ ຕິດຕັ້ງປ້າຍໂຄສະນາຢູ່ຕາມສາຍທາງ ແລະ​ ສະຖານທີ່​ຕ່າງໆ,​ການໂຄສະນາທາງສື່ມວນຊົນທຸກປະເພດ ແລະ​ ກິດຈະກຳ​ສົ່ງເສີມການຂາຍ (ສາວເຊຍເບຍ)​ ແລະ​ ອື່ນໆ​ ທີ່ເປັນການຊັກຊວນໃຫ້ມີການດື່ມ.​
  2. ໃຫ້ຂະແໜງຖະແຫຼງຂ່າວ,​ ວັດທະນະທຳ​ ແລະ​ ການ​ທ່ອງທ່ຽວ​ທົ່ວປະເທດ​ ເປັນເຈົ້າການຕິດຕາມກວດກາ,​ ຈັດຕັ້ງປະຕິບັດ ແລະ​ ແກ້ໄຂບັນຫາປ້າຍໂຄສະນາ ແລ​ະ ໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າ ໃນສື່ປະເພດຕ່າງໆໃຫ້ເປັນເອກະພາບ
    ດັ່ງນັ້ນ,​ ຈຶ່ງ​ແຈ້ງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອ​ຮັບຊາບ ແລະ​ ປະຕິບັດ​ຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ

Hits: 11

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້