​ເຊ​ີນ​ເຂົ້າ​ຮ່ວມ​ງານຕະຫຼາດນັດແຮງງານ ແລະ ການສຶກສາ ຄັ້ງທີ 8

ງານຕະຫຼາດ​ນັດ​ແຮງ​ງານ​ແລະ​ການ​ສຶກສາ, ຈັດຂຶ້ນໃນ ວັນທີ 10 ພຶດສະພາ 2019 ເປັນຄັ້ງ​ທີ 8 ທີ່​ຄະນະ​ວິສະວະກຳ​ສາດເປັນການຮ່ວມມືລະຫວ່າງ ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ສະພາການຄ້າ ແລະ ອຸດສາຫະກຳ ອີຢູ.

ໂດຍງານດັ່ງກ່າວໄດ້ ສ້າງໂອກາດໃຫ້ນັກສຶກສາໄດ້ພົບປະກັບຫົວໜ່ວຍທຸລະກິດເພືີ່ອເປັນການແລກປ່ຽນບົດຮຽນ  ແລະຫົວໜ່ວຍທຸລະກິດໄດ້ຊອກຫາເພື່ອນຮ່ວມງານທີຖືກຕ້ອງກັບຄວາມຕ້ອງການຂອງການພັດທະນາທຸລະກິດ  , ເພື່ອເປັນການສ້າງສາຍພົວພັນແຮງງານທີດີລະຫວ່າງບັນດາບໍລິສັດ ແລະມະຫາວິທະຍາໄລ, ໂຮງຮຽນ ເພື່ອສາມາດຕອບສະໝອງແຮງງານໃຫ້ຖືກຕາມຄວາມຕ້ອງການຂອງຕະຫຼາດແຮງງານໃນອານາຄົດ ແລະ ຕອບສະໝອງແຮງງານໃຫ້ຖືກຕາມຄວາມຕ້ອງການຕະຫຼາດແຮງງານໃນອານາຄົດ ແລະ ນອກຈາກນີ້ເພື່ອຊ່ວຍເອື້ອອຳນວຍຄວາມສະດວກໃນການຊອກວຽກເຮັດງານທຳທີຫຼາກຫຼາຍ   ໃຫ້ບັນດານັກສຶກສາເພື່ອສ້າງໂອກາດໃຫ້ນັກສຶກສາພົບປະກັບຫົວໜ່ວຍທຸລະກິດໃນການແລກປ່ຽນບົດຮຽນດ້ານການພັດທະນາແຮງງານ, ເອືອອຳນວຍຄວາມສະດວກໃນການຊອກວຽກເຮັດງານທຳທີຫຼາກຫຼາຍ ແລະສົ່ງເສີມການສ້າງວຽກເຮັດງານທຳເພືອ່ການພັດທະນາເສດຖະກິດ ຂອງປະເທດເຮົາໃຫ້ດີຂື້ນບໍລິສັດທີເຂົ້າຮ່ວມງານ  31 ບໍລິສັດ.

​ເປັນ​ວັນ​ນັດ​ພົບ ລະຫວ່າງ​ຜູ້​ຕ້ອງການ​ແຮງ​ງານ​ແລະ​ຜູ້​ຕ້ອງການ​ຊອກ​ຫາງານ,​ຈະ​ເປັນ​ວັນ​ໜຶ່ງທີ່​ການຈັດ​ຕັ້ງ, ທຸກ​ຄົນ, ທຸກ​ຝ່າຍ​ໄດ້​ຮຽນ​ຮູ້​ແລະ​ທຳ​ຄວາມເຂົ້າ​ໃຈ​ຊື່​ງກັນ​ແລະ​ກັນ, ເປັນ​ ວັນ​ນັດ​ພົບ​ລະຫວ່າງ ສະ​ຖາ​ບັນ​ການ​ສຶກສາ ກັບຜູ້ ຕ້ອງການ​ສະໝັກ​ຮຽນ ​ແລະ​ນອກຈາກ​ນີ້ ຍັງ​ຈະ​ເປັນວັນ​ພົບ​ປະຊຶ່ງກັນ​ແລະ​ກັນ ຂອງ​ບັນດາ ການຈັດ​ຕັ້ງ, ​ບໍລິສັດ, ສະ​ຖາ​ບັນ​ການ​ສຶກສາ ກໍ​ຄື​ພາກສ່ວນ​ກ່ຽວຂ້ອງ​ຕ່າງໆ ອັນ​ທີ່​ເປັນ​ໂອກາດ​ທີ່​ຈະ​ຮັບ​ຮູ້​ສະພາບ​ຊຶ່ງກັນ​ແລະ​ກັນແລະ​ ໃນງານຈະມີການ ນຳສະເໜີ ຈາກພາກລັດ ກະຊວງສຶກສາທິການ , ກະຊວງແຮງງານ ແລະສະຫວັດດີການສັງຄົມ ແລະ ຫົວໜ່ວຍທຸລະກິດ , ສົນທະນາ,ກະກຽມກ່ອນການເຮັດວຽກ , ທຶນການສຶກສາ , ສ້າງ​ຄວາມ​ເຂົ້າ​ໃຈ ຈະ​ນຳ​ໄປ​ສູ່​ການສ້າງ​ຄວາມ​ຜູກ​ພັນ-ຮ່ວມມືນຳ​ກັນ​ໃນ​ຕໍ່ໜ້າ​ຊຶ່ງ​ທັງ​ໝົດ​ນີ້ໂດຍ​ພື້ນຖານ​ແລ້ວ​ແມ່ນ​ເປັນ​ປະ​ໂຫຍ​ດຫຼາຍ ສຳລັບ​ທຸກໆ​ພາກສ່ວນ. ສຳຄັນຕະຫຼາດ​ນັດ​ແຮງ​ງານ​ແລະ​ຕະຫຼາດ​ນັດ​ການ​ສຶກສາຈິ່ງ​ເປັນ​ທາງ​ເລືອກ​ທີ່​ສຳຄັນ​ໜຶ່ງ ທີ່​ຈະຊ່ວຍ​ແກ້​ໄຂ​ບັນຫາ​ແຮງງານ .  ຊຶ່ງ ຄວສ ໄດ້ຜະລິດນັກວິສາວະກອນອອກຮັບໃຊ້ການພັດທະນາເສດຖະກິດສັງຄົມປະມານ 1100 ຫາ 1400 ຄົນ ຕໍ່ປີ.

ທີ່​ມາ: ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ລາວ


InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...