Tuesday, February 11, 2025

ລັດ​ຖະ​ບານ​ລາວ​ ໃຫ້​ຄວາມ​ສຳ​ຄັນ​ສູງຕໍ່ການຮ່ວມ​ມື “ໜຶ່ງ​ແລວ​ ໜຶ່ງ​ເສັ້ນ​ທາງ”

ໃນໂອກາດທີ່ ທ່ານ​ ປະ​ທານ​ປະເທດ ບຸນ​ຍັງ ວໍ​ລະ​ຈິດ​ ໄດ້​​ເຂົ້າ​ຮ່ວມ ກອງ​ປ​ະ​ຊຸມ ​ສຸດຍອດ“ໜຶ່ງ​ແລວ ​ໜຶ່ງ​ເສັ້ນ​ທາງ” ຄັ້ງທີ 2​ ທີ່ ສປ ຈີນ ທ້າຍເດືອນເມສາທີ່ຜ່ານມາ ໂດຍທ່ານໄດ້​​ກ່າວ​ວ່າ: ລັດ​ຖະ​ບານ​ລາວ​ໃຫ້​ຄວາມ​ສຳ​ຄັນ​ສູງ ແລະ ຕັ້ງ​ໜ້າ​ເຂົ້າ​ຮ່ວມ ການ​ຮ່ວມ​ມື “ໜຶ່ງ​ແລວ​ ໜຶ່ງ​ເສັ້ນ​ທາງ”, ພ້ອມທັງສະແດງຄວາມ​ດີ​ໃຈ​ ທີ່​ໄດ້​ເຫັນ ໂຄງ​ການທາງ​ລົດ​ໄຟ​ ລາວ-​ຈີນ ແລະ ໂຄງ​ການ​ສຳ​ຄັນ​​ອື່ນໆ​ໄດ້ຮັບການຈັດຕັ້ງປະຕິບັດ ​ມີ​ຄວາມ​ຄືບ​ໜ້າ​ເປັນຢ່າງດີ, ເຊິ່ງເປັນການ​ພັດ​ທະ​ນາ ​ທີ່ກ້າວ​ໄປ​ສູ່​ເປົ້າ​ໝາຍ ແບບ​ຍືນ​ຍົງ ແລະ ສ້າງ​ຜົນ​ປະ​ໂຫຍດ ​ໃຫ້ແກ່ປະ​ຊາ​ຊົນຢ່າງແທ້ຈິງ.

ໃນ​ຖາ​ນະ ສປປ ລາວ ​ເປັນ​ປະ​ເທດ​ດຽວ​ທີ່​ບໍ່​ມີ​ຊາຍ​ແດນ ຕິດ​ກັບ​ທະ​ເລ​ ໃນ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ພັກ ແລະ ລັດ​ຖ​ະ​ບານ​ລາວ ​ຈຶ່ງ​ໄດ້ມຸ່ງເນັ້ນແຜນ​ຍຸດ​ທະ​ສາດ ການ​ພັດ​ທະ​ນາປະ​ເທດ ໃຫ້ເຊື່ອມ​ຈອດ​ກັບ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ ໜຶ່ງ​ເສັ້ນ​ທາງ” ເພື່ອໃຫ້ກາຍເປັນປະ​ເທດເຊື່ອມ​ຕໍ່​ໃນ​ອະ​ນຸ​ພາກ​ພື້ນ.

ສະ​ນັ້ນ, ​ໂຄງ​ການ​ຮ່ວມ​ມືກໍ່ສ້າງເສັ້ນ​ທາງ​ລົດ​ໄຟ ​ລາວ​-ຈີ​ນ ​ແມ່ນເປັນທີ່ເພິ່ງພໍໃຈ​​ ເປັນ​ພິ​ເສດ, ຫລັງ​ຈາກ​ໂຄງ​ການ​ນີ້​ ສ້າງ​ສຳ​ເລັດແລ້ວ ຈະ​ປະກອບສ່ວນຊຸກ​ຍູ້​ປະ​ເທດ​ລາວ​ ໃຫ້ກາຍ​ເປັນ ​ເຄືອ​ຂ່າຍ​ຄົມ​ມະ​ນາ​ຄົມ​ທາງ​ບົກ ​ຂອງ​ອາ​ຊີ​ ຕາ​ເວັນ​ອອກ​ສ່ຽງ​ໃຕ້ ກໍ​ຄື ເຄືອ​ຂ່າຍ​ທາງ​ລົດ​ໄຟ ​ໃນພາກ​ພື້ນ​ອາ​ຊີ.

ເຖິງວ່າໂຄງການດັ່ງກ່າວ, ຈະສ້າງຜົນປະໂຫຍດສູງໃຫ້ແກ່ ສປປ ລາວ, ແຕ່​ສັງຄົມຈຳນວນບໍ່ໜ້ອຍ ກໍມີຄວາມ ​ເປັນ​ຫ່ວງ​ເປັນ​ໄຍວ່າ ມີການລົງ​ທຶນ​ຢ່າງຫລວງຫລາຍ ​ຈະ​ເຮັດ​ໃຫ້​ລັດ​ຖະ​ບານ​ຕິດ​ໜີ້​ເປັນ​ມູນ​ຄ່າ​ສູງ​ ແລະ ມີການ​ທຳ​ລາຍ​ສິ່ງ​ແວດ​ລ້ອມ, ລວມທັງ​ຜົນກະ​ທົບ​ໂອ​ກາດ​ຊອກ​ວຽກ​ເຮັດ​ງານ​ທຳ ​ຂອງ​ປະ​ຊາ​ຊົນ​ລາວ.

ໂຄງ​ການ​ທາງ​ລົດ​ໄຟ ​ລາວ-​ຈີນ​ ໄດ້​ໃຊ້​ຮູບ​ການ BOT, ໝາຍ​ຄວາມ​ວ່າ ລັດ​ຖະ​ບານ​ລາວ ມອບ​ໃຫ້​ບໍ​ລິ​ສັດ ທີ່​ໄດ້​ຮັບ​ອະ​ນຸ​ມັດ​ ດຳ​ເນີນ​ການ​ລົງ​ທຶນລະ​ດົມ​ທຶນກໍ່​ສ້າງ, ຮັກ​ສາ ແລະ ດຳ​ເນີນ​ທຸ​ລະ​ກິດ ​ໃນ​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ​​​ ຕາມໄລຍະເວລາ ທີ່ກຳ​ນົດ​ໄວ້, ຫລັງ​ຈາກ​​ສິ້ນ​ສຸດ ກຳນົດເວລາ​​ແລ້ວ, ທາງ​ບໍ​ລິ​ສັດ​ຈະ​ມອບ​ໂຄງ​ການ​ດັ່ງ​ກ່າວ​ ໃຫ້​ລັດ​ຖະ​ບານ ​ຂອງ​ປະ​ເທດນັ້ນ ​ໂດຍ​ບໍ່​ເກັບ​ຄ່າ.

ຮູບ​ການ​ແບບ​ນີ້​ ໄດ້​ເຊື່ອມ​ໂຍງ​ກົນ​ໄກ​ຕະຫລາດ ແລະ ການ​ບໍ​ລິ​ຫານ​ຂອງ​ລັດ​ຖະ​ບານ ​ໃຫ້​ປະ​ສານ​ສົມ​ທົບ​ກັນ ເພື່ອ​ແກ້​ໄຂ​ ບັນ​ຫາ​ຂາດ​ເຂີນ ທຶນ​ຮອນ, ທັງ​​ຮັບ​ປະ​ກັນ​ສິດ​ຄວບ​ຄຸມຂອງ​ລັດ​ຖະ​ບານ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ ແລະ ​ເປັນຮູບ​ການ ​ທີ່ໄດ້​ຮັບ​ການນຳ​ໃຊ້​ຢ່າງ​ສຳ​ເລັດ​ຜົນ​ຢູ່​ຫລາຍປະເທດໃນ​ທົ່ວ​ໂລກ​.

ມາຮອດປັດຈຸບັນ ໂຄງ​ການ​ທາງ​ລົດ​ໄຟ ​ລາວ-​ຈີນ ວຽງຈັນ-ບໍ່ເຕ່ນ ໄດ້ມີຄວາມຄືບໜ້າກວ່າ 60%, ທັງນີ້ ການຈັດຕັ້ງປະຕິບັດ ໜ້າວຽກ ຢູ່ໃນແຕ່ລະຕອນ ກໍຄື ແຂວງຫລວງນ້ຳທາ, ອຸດົມໄຊ, ແຂວງວຽງຈັນ ແລະ ນະຄອນຫລວງ ວຽງຈັນ ແມ່ນມີຄວາມຄືບໜ້າ ຕາມແຜນການ ໂດຍສະເພາະ ການເຈາະຊີອຸໂມງ ມິດຕະພາບລາວ-ຈີນ ບໍ່ເຕ່ນ-ບໍ່ຫານ ຍາວກວ່າ 9.000 ແມັດ ເຖິງວ່າຈະພົບ ຄວາມຫຍຸ້ງຍາກ ເລັກໜ້ອຍ (ພົບປະລິມານເກືອ ໃນປະລິມານຫລາຍ) ກໍຕາມ ແຕ່ບໍລິສັດຜູ້ຮັບເໝົາ ກໍໄດ້ວາງແຜນທາງຍຸດທະສາດ ເພື່ອຮັບປະກັນຄຸນນະພາບ ແລະ ດຳເນີນເຈາະຊີ ໃຫ້ສຳເລັດຕາມແຜນການ; ສ່ວນການຕິດຕັ້ງ ແລະ ວາງຄານຂົວທາງລົດໄຟຂ້າມນ້ຳຂອງ ຢູ່ ນະຄອນຫລວງພະບາງ ກໍຈະສຳເລັດປະມານເດືອນຕຸລາ 2019,  ເຊັ່ນດຽວກັບ ການເຈາະອຸໂມງ, ການສ້າງຂົວ ແລະ ອື່ນໆ ໃນຂອບເຂດແຂວງຫລວງພະບາງ ເຊິ່ງມີຄວາມຍາວ 37 ກິໂລແມັດ ກໍຄືບໜ້າຕາມແຜນ; ໃນຂະນະທີ່ ຄວາມຄືບໜ້າຂອງການກໍ່ສ້າງທາງລົດໄຟ ລາວ-ຈີນ ເຂດເມືອງວັງວຽງ ແຂວງວຽຈັນ, ເຊິ່ງມີຄວາມຍາວ 38,6 ກິໂລແມັດ ປະກອບມີຂົວ 15 ແຫ່ງ, ອຸໂມງ 8 ແຫ່ງ ແລະ ພື້ນທາງລົດໄຟເກືອບ 20 ກິໂລແມັດ ໂດຍລວມ ແມ່ນສຳເລັດແລ້ວກວ່າ 90%.

ທີ່ມາ: ໜັງສືພິມປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: