ມູນຄ່າການນໍາເຂົ້າ-ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າຂອງ ສປປ ລາວ ປະຈຳປີ 2018

ໃນປີ 2018 ມູນຄ່າການສົ່ງອອກພາຍໃຕ້ສິດທິພິເສດທາງການຄ້າ ບັນລຸໄດ້ປະມານ 1,31 ຕື້ ໂດລາສະຫະລັດ ກວມເອົາ 24.30% ຂອງມູນຄ່າການສົ່ງອອກທັງໝົດຂອງ ສປປ ລາວ ທີ່ມີມູນຄ່າ 5,41 ຕື້ ໂດລາສະຫະລັດ. ສໍາລັບມູນຄ່າການນຳເຂົ້າພາຍໃຕ້ສິດທິພິເສດທາງການຄ້າປະຕິບັດໄດ້ພຽງ 613,83 ລ້ານໂດລາສະຫະລັດ ກວມເອົາ 10.80% ຂອງມູນຄ່າການນໍາເຂົ້າທັງໝົດຂອງ ສປປ ລາວ ທີ່ມີມູນຄ່າ 5,84 ຕື້ ໂດລາສະຫະລັດ.

ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ສຳເລັດການສັງລວມສະຖິຕິການນຳ​ເຂົ້າ – ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ ປະຈໍາ​ປີ 2018. ​ໃນ​ນັ້ນ, ການນຳເຂົ້າ ແລະ ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ ແບ່ງ​ອອກ​ເປັນ 02 ​ຮູບແບບ​ດ້ວຍ​ກັນ​ຄື: ​ແບບ​ຝ່າຍ​ດຽວ (ລະບົບສິດທິພິເສດທົ່ວໄປ ຫຼື ​​​Generalized System of Preferences: GSP) ​ແລະ ​ແບບ​ຕອບ​ແທນ​ກັນ ຫຼື ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ (ສັນຍາການຄ້າເສລີ ຫຼື Free Trade Agreement: FTA).

ບັນດາປະເທດທີ່ ສປປ ລາວ ​ສົ່ງ​ອອກ​ພາຍໃຕ້ສິດທິພິເສດທາງການຄ້າມີທັງໝົດ 37 ປະ​ເທດ,ໃນ​ນັ້ນ ປະ​ເທດ​ທີ່ມີ​ການ​ສົ່ງ​ອອກ​ໄປຫຼາຍກວ່າໝູ່ແມ່ນ ​ໄທ, ສສ ຫວຽດນາມ ​ແລະ ສ​ປ ຈີນ; ມີມູນ​ຄ່າ​ປະມານ 425,86 ລ້ານ ​ໂດ​ລາ​ສະຫະລັດ, 332,85 ລ້ານ ​ໂດ​ລາ​ສະຫະລັດ ​ແລະ 250,95 ລ້ານ ໂດ​ລາ​ສະຫະລັດ ຕາມ​ລຳດັບ. ກຸ່ມສິນຄ້າທີ່ສົ່ງອອກຫຼາຍກວ່າໝູ່ສາມອັນດັບຕົ້ນແມ່ນ ກຸ່ມສິນຄ້າອຸດສາຫະກຳ ມີມູນຄ່າປະມານ 637,56 ລ້ານໂດລາສະຫະລັດ, ຮອງລົງມາແມ່ນ ກຸ່ມສິນຄ້າພືດກະສິກຳ ມີມູນຄ່າປະມານ 406,94 ລ້ານໂດລາສະຫະລັດ ແລະ ກຸ່ມສິນຄ້າຜະລິດຕະພັນແຮ່ທາດ ມີມູນຄ່າປະມານ 89,50 ລ້ານໂດລາສະຫະລັດ.

ສ່ວນປະເທດທີ່ ສປປ ລາວ ​ນໍາ​ເຂົ້າ​ພາຍໃຕ້ສິດທິພິເສດທາງການຄ້າມີທັງໝົດ 39 ປະ​ເທດ, ໃນນັ້ນ ປະ​ເທດ​ທີ່​ສປປ ລາວ ມີ​ການນຳ​ເຂົ້າຫຼາຍກວ່າໝູ່​ແມ່ນ ​ໄທ, ສປ ຈີນ, ​ແລະ ສສ.ຫວຽດນາມ; ມີ​ມູນ​ຄ່າ​ການ​ນຳ​ເຂົ້າປະມານ 329,04 ລ້ານ ໂດ​ລາ​ສະຫະລັດ, 79,58 ລ້ານ ໂດ​ລາ​ສະຫະລັດ ​ແລະ 76,39 ລ້ານ ​ໂດ​ລາ​ສະຫະລັດ ຕາມ​ລຳດັບ. ສຳລັບສາມກຸ່ມສິນຄ້າທີ່ມີມູນຄ່າການນຳເຂົ້າຫຼາຍກວ່າໝູ່ແມ່ນ ກຸ່ມສິນຄ້າພາຫະນະ, ຊິ້ນສ່ວນ ແລະ ອາໄຫຼ່ ມີມູນຄ່າ 369,16 ລ້ານໂດລາສະຫະລັດ, ກຸ່ມສິນຄ້າເຄື່ອງກໍ່ສ້າງ ມີມູນຄ່າ 85,41 ລ້ານໂດລາສະຫະລັດ ແລະ ກຸ່ມສິນຄ້າເຄື່ອງນຸ່ງຫົ່ມເຄື່ອງໃຊ້ສອຍປະຈຳວັນ ມີມູນຄ່າ 64,14 ລ້ານໂດລາສະຫະລັດ.

ການ​ສົ່ງ​ອອກ​ພາຍ​ໃຕ້​ສິດທິ​ພິ​ເສດ​ທາງ​ການ​ຄ້າ​ແບບຝ່າຍ​ດຽວ ​ແລະ ​ແບບຕອບ​ແທນ​ກັນ ​ເຫັນ​ວ່າ ການ​ນຳ​ໃຊ້ສິດທິ​ພິ​ເສດແບບຝ່າຍ​ດຽວມີ​ມູນຄ່າ​ພຽງ 278,60 ລ້ານ ​ໂດ​ລາ​ສະຫະລັດ, ​ໃນ​ຂະນະ​ທີ່ການ​ສົ່ງ​ອອກ​ແບບ​ຕອບ​ແທນ​ກັນປະຕິບັດໄດ້ 1,03 ຕື້ ​ໂດ​ລາ​ສະຫະລັດ. ​ການ​ສົ່ງ​ອອກ​ແບບ​ຕອບ​ແທນ​ກັນ ກວມ​ເອົາ​ອັດຕາ​ສ່ວນຫຼາຍກວ່າ​ການ​ສົ່ງ​ອອກ​ແບບຝ່າຍດຽວສູງ​ເຖິງ 78.77%.

ແຫຼ່ງຂໍ້ມູນ: ສະຖິຕິການນຳເຂົ້າ-ສົ່ງອອກ ພາຍໃຕ້ສິດທິພິເສດທາງດ້ານການຄ້າ ສປປ ລາວ ປະຈຳປີ 2018 ຂອງ ພະແນກຄຸ້ມຄອງແຫຼ່ງກຳເນີດສິນຄ້າ, ກົມການນຳເຂົ້າ ແລະ ສົ່ງອອກ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...