ຂໍຂອບໃຈນຳຜູ້ສະໜັບສະໜູນ

ວັນວິສາຂະບູຊານັ້ນນັບໄດ້ວ່າເປັນວັນສຳຄັນທີ່ຜູກພັນກັບ 3 ເຫດການມະຫັດສະຈັນໃນໜ້າປະຫວັດສາດພຸດທະສາສະໜາ ໄດ້ແກ່: ເປັນວັນທີ່ພຣະພຸດທະເຈົ້າປະສູດ,​ ຕັດສະຮູ້ ແລະປະຣິນິພານ ເປັນວັນທີ່ມີຄວາມໝາຍເລິກເຊິ່ງຍິ່ງຕໍ່ພຸດທະສາສະນິກະຊົນທຸກເຊື້ອຊາດ ເປັນທີ່ອົງການສະຫະປະຊາຊາດ ຫຼື UN ກຳໜົດໃຫ້ເປັນວັນສຳຄັນສາກົນຂອງໂລກ ແລະ​ ປະເທດລາວ​ ສຳລັບປີນີ້ຢູ່ ນະຄອນຫຼວງວຽງຈັນ ກໍມີກິດຈະກຳທາງພຸດທະສາສະໜາ​ຫຼາຍໆຢ່າງ. ໃນນະຄອນຫຼວງວຽງຈັນກໍມີຫຼາຍໆສະຖານທີ່ ທີ່ຈັດງານສະເຫຼີມສະຫຼອງ ວັນສຳຄັນນີ້ເຊັ່ນກັນ ເປັນຕົ້ນແມ່ນ:

ສູນກາງອົງການພຸດທະສາສະໜາສຳພັນ​ລາວ​ ແລະ​ ສູນກາງແນວລາວສ້າງຊາດ ກໍໄດ້ມີພິທີ ສະເຫຼີມ​ສະຫຼອງ​ວັນວິສາຄະບູຊາ ທີ່ເດີ່ນພຣະທາດຫຼວງ ເປັນເວລາ​ 3 ມື້​ ເລີ່ມແຕ່ ວັນທີ​ 16-18​ ພຶດສະພາ​ 2019​. ໂດຍມີລາຍລະອຽດດັ່ງນີ້:

ວັນພະຫັດ ວັນທີ 16 ພຶດສະພາ 2019

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

  • ເວລາ 08:00 ນາທີ ຮັບໂມທະນາທານ ທີ່ ທັມມະສະພາ ເດີ່ນພຣະທາດຫຼວງ.
  • ເວລາ 17:00 ນາທີ ສູດປະຣິດຕະມຸງຄຸນ ຟັງທັມມະເທສະນາ.
  • ເວລາ 19:00 ນາທີ ຊົມການສະແດງສີລະປະວັດທະນະທັມລາວ ແລະ ວັດທະນະທັມອາຊຽນ ກ່ຽວກັບວັນວິສາຂະບູຊາ.

ວັນສຸກ ວັນທີ 17 ພຶດສະພາ 2019

  • ເວລາ 08:00 ນາທີ ຮັບໂມທະນາທານ ທີ່ ທັມມະສະພາ ເດີ່ນພຣະທາດຫຼວງ.
  • ເວລາ 12:30 ນາທີ ນິມົນ/ເຊີນຜູ້ມາຮ່ວມງານ ເດີນທາງເຂົ້າສູ່ ຫໍປະຊຸມແຫ່ງຊາດ.
  • ເວລາ 13:30 ນາທີ ຊົມການສະແດງສີລະປະວັດທະນະທັມ ກ່ຽວກັບງານວັນວິສາຂະບູຊາ.
  • ເວລາ 14:00 ນາທີ ໄຂງານບຸນວັນວິສາຂະບູຊາ ຂຶ້ນຢ່າງເປັນທາງການ.
  • ເວລາ 14:30 ນາທີ ຟັງປາຖະກະຖາທັມໃຫຍ່ ໃນເລື່ອງ “ວັນວິສາຂະບູຊາ ໂດຍ ພຣະອາຈານໃຫຍ່ ປອ. ດຳຣົງ ພິມມະຈັກ.
  • ເວລາ 16:30 ນາທີ ສຳເລັດພິທີໄຂງານບຸນຢ່າງເປັນທາງການ ທີ່ ຫໍປະຊຸມແຫ່ງຊາດ.
  • ເວລາ 18:30 ນາທີ ເຕົ້າໂຮມ ພຣະສົງ-ສາມະເນນ ນັກຮຽນ-ນັກສຶກສາ ປະຊາຊົນທົ່ວໄປ ທີ່ໜ້າ ຫໍທັມມະສະພາ ເດີ່ນພຣະທາດຫຼວງ.
  • ເວລາ 19:00 ນາທີ ປະຕິບັດທັມ ນຸ່ງຂາວ-ຫົ່ມຂາວ ໄຫວ້ພຣະ ສູດມົນ ຈະເຣີນພາວະນາ ຈົນ ສົມຄວນແກ່ເວລາ.

ວັນເສົາ ວັນທີ 18 ພຶດສະພາ 2019

  • ເວລາ 06:30 ນາທີ ເຕົ້າໂຮມ ພຣະສົງ-ສາມະເນນ ການນຳພັກ-ລັດ ບັນດາທູດຈາກປະເທດຕ່າງໆ ນັກຮຽນ-ນັກສຶກສາ ແຂກຖືກເຊີນ ແລະ ປະຊາຊົນທົ່ວໄປ ທັງພາຍໃນ ແລະ ຕ່າງປະເທດ ທີ່ໜ້າ ອະນຸສາວະລີ ພຣະເຈົ້າໄຊເຊດຖາທິຣາດ ເດີ່ນພຣະທາດຫຼວງ ພ້ອມທັງຊົມການສະແດງສີລະ ປະວັດທະນະທັມ ໝໍລຳດັງຈາກສອງຝັ່ງຂອງ.
  • ເວລາ 07:20 ນາທີ ພິທີໄຫວ້ພຣະສະມາທານສີນ ແລະ ຕັກບາດໃຫຍ່ ທານມະຫາທານ ແກ່ພຣະສົງ-ສາມະເນນ 500 ອົງ.
  • ເວລາ 14:00 ນາທີ ພິທີແຫ່ຕົ້ນມະຫາກາລະພຶກແກ້ວ ຈາກວັດໜອງບອນ ເຂົ້າມາສູ່ວັດພຣະ ທາດຫຼວງ ເພື່ອຖວາຍເປັນ ຕົ້ນມະຫາກາລະພຶກແກ້ວບູຊາ ໃນວັນວິສາຂະບູຊາ.
  • ເວລາ 14:40 ນາທີ ພິທີຖວາຍຕົ້ນມະຫາກາລະພຶກແກ້ວບູຊາ.
  • ເວລາ 17:40 ນາທີ ໄຫວ້ພຣະຮັບສີນ ແລະ ຟັງສູດປະຣິດຕະມຸງຄຸນ ຟັງທັມມະເທສະນາ ຈາກ ອົງພຣະປະມຸກສົງ ກ່ຽວກັບວັນວິສາຂະບູຊາ.
  • ເວລາ 19:20 ນາທີ ວຽນທຽນບູຊາພຣະຣັດຕະນະໄຕຣ ອ້ອມອົງພຣະທາດຫຼວງ.
  • ເວລາ 21:00 ນາທີ ສູດສົມໂພດພຣະພຸດທະຮູບ ຈົນຮອດແຈ້ງ.

ວັດປ່າອະນັນທະສີຈັນທາຣາມ ບ້ານຕາດທອງ ເມືອງ​ ສີໂຄດຕະບອງ ນວຈ ກໍມີ​ຫຼາຍກິດຈະກຳໃນວັນທີ 18 – 19 ພຶດສະພາ​ 2019​ ຄື​:

  • ເວລາ​ 10:00 ພິທີປ່ອຍປາ
  • ເວລາ 17:00​ ພິທີຈຸດໂຄມໄຟ ເພື່ອ​ຖວາຍເປັນພຸດທະບູຊາ
  • ເຊົ້າວັນທີ 19 ເວລາ 7:00 ພິທີໃສ່ບາດ

ວັດປ່າວິໂມກຂະວະນາຣາມ(ຊຳປັກແຮດ)​ ບ້ານ​ ສາລາຄຳ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ​ ມີງານປະຕິບັດທຳ ເລີ່ມ​ແຕ່ວັນທີ​ 11-19 ພຶດສະພາ​ 2019 ແລະ​ ໃນວັນທີ​ 18 ເຊິ່ງກົງກັບວັນວິສາຂະບູຊາ ແມ່ນຈະມີການປະຕິບັດງົດອາຫານ​ ເພື່ອ​ເປັນພຸດທະບູຊາ​ ສ່ວນຕອນເຊົ້າຂອງວັນທີ 19 ພຶດສະພາ​ 2019​ ເວລາ​ 7:00​ ໂມງເຊົ້າ​ ມີພິທີໃສ່ບາດ ຖວາຍສັງຄະທານ​ ແດ່ພຣະສົງ ສຳມະເນນ.

Hits: 6

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້