ລັດ ສັ່ງດ່ວນ! ໃຫ້ຜູ້ບຸກເບີກດິນປູກກ້ວຍຢູ່ເມືອງນາຊາຍທອງ ຫັນປ່ຽນປູກພືດຊະນິດອື່ນແທນ

ລັດຖະບານກໍຄືການນຳກະຊວງກະສິກຳ ແລະປ່າໄມ້ ໄດ້ສະແດງຄວາມເປັນຫ່ວງ ແລະລົງຕິດຕາມກວດກາພື້ນທີ່ບຸກເບີກດິນເພື່ອປູກກ້ວຍຢູ່ເຂດບ້ານແສນດິນ ພ້ອມໃຫ້ຄຳເຫັນແນະນຳນັກລົງທຶນຫັນປ່ຽນໄປເປັນການປູກພືດຊະນິດອື່ນແທນການປູກກ້ວຍ ເພາະການປູກກ້ວຍຢູ່ພື້ນທີ່ດັ່ງກ່າວແມ່ນບໍ່ເໝາະສົມ ແລະອາດມີຜົນກະທົບຕໍ່ສີ່ງແວດລ້ອມ ແລະແຫຼ່ງນ້ຳ.

ຫຼັງຈາກການນຳສະເໜີຂ່າວ ກ່ຽວກັບຄຳເໜີຂອງພໍ່ແມ່ປະຊາຊົນຕໍ່ນັກລົງທຶນເຂົ້າໄປບຸກເບີກດິນເຊົ່ານຳປະຊາຊົນຢູ່ບ້ານແສນດີນ ແລະບ້ານອີ່ໄລເໜືອ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເພື່ອດຳເນີນການປູກກ້ວຍ ເມື່ອຕົ້ນອາທິດຜ່ານມາ ກໍນັບວ່າສ້າງຄວາມສົນໃຈເປັນຢ່າງຍີ່ງໃຫ້ກັບສັງຄົມ ເນື່ອງຈາກຜ່ານມາການປູກກ້ວຍໃນຫຼາຍແຂວງທາງພາກເໜືອແມ່ນໄດ້ມີການຢຸດຕິໄປໝົດແລ້ວ ອັນມີຜົນມາຈາກບັນຫາສີ່ງແວດລ້ອມ ທັງນີ້ຫາງສຽງປະຊາຊົນຫຼາຍຄົນຕ່າງກໍສະແດງຄວາມເປັນຫ່ວງ ພ້ອມສະເໜີໃຫ້ພາກລັດ ໂດຍສະເພາະແມ່ນນະຄອນຫຼວງວຽງຈັນ ລົງຕິດຕາມກວດກາໂຄງການດັ່ງກ່າວ ເພື່ອຫາວິທີແກ້ໄຂຢ່າງເໝາະສົມ.

ແນວໃດກໍດີ ຕໍໍ່ກັບຂ່າວດັ່ງກ່າວທ່ານ ຄຳໄພ ພົມມະຈັນ ຫົວໜ້າຫ້ອງການກະສິກຳ ແລະປ່າໄມ້ເມືອງນາຊາຍທອງ ເປີດເຜີຍຕໍ່ທີມຂ່າວໜັງສືພິມ ເສດຖະກິດ-ສັງຄົມ ຮູ້ວ່າ: ຫຼັງຈາກຮັບຊາບຂ່າວທີ່ອອກໃນວັນທີ 30 ເມສາ 2019 ຄະນະນຳຂອງກະຊວງກະສິກຳ ແລະປ່າໄມ້ນຳໂດຍທ່ານ ບຸນຂວາງ ຄຳບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກກົມ, ພະແນກ ແລະຫ້ອງການທີ່ກ່ຽວຂ້ອງຂອງນະຄອນຫຼວງວຽງຈັນ ກໍໄດ້ສະແດງຄວາມເປັນຫ່ວງ ພ້ອມລົງຕິດຕາມພື້ນທີ່ການບຸກເບີກຕົວຈີງຢູ່ບ້ານແສນດິນ ທັງນີ້ຄະນະໄດ້ໃຫ້ຄຳເຫັນໃນການຫັກປ່ຽນ ເປັນການປູກພືດຊະນິດອື່ນແທນການປູກກ້ວຍເປັນຕົ້ນແມ່ນ ສາລີ ແລະມັນຕົ້ນ ເນື່ອງຈາກການປູກກ້ວຍຢູ່ພື້ນທີ່ດັ່ງກ່າວຄະນະທີ່ລົງໄປເຫັນວ່າ ບໍ່ເໝາະສົມ ແລະອາດມີຜົນກະທົບຕໍ່ບັນຫາສີ່ງແວດລ້ອມ ແລະແຫຼ່ງນ້ຳ.

ທ່ານ ຄຳໄພ ພົມມະຈັນ ກ່າວຕື່ມວ່າ: ປະຈຸບັນຢູ່ເມືອງນາຍຊາທອງມີໂຄງການປູກກ້ວຍທັງໝົດ 3 ໂຄງການຢູ່ບ້ານແສນດິນ 2 ໂຄງການມີເນື້ອທີ່ 200 ກວ່າເຮັກຕາ ໃນນີ້ປູກມາແຕ່ປີ 2015 ມີ 1 ໂຄງການເນື້ອນທີ່ 88 ເຮັກຕາ ແລະທີ່ບ້ານແສນດິນມີ 1 ໂຄງການ ໂດຍໆທຸກໆໂຄງການແມ່ນຍັງຢູ່ໃນຂັ້ນຕອນປະກອບເອກະສານຂໍອະນຸຍາດຈາກພາກສ່ວນລັດ ມີພຽງໂຄງການທີ່ບ້ານອີ່ໄລເໜືອເທົ່ານັ້ນທີ່ລັດຈະໃຫ້ປູກ 100 ເຮັກຕາເພື່ອເປັນການທົດລອງໃນໂຄງການຜະລິດກະສິກຳສະອາດ ( GAP ) ຊຶ່ງເວລານີ້ຍັງຢູ່ໃນຂັ້ນຕອນການຜ່ານເອກະສານດ້ານສິ່ງແວດລ້ອມຢູ່.

ຂ່າວໂດຍ: ໜັງສືພິມ ເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...