Saturday, November 8, 2025
Kbank Laos โอน รับ จ่าย

6 ແຂວງພາກໃຕ້ ເຊື່ອມຊຶມດຳລັດສາທາ ເພື່ອນຳໃຊ້ມາດຕະການຄວບຄຸມຢາສູບຢ່າງເຂັ້ມງວດ

ກົມອະນາໄມ ແລະ ສົ່ງເສີມສຸຂະພາບກະຊວງສາທາລະນະສຸກ ເຜີຍແຜ່ດຳລັດວ່າດ້ວຍການປັບໃໝ ແລະ ນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການຄວບຄຸມຢາສູບ.

ວັນທີ 3 ພຶດສະພາ 2019 ນີ້ ຢູ່ທີ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງສະຫວັນນະເຂດ ທາງກົມອະນາໄມ ແລະ ສົ່ງເສີມສຸຂະພາບກະຊວງສາທາລະນະສຸກໄດ້ມາ ເຜີຍແຜ່ດຳລັດວ່າດ້ວຍການປັບໃໝ ແລະ ນຳໃຊ້ມາດຕະການອື່ນ ຕໍ່ຜູລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການຄວບຄຸມຢາສູບ ໃຫ້ 6 ແຂວງພາກໃຕ້ຄື: ແຂວງຄຳມ່ວນ,ສະຫວັນນະເຂດ,ສາລະວັນ,ຈຳປາສັກ,ອັດຕະປື ແລະ ແຂວງເຊກອງ.

ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ດຣ ພອນປະເສີດ ອຸນາພົນ ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບກະຊວງສາທາລະນະສຸກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມນຳ.

ໂອກາດເຂົ້າຮ່ວມກອງປະຊຸມ ທ່ານ ດຣ ພອນປະເສີດ ອຸນາພົນ ໄດ້ມີຄຳເຫັນວ່າ: ວຽກງານການຄວບຄຸມຢາສູບກໍ່ແມ່ນວຽກງານໜຶ່ງ ທີ່ກະຊວງສາທາລະນະສຸກ ໄດ້ມີຄວາມເອົາໃຈໃສ່ໃນການຫາວິທີຫຼຸດຜ່ອນອັດຕາຄວາມສ່ຽງຂອງປະຊາກອນທີ່ມີອັດຕາການເຈັບເປັນ ແລະ ການຕາຍສູງຍ້ອນພະຍາດທີ່ກ່ຽວພັນກັບຢາສູບ ໂດຍສະເພາະຢູ່ໃນໂລກແຕ່ລະປີມີຄົນຕາຍປະມານ 60 ລ້ານກວ່າຄົນ ຍ້ອນພະຍາດທີ່ຕິດພັນກັບຢາສູບ.

ຈາກນັ້ນທ່ານ ດຣ ນາງ ຄັດທະນະພອນ ພັນດວງສີ ຫົວໜ້າພະແນກສົ່ງເສີມສຸຂະພາບ-ສຸຂະສຶກສາ ແລະ ໂພຊະນາການ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກໍ່ໄດ້ໃຫ້ກຽດເຜີຍແຜ່ດຳລັດວ່າດ້ວຍການປັບໃໝ ແລະ ນຳໃຊ້ມາດຕະການອື່ນ ຕໍ່ຜູລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການຄວບຄຸມຢາສູບເຊິ່ງປະມີ 5 ໝວດ, 22 ມາດຕາ ທີ່ມີເນື້ອໃນກຳນົດອັດຕາປັບໃໝ ແລະ ນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການຄວບຄຸມຢາສູບ ເພື່ອເປັນບ່ອນອີງໃຫ້ແກ່ເຈົ້າໜ້າທີ່ ຈັດຕັ້ງປະຕິບັດການປັບໃໝ ຕໍ່ຜູ້ລະເມີດຢ່າງຖືກຕ້ອງ,ເປັນເອກະພາບທົ່ວປະເທດ ແນໃສ່ເຮັດໃຫ້ການດຳເນີນທຸລະກິດຜະລິດຕະພັນຢາສູບຖືກຕ້ອງຕາມກົດໝາຍ ແລະ ລະບຽບການ,ໃຫ້ພົນລະເມືອງມີສຸຂະພາບເຂັ້ມແຂງ,ຫຼຸດຜ່ອນການຊົມໃຊ້ຢາສູບ ແລະ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ໝວດທີ 2 ມາດຕາ 5 ວ່າດ້ວຍການລະເມີດ ໄດລະບຸວ່າ: ພຶດຕິກຳທີ່ເປັນການລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການຄວບຄຸມຢາສູບ ປະກອບດ້ວຍ: ການບໍ່ພິມສະຫຼາກ ແລະ ຄຳເຕືອນສຸຂະພາບ ໃສ່ວັດຖຸຫຸ້ມຫໍ່,ການໂຄສະນາຜະລິດຕະພັນຢາສູບ,ການບໍ່ຕິດປ້າຍໃນສະຖານທີ່ຫ້າມສູບຢາ,ການສູບຢາໃນສະຖານທີ່ຫ້າມສູບຢາ,ການຂາຍຫຼືຈຳໜ່າຍຜະລິດຕະພັນຢາສູບ ໃນສະຖານທີ່ເກືອດຫ້າມ,ການຂາຍຢາສູບໃຫ້ເດັກຫຼືໃຫ້ເດັກຊື້ຫຼືຂາຍຜະລິດຕະພັນຢາສູບ,ການຂາຍຜະລິດຕະພັນຢາສູບດ້ວຍເຄື່ອງຈັກອັດຕະນຸມັດ,ການຜະລິດ,ນຳເຂົ້າ,ຈຳໜ່າຍຫຼືຂາຍຢາຊອງ ທີ່ບັນຈຸຕ່ຳກວ່າ 20 ກອກ,ຢາຊອງຫຼືຢາກະປ໋ອງເປັນກອກ ແລະ ຜະລິດຕະພັນຢາສູບນອກລະບົບທຸກຮູບການ ທັງໝົດນີ້ແມ່ນຈະຖືກປັບໃໝໄປຕາມແຕ່ລະກໍລະນີ ຈາກການສຶກສາອົບຮົມ ກ່າວເຕືອນກ້າວໄປເຖິງການປັບໃໝເປັນເງິນ ແລະ ຖອນໃບອະນຸຍາດດຳເນີນທຸລະກິດ ລວມທັງຢຶດ ແລະ ທຳລາຍຖິ້ມຜະລິດຕະພັນຢາສູບ.

ທີ່ມາຂໍ້ມູນ: ວິທະຍຸກະຈາຍສຽງ ສະຫວັນນະເຂດ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.