Tuesday, February 11, 2025

ນະຄອນຫຼວງ ຕັ້ງເປົ້າໝາຍປຸກລະດົມພົນລະເມືອງປູກໄມ້ໃຫ້ໄດ້ 2 ຕົ້ນຕໍ່ຄົນຕໍ່ປີ

ກອງປະຊຸມເປີດກວ້າງຄະນະພັກຮາກຖານ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 6 ສະໄໝທີ VI ຈັດຂຶ້ນວັນທີ 3 ພຶດສະພາ 2019 ຢູ່ພະແນກດັ່ງກ່າວ ໂດຍເປັນປະທານຂອງສະຫາຍ ຫຼ້າສາຍ ນວນທາສິງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນວ ມີສະຫາຍ ອາດສະພັງທອງ ສີພັນດອນ ຄະນະປະຈໍາພັກ ຮອງເຈົ້າຄອງ ນວ ສະຫາຍ ລາດຊະນີວົງ ອະມາຣາທິທາດາ ຄະນະປະຈໍາພັກ ປະທານກວດກາພັກ ຫົວໜ້າພະແນກກວດກາລັດ ນວ ບັນດາຄະນະພັກຮາກຖານ ເລຂາໜ່ວຍພັກ ສະມາຊິກພັກ ແລະ ແຂກຖືກເຊີນເຂົ້າຮ່ວມ.

ສະຫາຍ ແສງອາລຸນ ສຸລິຍະວົງ ເລຂາໜ່ວຍພັກກອງກວດກາປ່າໄມ້ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນວ ໄດ້ຂຶ້ນຜ່ານບົດສະຫຼຸບການປູກໄມ້ແບບຍືນຍົງ ການກວດກາປ່າໄມ້ ແລະ ການກະກຽມການປູກໄມ້ປີ 2019 ວ່າ: ໃນປີ 2018 ນວ ສາມາດຜະລິດເບັ້ຍໄມ້ໄດ້ທັງໝົດ 3.444.115 ເບັ້ຍ ປູກໄມ້ໄດ້ 387 ເຮັກຕາ ໃນນັ້ນພາກລັດປູກໄດ້ 83 ເຮັກຕາ ມີເບັ້ຍໄມ້ 94.208 ເບັ້ຍ ພາກປະຊາຊົນ ແລະ ບໍລິສັດ ປູກໄດ້ 303 ເຮັກຕາ ມີເບັ້ຍໄມ້ 215.578 ເບັ້ຍ ຕາມແຜນການ 300 ເຮັກຕາ ປະຕິບັດໄດ້ລື່ນຄາດໝາຍ ເທົ່າກັບ 129,07% ໃນນັ້ນຈໍານວນເບັ້ຍໄມ້ທີ່ໄດ້ປູກ 650.205 ເບັ້ຍ ມີຊະນິດໄມ້ດູ່ ໄມ້ແຕ້ຄ່າ ໄມ້ສັກ ໄມ້ວິກ ໄມ້ປະດັບ ໄມ້ກິນໝາກ ແລະ ອື່ນໆ ນອກນັ້ນພະແນກກະສິກໍາ ແລະ ປ່າໄມ້ ນວ ຍັງໄດ້ອອກແຈ້ງການແນະນໍາຈໍານວນໜຶ່ງກ່ຽວກັບການປ້ອງກັນໄຟລາມປ່າ ແລະ ການສ້າງຂະບວນການປູກໄມ້ເພື່ອປວງຊົນໃຫ້ເປັນຂະບວນການຟົດຟື້ນ.

ສໍາລັບປີ 2019 ໄດ້ລົງເກັບກໍາເນື້ອທີ່ຮອງຮັບເພື່ອປູກໄມ້ມີຈໍານວນທັງໝົດ 300 ເຮັກຕາ ຄື:ເມືອງ ສັງທອງ 120 ເຮັກຕາ ໄຊທານີ 100 ເຮັກຕາ ປາກງື່ມ 40 ເຮັກຕາ ນາຊາຍທອງ 25 ເຮັກຕາ ຫາດຊາຍຟອງ ສີໂຄດຕະບອງ ແລະ ໄຊເຊດຖາ ເມືອງລະ 5 ເຮັກຕາ ກະກຽມສະຖານທີ່ຈັດພິທີປູກໄມ້ ເພື່ອສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ຈັດກອງປະຊຸມປຶກສາຫາລື ຮ່ວມກັບທ່ານຮອງເຈົ້າເມືອງ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ 9 ຕົວເມືອງ ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ເພື່ອຜ່ານແຜນປູກໄມ້ແຄມທາງທີ່ສໍາຄັນໃນ ນວ. 

ເພື່ອເຮັດໃຫ້ ນວ ບັນລຸເນື້ອທີ່ປົກຫຸ້ມສີຂຽວກວມ 70% ໃນປີ 2020 ເຊິ່ງເທົ່າກັບເນື້ອທີ່ທັງໝົດ 274.400 ເຮັກຕາ (ຖ້າສົມທຽບເນື້ອທີ່ປົກຫຸ້ມສີຂຽວໃນປັດຈຸບັນ 226.441 ເຮັກຕາ) ເທົ່າ ກັບ 57,77% ພວກເຮົາຕ້ອງໄດ້ສູ້ຊົນເພີ່ມອັດຕາຜົກຫຸ້ມພື້ນທີ່ສີຂຽວຕື່ມ 12,23% ເທົ່າກັບເນື້ອທີ່ 47.959 ເຮັກຕາ ເຊິ່ງຕ້ອງໄດ້ສືບຕໍ່ລະດົມພົນລະເມືອງພາຍໃນ ນວ ປູກໄມ້ໃຫ້ໄດ້ 2 ຕົ້ນຕໍ່ຄົນຕໍ່ປີ ບັນລຸໃຫ້ໄດ້ 2 ລ້ານຕົ້ນ ພ້ອມທັງປົກປັກຮັກສາຟື້ນຟູປ່າທໍາມະຊາດ ດັ່ງນັ້ນປີ 2019 ຈະໄດ້ເລັ່ງໃສ່ແຜນວຽກຈຸດສຸມຕົ້ນຕໍ ເຊັ່ນ:ວຽກສົ່ງເສີມການປູກໄມ້ ແລະ ຟື້ນຟູປ່າ ວຽກສໍາຫຼວດ ແລະ ວາງແຜນປ່າໄມ້ ວຽກຄຸ້ມຄອງປ່າໄມ້ບ້ານ ແລະ ເຄື່ອງປ່າຂອງດົງ ວຽກຄຸ້ມຄອງປ່າຜະລິດ ແລະ ຂຸດຄົ້ນໄມ້ ວຽກຄຸ້ມຄອງປ່າສະຫງວນ ປ່າປ້ອງກັນ ແລະ ວຽກກວດກາປ່າໄມ້ ກວດກາສັດນໍ້າ-ສັດປ່າ ແລະ ການປະຕິບັດມາດຕະການຕໍ່ຜູ້ລະເມີດກົດໝາຍ.

ໂອກາດນີ້ທ່ານ ອາດສະພັງທອງ ສີພັນດອນ ກ່າວວ່າ: ຂົງເຂດວຽກງານຄຸ້ມຄອງປ່າໄມ້ແບບຍືນຍົງ ເຫັນວ່າມີການເຄື່ອນໄຫວທີ່ຕັ້ງໜ້າປະຕິບັດຄາດໝາຍເພີ່ມເນື້ອທີ່ມີສີຂຽວປົກຫຸ້ມຕາມທິດສ້າງເມືອງວຽງຈັນໃຫ້ເປັນເມືອງທີ່ໜ້າຢູ່ (ສ ສີຂຽວ) ໄດ້ປະຕິບັດຄາດໝາຍຂຸດຄົ້ນໄມ້ປ່ອງ ໄມ້ຕິ້ວສໍາເລັດຕາມແຜນການ ພ້ອມທັງແກ້ໄຂຄະດີຕາມຄໍາສັ່ງເລກທີ 15/ນຍ ໄດ້ຫຼາຍກໍລະນີ ໄປຄຽງຄູ່ກັບດ້ານຕັ້ງໜ້າຍັງມີຫຼາຍບັນຫາທີ່ຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂ ໂດຍສະເພາະຕ້ອງໄດ້ສຸມໃສ່ເຂັ້ມງວດກວດກາແກ້ໄຂການລັກລອບຕັດໄມ້ ການຄ້າຂາຍໄມ້ ສັດນໍ້າ-ສັດປ່າ ພ້ອມທັງສົ່ງເສີມການຮັກສາປ່າໄມ້ ໄປພ້ອມກັບການສົ່ງເສີມການຢູ່ແບບທໍາມະຊາດ.

ທີ່ມາ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: