ຂໍຂອບໃຈນຳຜູ້ສະໜັບສະໜູນ

ໃນຕອນບ່າຍຂອງວັນທີ 6 ພຶດສະພາ​ 2019​ ທີ່​ສະຖານທູດໄທ ປະຈຳ​ນະຄອນຫຼວງວຽງຈັນ​ ໄດ້ຈັດ​ພິທີ​ຖວາຍພຣະພອນໄຊມຸງຄຸນແດ່​ ເຈົ້າຊີວິດ ມະຫາວະຊິຣາລົງກອນ ບະດິນທະຣະເທບພະຍະວະຣາງກູນ ແຫ່ງ ລາຊະອານາຈັກໄທ​ ເນື່ອງໃນໂອກາດຂື້ນຄອງລາຊະສົມບັດ ເປັນກະສັດແຫ່ງ ລາຊະອານາຈັກໄທ ຢ່າງເປັນທາງການ ໃນລາຊະການທີ່ 10 ໂດຍງານດັ່ງກ່າວແມ່ນມີພະນັກງານລັດພ້ອມດ້ວຍຄອບຄົວ ແລະ​ ປະຊາຊົນຊາວໄທທີ່ອາໄສຢູ່ໃນ ສປປ​ ລາວ​ ເຂົ້າຮ່ວມ​ຢ່າງຫຼວງຫຼາຍ.​

ທ່ານ​ ກຽດຕິຄຸນ ຊາດປະເສິດ ກ່າວວ່າ: ສະຖານເອກຄະລັດຊະທູດໄທ ປະຈຳນະຄອນຫຼວງວຽງຈັນ ໄດ້ເຊີນຊ່ວນ ຄົນໄທ​ ແລະ​ ຄອບຄົວ​ ໃຫ້ມາ​ຮ່ວມ​ ກິດຈະກຳ​ເພື່ອ​ສະແດງຄວາມຈົ່ງຮັກພັກດີ ເພື່ອ​ເທີດພຣະກຽດ ແດ່ພຣະອົງທ່ານ ໂດຍກິດຈະກຳ ທຳອິດ​ແມ່ນຈັດຂື້ນໃນຕອນເຊົ້າຂອງວັນທີ 4 ພຶດສະພາ​ 2019​ ໂດຍມີການເຮັດບຸນຕັກບາດຕອນເຊົ້າ​ ແດ່ພຣະສົງຈຳນວນ 80 ອົງ​ ທີ່​ ກົມມະລຽນພຣະທາດຫຼວງ​ ເຊິ່ງ​ເປັນວັດເອກຂອງ ສປປ​ ລາວ​ ໂດຍມີພະນັກງານລັດ ແລະ​ ຄອບຄົວ​ ພີ່ນ້ອງຊາວໄທ ໃນ​ ສປປ​ ລາວ​ ເຂົ້າຮ່ວມ​ຢ່າງຫຼວງຫຼາຍ ໃນມື້ດຽວກັນນັ້ນ ທາງປະເທດໄທກໍຈັດງານທາງພຣະພຸດທະສາດສະໜາເຊັ່ນກັນ

ໃນວັນທີ 6 ພຶດສະພາ​ 2019​ ທາງສະຖານເອກຄະລັດຊະທູດ ກໍໄດ້ເຊີນຊ່ວນຄົນໄທ ໃນ​ ສປປ​ ລາວ​ ໃຫ້ມາຮ່ວມກັນທີ່ ສະຖານເອກຄະລັດຊະທູດໄທ​ ເພື່ອ​ຖວາຍພຣະພອນໄຊມຸງຄົນ ພ້ອມກັນກັບ ທາງປະເທດໄທ ໂດຍມີການດືງສັນຍານ​ ການຖ່າຍທອດສົດຈາກປະເທດໄທ​ເພື່ອ​ໃຫ້ປະຊາຊົນຄົນໄທໃນທົ່ວໂລກ​ ກໍຄື​ປະຊາຊົນຄົນໄທ ໃນ​ປະເທດລາວ ໄດ້ຖວາຍພຣະພອນໄຊມຸງຄົນແດ່ພຣະເຈົ້່າມະຫາຊິວິດ​ພ້ອມກັນ.​

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ທ່ານ ກຽດຕິຄຸນ ຊາດປະເສິດ ຍັງໄດ້ກ່າວຕື່ມວ່າ: ວັນທີ​ 29​ ພຶດສະພາ​ 2019​ ຈະມີການຈັດກິດຈະກຳຈິດອາສາ ໂດຍການໄປຊ່ວຍເຫຼືອ​ ໂຮງຮຽນເດັ່ກພີການ ໂດຍມີຫຼາຍກິດຈະກຳເຊັ່ນ: ຊ່ວຍເຫຼືອ​ລະບົບນໍ້າປະປາ,​ ລ້ຽງອາຫານ,​ ການຊ່ວຍເຫຼືອໃນດ້ານການຝືກອົບຮົມຄູ່ ແລະ​ ອີກກິດຈະກຳໜື່ງ​ ໃນວັນທີ​ 5-6​ ມິຖຸນາ​ 2019​ ແມ່ນຈະຈັດໂຄງການທັນຕະແພດ​ພຣະຣາດຊະທານ​ ໂດຍການກວດສຸຂະພາບແຂ້ວແດ່ພຣະສົງ ທີ່​ ວັດອົງຕື້​ ເພື່ອ​ຖວາຍເປັນກຸສົນແດ່​ ເຈົ້າຊີວິດ ມະຫາວະຊິຣາລົງກອນ ບະດິນທະຣະເທບພະຍະວະຣາງກູນ

Hits: 5

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້