ພາກສ່ວນທີ່ກ່ຽວຂ້ອງ ລົງກວດກາ 3 ໂຄງການຢູ່ເມືອງຊ່ອນແຂວງຫົວພັນ

ໂຄງການສ້ອມແປງ-ຕໍ່ເຕີມຄອງເໝືອງ ບ້ານບົງ ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ທ້າຍເດືອນ ມີນາ 2019 ສຳເລັດການສ້ອມແປງໃນທ້າຍເດືອນ ເມສາ 2019 ລວມມູນຄ່າທັງໝົດ 171 ລ້ານກ່ວາກີບ ໂດຍແມ່ນທຶນສົບທົບຂອງໂຄງການກະສິກຳເພື່ອໂພຊະນາການ 119 ລ້ານກ່ວາກີບ.

ປະຊາຊົນປະກອບສ່ວນທາງດ້ານແຮງງານຄິດເປັນມູນຄ່າ 25 ລ້ານກ່ວາກີບ ສາມາດເອົານ້ຳເຂົ້າຫົດເນື້ອທີ່ນາໄດ້ 5 ເຮັກຕາ, ໂຄງການສ້ອມແປງ-ຕໍ່ເຕີມຄອງເໝືອງ ບ້ານສົບຕິ້ວ ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ທ້າຍເດືອນ ມີນາ 2019 ສຳເລັດການສ້ອມແປງໃນທ້າຍເດືອນ ເມສາ 2019 ລວມມູນຄ່າທັງໝົດ 142 ລ້ານກ່ວາກີບ.

ໂດຍແມ່ນທຶນສົບທົບຂອງໂຄງການກະສິກຳເພື່ອໂພຊະນາການ 99 ລ້ານກ່ວາກີບ ປະຊາຊົນປະກອບສ່ວນທາງດ້ານແຮງງານ ຄິດເປັນມູນຄ່າ 21 ລ້ານກ່ວາກີບ ສາມາດເອົານ້ຳເຂົ້າຫົດເນື້ອທີ່ນາໄດ້ 15 ເຮັກຕາ, ໂຄງການສ້ອມແປງ ແລະ ຕໍ່ເຕີມນ້ຳລິນ ບ້ານວັງຄ້ວາງ ໄດ້ເລີ່ມຈັດຕັ້ງປະຕິບັດທ້າຍເດືອນ ມີນາ 2019 ສຳເລັດການສ້ອມແປງໃນທ້າຍເດືອນ ເມສາ 2019 ລວມມູນຄ່າທັງໝົດ 112 ລ້ານກ່ວາກີບ.

ໂດຍແມ່ນທຶນສົບທົບຂອງໂຄງການກະສິກຳເພື່ອໂພຊະນາການ 78 ລ້ານກ່ວາກີບ ປະຊາຊົນປະກອບສ່ວນທາງດ້ານແຮງງານຄິດເປັນມູນຄ່າ 16 ລ້ານກ່ວາກີບ ສາມາດສະໜອງນ້ຳໃຊ້ໃຫ້ປະຊາຊົນພາຍໃນບ້ານໄດ້ 60 ຄອບຄົວ. ທັງສາມໂຄງການນີ້ແມ່ນ ບໍລິສັດ ທີເຮົ້າ ກໍ່ສ້າງຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ. 

ມາໃນວັນທີ 7 ພຶດສະພາ 2019 ເຈົ້າຂອງໂຄງການ ແລະ ບໍລິສັດຮັບເໝົາໄດ້ລົງກວດເບີ່ງຄວາມຄືບໜ້າຂອງໂຄງການດັ່ງກ່າວ ເຊີ່ງນຳໂດຍທ່ານ ຄຳພຽນ ໄຊສົມພັນ ຮອງເຈົ້າເມືອງໆ ຊ່ອນ ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ, ມີຫ້ອງການທີ່ກ່ຽວຂ້ອງຂອງເມືອງ, ມີອຳນາດການປົກຄອງບ້ານເຂົ້າຮ່ວມນຳ.

ທີ່ມາ: ມີເດຍລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...